20ມັງກອນ

ຄະນະນຳກະຊວງປ້ອງກັນປະເທດເຂົ້າອວຍພອນທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ


ຄະນະນຳກະຊວງປ້ອງກັນ ປະເທດ ນຳໂດຍ ທ່ານ ພົນຕີ ອ່ອນສີ ແສນສຸກ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ໄດ້ນຳເອົາກະຕ່າດອກໄມ້ເຂົ້າ ອວຍພອນ ທ່ານ ພົນເອກ ສີສະ ຫວາດ ແກ້ວບຸນພັນ ອະດີດກຳ ມະການກົມການເມືອງສູນກາງ ພັກ, ອະດີດປະທານສູນກາງ ແນວລາວຮັກຊາດ ຜູ້ຮ່ວມກໍ່ຕັ້ງ ກອງຮ້ອຍລາດຊະວົງໃນເມື່ອ ກ່ອນ ກໍຄືກອງທັບປະຊາຊົນລາວ ໃນປັດຈຸບັນ, ພະນັກງານອາວຸ ໂສບຳນານ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນ ລາວ ໄດ້ໝູນວຽນມາບັນຈົບຄົບ ຮອບ 69 ປີ

(20/1/1949-20/1/2018) ໃນຕອນບ່າຍ ຂອງວັນທີ 12 ມັງກອນ 2018 ນີ້.
ໂອກາດນີ້, ທ່ານ ພົນຕີ ອ່ອນ ສີ ແສນສຸກ ໄດ້ຕາງໜ້າໃຫ້ຄະ ນະນຳກະຊວງປ້ອງກັນປະເທດ, ນາຍ ແລະ ພົນທະຫານທຸກທົ່ວ ໜ້າໃນກອງທັບປະຊາຊົນລາວ ນຳເອົາຄວາມຢື້ຢາມຖາມຂ່າວ,
ຄຳອວຍພອນອັນອົບອຸ່ນ ແລະ ຄວາມຮູ້ບຸນຄຸນຕໍ່ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ແລະ ຄອບຄົວຈົ່ງມີພະລານາໄມສົມບູນເຂັ້ມແຂງສືບຕໍ່ເປັນຮົ່ມໂພຮົ່ມໄຊອັນປະເສີດໃຫ້ແກ່ກອງ ກຳລັງປະກອບອາວຸດກອງທັບປະຊາຊົນລາວໃຫ້ເຮັດສຳເລັດ ໜ້າທີ່ອັນມີກຽດຂອງຕົນທີ່ປະ ເທດຊາດ, ພັກ-ລັດ ແລະ ປະຊາຊົນລາວມອບໝາຍໃຫ້ຕະຫຼອດ ໄປ.
ສ່ວນທ່ານ ພົນເອກ ສີສະ ຫວາດ ແກ້ວບຸນພັນ ໄດ້ສະແດງ ຄວາມຂອບອົກຂອບໃຈຕໍ່ການ ນຳກະຊວງປ້ອງກັນປະເທດ ທີ່ມີ ຄວາມເປັນຫ່ວງເປັນໄຍເຫັນໄດ້ ບົດບາດຜົນງານຄຸນງາມຄວາມ ດີຂອງຕົນທີ່ມີຕໍ່ພາລະກິດປະຕິ ວັດໃນຜ່ານມາ ເຊິ່ງໄດ້ນຳເອົາ ກະຕ່າດອກໄມ້ມາອວຍພອນຕົນ ແລະ ຄອບຄົວໃນຄັ້ງນີ້, ມີບາງ ຕອນທ່ານໄດ້ກ່າວວ່າ: ຕະຫຼອດ ໄລຍະທີ່ຜ່ານມາກອງທັບປະຊາ ຊົນລາວ ຍາມໃດກໍຮັກສາໄດ້ ທາດແທ້ມູນເຊື້ອອັນດີງາມຂອງ ກອງທັບປະຕິວັດ ເຮັດທຸກສິ່ງ ທຸກຢ່າງເພື່ອພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຍາມໃດກໍໄດ້ເອົາ ໃຈໃສ່ປະຕິບັດໜ້າທີ່ອັນມີກຽດ ແລະ ໜັກໜ່ວງທີ່ພັກ-ລັດ, ປະ ເທດຊາດ ແລະ ປະຊາຊົນມອບ ໝາຍໃຫ້, ເຮັດສຳເລັດທຸກໜ້າທີ່.

 ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງ ໃຫ້ການນຳກະຊວງປ້ອງກັນປະ ເທດ ເພີ່ມທະວີການນຳພາຂອງ ພັກຕໍ່ກຳລັງປະກອບອາວຸດປ້ອງ ກັນຊາດໃຫ້ເລິກເຊິ່ງເຖິງຖອງ ນຳພາປັບປຸງກໍ່ສ້າງກອງທັບປະ ຊາຊົນລາວໃຫ້ປອດໃສໜັກ ແໜ້ນທາງດ້ານຄຸນທາດການ ເມືອງ, ມີລະບຽບວິໄນເຂັ້ມງວດ ຖືສຳຄັນການສ້າງຖັນແຖວພະ ນັກງານສືບທອດປ່ຽນແທນ ພ້ອມນັ້ນກໍຕ້ອງຍົກລະດັບສິລະ ປະຍຸດ-ຍຸດທະວິທີຂອງແຕ່ລະ ເຫຼົ່າຮົບໃຫ້ມີຄວາມຊຳນິຊຳ ນານ ເພື່ອສ້າງໃຫ້ກອງທັບກາຍ ເປັນກອງທັບປະຕິບັດມີແບບ ແຜນ ແລະ ທັນສະໄໝເປັນກ້າວໆ. ຖືເອົາໂອກາດອັນມີຄວາມໝາຍ ສຳຄັນນີ້ ໄດ້ອວຍພອນໃຫ້ຄະນະ ນຳກະຊວງປ້ອງກັນປະເທດ ຕະ ຫຼອດຮອດພະນັກງານ-ນັກຮົບ ໃນກອງທັບທຸກທົ່ວໜ້າຈົ່ງມີສຸ ຂະພາບເຂັ້ມແຂງ ຍາດໄດ້ຜົນ ສຳເລັດ ກໍຄືຜົນງານອັນໃໝ່ໃຫຍ່ ຫຼວງກວ່າເກົ່າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ສົມກັບຄວາມ ໄວ້ເນື້ອເຊື່ອໃຈຈາກພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ແລະ ສົມເປັນກອງທັບວີລະຊົນ ຂອງຊາດລາວວີລະຊົນອັນແທ້ ຈິງ


ແຫລ່ງທີ່ມາຈາກໜັງສືພິມກອງທັບ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.