LU03

ເບິ່ງໂສມໜ້າຄູຝຶກ 11 ທ່ານ ສອບເສັງຜ່ານ ລະດັບ ບີ ລາຍເຊັນ ຂອງສະຫະພັນບານເຕະອາຊີ


   ອີງຕາມ ສະຫະພັນບານເຕະແຫ່ງຊາດລາວ ຂໍແຈ້ງຜົນການຮຽນຄູຝຶກ ບີ ລາຍເຊັນ ສະຫະພັນບານເຕະອາຊີ AFC 'B' Coaching Certificate Course ທີ່ໄດ້ເປີດຫລັກສູດດັ່ງກ່າວຂຶ້ນໃນວັນທີ 11 – 30 ກັນຍາ 2017 ທີ່ຜ່ານມາ, ເຊິ່ງມີນັກສຳມະກອນເຂົ້າຮ່ວມທັງຫມົດ 23 ຄົນ, ສອບເສັງຜ່ານທັງຫມົດ 11 ຄົນ, ເສັງຄືນ 4 ຄົນ ແລະ ເສັງຕົກ ຈຳນວນ 8 ຄົນ.

   ລາຍຊື່ ນັກສຳມະກອນ ທີ່ສອບເສັງຜ່ານທັງຫມົດ 11 ຄົນມີລາຍຊື່ດັ່ງລຸ່ມນີ້໊ :
1. ທ່ານ ພຸດປະສົງ ແສງດາລາວົງ ຈາກ ສະຫະພັນບານເຕະແຫ່ງຊາດລາວ
2. ທ່ານ ນາງ ນົກ ດວງມາລາ ຈາກ ສະຫະພັນບານເຕະແຫ່ງຊາດລາວ
3. ທ່ານ ໄກສອນ ໄຊຍະວົງ ຈາກ ສະໂມສອນ ກອງທັບ ເອຟຊີ
4. ທ່ານ ພູມປັນຍາ ໄຊຊະນະວົງເພັດ ຈາກ ສະໂມສອນ ປກສ ເອຟຊີ
5. ທ່ານ ໂອເລ້ ບູສະອາດ ຈາກ ສະໂມສອນ ປກສ ເອຟຊີ

6. ທ່ານ ກິດສະດາ ທອງເຄນ ຈາກ ສະໂມສອນ ລາວໂຕໂຢຕ້າ ເອຟຊີ
7. ທ່ານ ສຸກ ວົງວິມານ ຈາກ ແຂວງ ສະຫວັນນະເຂດ
8. ທ່ານ EKAPOB POTISAI ສັນຊາດ ໄທ ຈາກ ສະໂມສອນ ສະຫວັນ ຢູໄນເຕັດ
9. ທ່ານ PHANOM HOMTHONG ຈາກ ປະເທດ ໄທ
10. ທ່ານ CHUSAK SRIPHUM ຈາກ ປະເທດ ໄທ
11. ທ່ານ WANCHAI PAKSEELERT ຈາກ ປະເທດ ໄທ

   ສຳລັບແຜນການຕໍ່ຫນ້າ ສະຫະພັນບານເຕະແຫ່ງຊາດລາວ ແມ່ນຈະໄດ້ຈັດຝຶກອົບຮົມຄູຝຶກ ຊີ ລາຍເຊັນ ສະຫະພັນບານເຕະອາຊີ AFC 'C' Coaching Certificate ໃນລະຫວ່າງວັນທີ 19 – 31 ມີນາ 2018 ( ປິດຮັບສະຫມັກ ວັນທີ 10 ກຸມພາ 2018, ຕ້ອງສົ່ງລົງທະບຽນໃຫ້ ສະຫະພັນບານເຕະອາຊີ AFC )
   ເງື່ອນໄຂໃນການສະຫມັກ
- ບັນດາສະຫະພັນບານເຕະແຂວງ, ສະໂມສອນ ບານເຕະ, ມະຫາວິທະຍາໄລ, ໂຮງຮຽນ ຫລື ອົງການຈັດຕັ້ງຕ່າງໆ ສາມາດສົ່ງນັກສຳມະນາກອນເຂົ້າຮ່ວມໄດ້ 2 ຫາ 3 ທ່ານ.
- ຕິດຕໍ່ເອົາແບບຟອມສະຫມັກໄດ້ທີ່ ຫ້ອງການເຕັກນິກ ສະຫະພັນບານເຕະແຫ່ງຊາດລາວ
- ການຍື່ນໃບສະຫມັກຕ້ອງມີ: ຟອມສະຫມັກ ຂອງ ສຕລ , ກ໋ອບປີ້ສີ ບັດປະຈຳຕົວ, ປັດສະປອດ ແລະ ຮູບສີ 2 ໃບ.
- ຕ້ອງຮູ້ວິທີການເຕະບານ ແລະ ຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫລອດການຝຶກໃນໄລຍະ 14 ມື້.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.