LU02

ລາວ-ຈີນຮ່ວມມືຈັບພວກອາດສະຍະກຳທາງອອນລາຍ 100 ກວ່າຄົນສົ່ງຄືນປະເທດ



ຫຼັງຈາກເຫດການຈັບກຸມໜໍ່ຄຳພໍ່ຄ້າຢາເສບຕິດລາຍໃຫຍ່ເປັນຕົ້ນມາ ການພົວພັນຮ່ວມມືໃນຂົງເຂດຄວາມສະຫງົບລາວ-ຈີນນັບມື້ແໜ້ນແຟ້ນຍິ່ງຂຶ້ນ ໃນການປາບປາມຂະບວນການສ້າງຄວາມບໍ່ສະຫງົບທາງສັງຄົມ ຫຼ້າສຸດມີຂ່າວລາຍງານວ່າ ທາງການລາວແມ່ນໄດ້ສົ່ງຜູ້ຕ້ອງສົງໄສລວມ 104 ຄົນໃນຄະດີກໍ່ອາດສະຍະກຳທາງອອນໃຫ້ທາງການຈີນເອົາໄປລົງໂທດຕາມລະແບບກົດໝາຍ.




ຕາມແຫຼ່ງຂ່າວຈາກການບິນລາວໃຫ້ຮູ້ວ່າ: ທາງການລາວ ໄດ້ສົ່ງຜູ້ຕ້ອງສົງໄສທັງໝົດ104ຄົນ ໃນຄະດີກໍ່ອາດສະຍາ ກໍາທາງອອນລາຍ ກັບ ສປ ຈີນ. ຜູ້ຕ້ອງສົງໄສດັ່ງກ່າວຖືກເຊື່ອມໂຍງກັບຄະດີອາຍາກວ່າ 300ລາຍ ແລະ ມີສ່ວນກ່ຽວຂ້ອງກັບເງິນ 30ລ້ານຢວນ (ສະກຸນເງິນຈີນ). ຕໍາຫຼວດຈີນໄດ້ສົ່ງທີມມາຍັງ ສປປ ລາວ ແຕ່ປີ 2017 ເປັນຕົ້ນມາ ແລະຮ່ວມມືກັບຕໍາຫຼວດລາວ ໃນການທັບມ້າງແລະຈັບກຸມຜູ້ຮ້າຍ ຈໍານວນ104ຄົນ ແລະ ອຸປະກອນ ທັງບັດກົດເງິນສົດ ພ້ອມຄອມພິວເຕີ້ ຈໍານວນໜຶ່ງ.



ຂະນະດຽວກັນໜັງສືພິມຄວາມສະຫງົບສະບັບວັນທີ 15 ມັງກອນ 2018 ກໍ່ໄດ້ໃຫ້ຮູ້ວ່າ: ພິທີມອບ-ຮັບຜູ້ຕ້ອງຫາທີ່ເຈົ້າໜ້າທີ່ສະເພາະກິດຂອງລາວຮ່ວມກັບຕຳຫຼວດ ສປ ຈີນ ຮ່ວມກັນແກ້ໄຂໃນຂໍ້ຫາເຄື່ອນໄຫວກະທຳຜິດສໍ້ໂກງພົນລະເມືອງຜ່ານລະບົບໂທລະຄົມມະນາຄົມ ແລະລັກລອບປະກອບອາຊີບຢູ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 12 ມັງກອນ 2018 ຜ່ານມາ ໂດຍຕາງໜ້າຝ່າຍລາວແມ່ນທ່ານ  ພົຈວ ປອ ຄຳມ້າວ ຫຼ້າຈັນເພັດ ຮອງຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ, ມີກົມໃຫຍ່ຕຳຫຼວດ, ຫ້ອງວ່າການ, ກອງບັນຊາການຕຳຫຼວດແຂວງເຫີໜານ ແລະນະຄອນຊີອານ ແຂວງຊານຊີຈາກ ສປຈີນເຂົ້າຮ່ວມ.




ກຸ່ມແກ້ງດັ່ງກ່າວໄດ້ເຂົ້າມາເຄື່ອນໄຫວລະເມີດກົດໝາຍ ແລະລະບຽບການຢູ່ ສປປ ລາວ ຈາກນັ້ນໜ້າທີ່ທັງສອງປະເທດແມ່ນໄດ້ມີການແກ້ໄຂຢູ່ນະຄອນຫຼວງວຽງຈັນ ແລະບາງແຂວງ ໃນນັ້ນໄດ້ທັງໝົດ 5 ຈຸດສາມາດກັກຕົວຜູ້ຖືກຫາໄດ້ທັງໝົດ 104 ຄົນ ຍິງ 21 ຄົນ. ຈາກການສອບສວນເບື້ອງຕົ້ນຂອງເຈົ້າໜ້າທີ່ຮູ້ພຽງວ່າກຸ່ມຄົນດັ່ງກ່າວແມ່ນໄດ້ມີການກະທຳຜິດສໍ້ໂກງຊັບຂອງພົນລະເມືອງຜ່ານລະບົບໂທລະຄົມມະນາຄົມ ແລະລັກລອບປະກອບອາຊີບຢູ່ລາວແທ້.
ດັ່ງນັ້ນທັງສອງຝ່າຍຈິ່ງໄດ້ມີການເຊັນບົດບັນທຶກມອບຮັບຜູ້ຖືກຫາ ໂດຍມອບໃຫ້ກອງບັນຊາການຕຳຫຼວດນະຄອນຊີອານຈຳນວນ 63 ຄົນ ຍິງ 12 ຄົນ ແລະມອບໃຫ້ແຂວງເຫີໜານ 41 ຄົນຍິງ9 ຄົນ.

ແຫຼ່ງຂ່າວຈາກ ເພັສການບິນລາວ ແລະໜັງສືພິມຄວາມສະຫງົບ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.