ແກ້ງກວນເມືອງ

ປກສ ນະຄອນຫຼວງ ເລັ່ງແກ້ໄຂກຸ່ມແກ້ງກວນເມືອງ


ຫົວໜ້າ​ກອງພັນ​ເຄື່ອນ​ທີ່ ​ປກສ ນະຄອນຫຼວງ​ວຽງ​ຈັນ ໃຫ້​ຮູ້ວ່າ: ກຸ່ມ​ໄວ​ໜຸ່ມ​ຂີ່​ລົດ​ກວນ​ເມືອງ ເປັນ​ປາກົດການ​ຫຍໍ້ທໍ້​ໜຶ່ງ​ໃນ​ສັງຄົມ ເຊິ່ງ​ກຳລັງ​ເຈົ້າ​ໜ້າທີ່​ພວມສຸມ​ໃສ່​ແກ້​ໄຂ​ຢ່າງ​ຕັ້ງໜ້າ ກັກ​ຕົວຜູ້​ກະທຳ​ຜິດ​ມາ​ສຶກ​ສາ​ອົບຮົມ ແລະ ດຳເນີນ​ຄະດີ​ຕາມ​ລະບຽບການ​ເປັນ​ຈຳນວນ​ຫຼາຍ ພ້ອມ​ປະສານ​ສົມທົບ​ກັບ​ຄອບຄົວ ອຳນາດ​ການ​ປົກຄອງ​ບ້ານ ແລະ ກຸ່ມ​ບ້ານ​ຕ່າງໆ ເພື່ອ​ສະກັດ​ກັ້ນບໍ່​ໃຫ້​ລູກ​ຫຼານ​ຂອງ​ຕົນ​ໄປ​ທ່ຽວເດິກ ແລະ ບໍ່​ໄປ​ມົ້ວ​ສຸມ​ກັບ​ສິ່ງ​ບໍ່​ດີຕ່າງໆ.


ໄລຍະ​ຜ່ານ​ມາ ຜູ້​ທີ່​ລະເມີດສ່ວນ​ຫຼາຍ​ແມ່ນ​ໄວ​ໜຸ່ມ​ອາຍຸ​ບໍ່ເກີນ 16 ປີ ຄອບຄົວ​ອ່າວ​ມີ​ຖານະ ແລະ ພໍ່​ແມ່​ມີ​ຕຳແໜ່ງ​ໜ້າທີ່​ວຽກງານ​ດີ ຈຶ່ງ​ເປັນຕົ້ນ​ເຫດ​ປາບ​ປາມໄດ້​ຍາກ ຜ່ານ​ການຈັດຕັ້ງ​ປະຕິບັດ​ຂອງ​ເຈົ້າ​ໜ້າທີ່ ນັບ​ແຕ່​ຕົ້ນເດືອນ​ເມສາ 2016 ເປັນຕົ້ນ​ມາ ແມ່ນ​ໄດ້​ເຄື່ອນ​ໄຫວ​ຢູ່ 6 ຈຸດ ຄື:
+ຖະໜົນໄກສອນ ຫາ 4 ແຍກ​ໄຟອຳນາດ​ດົງ​ໂດກ
+ຖະໜົນ​ລ້ານຊ້າງ ຫາວົງວຽນ 450 ປີ
+ເສັ້ນທາງ​ແຄມ​ຂອງ ແຕ່ 3 ແຍກ​ປາກ ປ່າ​ສັກຫາ 4 ແຍກ​ຫຼັກ 3
+ເສັ້ນ ທາງ​ຫໍຄຳຫາ 3 ແຍກ​ສີ​ໄຄ
+ເສັ້ນທາງ T4 ແຕ່​ໄຟ​ອຳນາດ​ທາດຫຼວງ ຫາ 3 ແຍກ​ໜອງ​ໄຮ ແລະ
+ແຕ່​ຫົວ​ຂົວ​ດອນ​ແດງ ຫາ 4 ແຍກ​ໄຟ​ອຳນາດ​ຕານ​ມີ​ໄຊ

ສາມາດ​ກວດກາ​ພົບ​ຜູ້​ລະເມີດ​ກົດ​ລະບຽບ​ຈະລາຈອນ ແລະ ນຳ​ມາສຶກ​ສາ​ອົບຮົມ​ກັບ​ທີ່ 2.458 ຄົນ ຍິງ 657 ຄົນ ກັກ​ລົດ​ໄດ້​ທັງ​ໝົດ 406 ຄັນ ໃນ​ນີ້ ລົດ​ໃຫຍ່ 8 ຄັນ (ຕິດ​ເຄື່ອງ​ສຽງ​ດັງ) ເປັນ​ລົດ​ດັດແປງ​ສະພາບ 156 ຄັນ ບໍ່​ຕິດປ້າຍ​ທະບຽນ 63 ຄັນ ແລະ ບໍ່​ຖືທະບຽນ 152 ຄັນ ນອກ​ນີ້ ກັກ​ຄົນທີ່​ມີ​ຢາ​ເສບ​ຕິດ​ໄວ້​ຄອບ​ຄອງ​ໄດ້ ຈຳນວນ 41 ຄົນ ຍິງ 2 ຄົນ ມີຂອງ​ກາງ​ຢາ​ບ້າ 1.269 ເມັດ ຢາໄອສ 8 ຖົງ​ນ້ອຍ ແລະ ເງິນ​ປອມຫຼາຍ​ກວ່າ 1 ລ້ານ​ກີບ.



ສຳລັບ​ມາດ​ຕະການ​ໃນຕໍ່ໜ້າ ແມ່ນ​ຈະ​ເພີ່ມ​ທະວີ​ການ​ໂຄສະນາສຶກ​ສາ​ອົບຮົມ​ໃຫ້​ສັງຄົມ ປະຕິບັດລະບຽບ​ກົດໝາຍ​ຢ່າງ​ເຂັ້ມ​ງວດ ດຳເນີນ​ການ​ສຶກ​ສາ​ອົບຮົມ​ສົ່ງສູນ​ດັດ​ສ້າງ ແລະ ເພີ່ມ​ມາດ​ຕະການ​ປັບ​ໃໝ​ຕໍ່​ຜູ້​ກະທຳ​ຜິດ​ຢ່າງເຂັ້ມ​ງວດ.


ແຫລ່ງທີ່ມາຈາກຫນັງສືພິມວຽງຈັນໃຫມ່
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.