LU03

ປິດຕໍານານແຂ້ວເຢີນ! ມາເບິ່ງຜົນງານຂອງ ໂຣນັລດິນໂຢ ຫຼັງປະກາດອໍາລາອາຊີບນັກເຕະແລ້ວ


   ໂຣນັລດິນໂຢ ອະດີດນັກເຕະຕົວເກັ່ງທີມຊາດບຣາຊິນ ຕັດສິນໃຈອໍາລາອາຊີບການເປັນນັກເຕະຢ່າງເປັນທາງການແລ້ວ ຈາກການເປີດເຜີຍຂອງ ໂຣແບໂຕ ເດ ອັສຊິສ ຜູ້ເປັນອ້າຍ ແລະ ຜູ້ຈັດການສ່ວນຕົວຂອງລາວ ເມື່ອວັນອັງຄານທີ 16 ມັງກອນ ທີ່ຜ່ານມາ.

   ຜູ້ເປັນອ້າຍຂອງ ໂຣນັລດິນໂຢ ເປີດເຜີຍວ່າ: ນັດອໍາລາອາຊີບກັບສະໂມສອນຢ່າງເປັນທາງການນັດສຸດທ້າຍຂອງລາວ ຄືການຫຼິ້ນໃຫ້ກັບ ຟລູມິເນນເຊ ເມື່ອປີ 2015.

   ສໍາລັບ ໂຣນັລດິນໂຢ ເລີ່ມຕົ້ນອາຊີບນັກເຕະດກັບ ເກຣມິໂອ ກ່ອນຍ້າຍມາຫຼິ້ນໃນລີກເອີຣົບກັບ ປາຣິສ ແຊງແຊກແມງ ເມື່ອປີ 2001 ແລະ ມາປະສົບຄວາມສໍາເລັດສູງສຸດກັບ ບາເຊໂລນາ ລົງສະໜາມ 145 ນັດຍິງໄປ 70 ປະຕູ ກ່ອນຍ້າຍ ເອຊີ ມິລານ ເມື່ອປີ 2008 ລົງສະໜາມ 76 ນັດຍິງໄປ 20 ປະຕູ ກ່ອນຍ້າຍກັບມາບ້ານເກີດຫຼິ້ນໃຫ້ກັບ ຟລາເມງໂກ ເມື່ອປີ 2011 ແລະ ປິດສາກກັບ ຟລູມິເນນເຊ.

   ສ່ວນຜົນງານໃນທີມຊາດບຣາຊິນ ລາວລົງແຂ່ງຂັນໄປທັງໝົດ 97 ນັດ ຍິງໄດ້ 33 ປະຕູ ແລະ ເປັນໜຶ່ງໃນທີມຊຸດແຊັມໂລກ 2002.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.