ທ່ອງທ່ຽວ

ຜູ້ໃຈບຸນ ມອບເງິນ102ລ້ານກີບ ບູລະນະປະຕິສັງຂອນພຣະທາດໂຜ່ນ


ໃນທ້າຍອາທີດຜ່ານມານີ້ ທີ່ວັດພຣະທາດໂຜ່ນ ບ້ານໂພນທາດ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ມີການມອບ-ຮັບເງິນ ຈາກເຈົ້້າສັດທາ ໃນໄລຍະບູລະນະປະຕີສັງຂອນກຳແພງແກ້ວ ຂອງພຣະທາດໂຜ່ນຮອບໃນ ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ຄຳວິໃສ ຜຸຍຍະວົງ ກຳມະການພັກແຂວງເລຂາພັກເມືອງ ເຈົ້າເມືອງໆໄຊພູທອງ ພ້ອມທັງຄະນະນຳຂອງເມືອງ, ຫົວໜ້າຫ້ອງການອອ້ມຂ້າງເມືອງ, ເລຂານາຍບ້ານ ແລະ ອຳນາດການປົກຄອງບ້ານຕະຫຼອດຮອດເຖົ້້າແກ່ຜູ້ຊົງຄຸນວຸດທິເຂົ້າຮ່ວມຢ່າງພ້ອມພຽງ.

ໃນໄລຍະບູລະນະປະຕີສັງຂອນກຳແພງແກ້ວ ຂອງພຣະທາດໂຜ່ນຮອບໃນ ທ່ານ ນາງ ອອນອານົງ ກະເສມສຸກສຳລານ ທີ່ເດີນທາງມາຈາກ ເມືອງອຳນາດຈະເລີນ ແຂວງອຳນາດຈະເລີນ ແຫ່ງລາດຊະອານາຈັກໄທ ພ້ອມດ້ວຍຄອບຄົວ ແລະ ໝູ່ຄະນະ ການມາຄັ້ງນີ້ແມ່ນໄດ້ເຫັນເຖິງຄວາມສຳຄັນໃນການກໍ່່ສ້າງ ບູລະນະປະຕິສັງຂອນ  ກຳແພງແກ້ວຂອງອົງພຣະທາດໂຜ່ນຮອບໃນ ຈິງເກີດມີຈິດໃຈໃສສັດທານຳເງິນຂອງຕົນເອງ ແລະ ຄອບຄົວນ້ອມຖະຫວາຍປັດໃຈແດ່ວັດພຣະທາດໂຜ່ນ ຈຳນວນເງິນ 102 ລ້ານກ່ວາກີບ ເພື່ອເປັນການອານຸລັກ ຮັກສາ ພຸດທະສາສະໜາກໍ່ຄືການສ້າງກຳແພງແກ້ວ ຂອງພຣະທາດໂຜ່ນຮອບໃນ ເຊິ່ງໄດ້ກໍ່ສ້າງຈາກປູນປະທາຍເພັດ ເປັນສູດປູນບູຮານແບບດັ່ງເດີມທີ່ມີຄວາມຍືດຍຸ່ນລະບາຍຄວາມຮ້ອນໄດ້ດີ, ລະເຫີຍນ້ໍາ,  ມີຄວາມກົມກືນທາງທຳມະຊາດກັບອົງພຣະທາດໂຜ່ນໃຫ້ມີຄວາມທົນທານ ແລະ ຄົງຄວາມເປັນເອກະລັກແບບດັ່ງເດີມ ຮັກສາໄວ້ຈົນຮອດເຊັ່ນລູກ ເຊັ່ນຫຼານ.



 ສ່ວນໂຄງການກໍ່ສ້າງສວນວັດທະນະທໍາ ບ້ານໂພນທາດ ຂອງເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 6 ພະຈິກ 2017 ໂດຍແມ່ນບໍລິສັດວັນວິໄລເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າ 1.85 ຕື້ກີບ ເຊິ່ງມີເນື້ອທີ່ສວນ3,596 ຕາແມັດ,ໂດຍແມ່ນທຶນຈາກວັດພະທາດໂຜ່ນທີ່ໄດ້ມາຈາກການລະດົມທຶນ ແລະ ຈັດງານບຸນຜ້າປ່າສາມັກຄີ ເຊິ່ງທາງບໍລິສັດ ຈະເລັ່ງມືໃຫ້ສໍາເລັດ100% ໃນທ້າຍເດືອນນີ້


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.