LU03

ຊາວແຂວງບໍ່ແກ້ວ ຍິນດີຕ້ອນຮັບສູ່ ການເປຕັງຊີງຂັນປະທານສະພາ ຄັ້ງທີ 8 ພ້ອມເປີດປີທ່ອງທ່ຽວລາວ


   ແຂວງບໍ່ແກ້ວ ພ້ອມຮອບດ້ານໃນການເປັນເຈົ້າພາບ ຄັ້ງທຳອິດໃນການແຂ່ງຂັນກິລາເປຕັງ ທົ່ວປະເທດ ຊິງຂັນປະທານສະພາແຫ່ງຊາດ ຄັ້ງທີ 8 ວັນທີ 25-27 ມັງກອນ 2018 ພ້ອມທັງຖືໂອກາດດັ່ງກ່າວ ເປີດປີທ່ອງທ່ຽວລາວ 2018 ຢ່າງເປັນທາງການທີ່ແຂວງ.

   ທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງບໍ່ແກ້ວ ທັງເປັນປະທານຈັດງານຄັ້ງນີ້ ໄດ້ກ່າວໃນພິທີຖະແຫລງຂ່າວ ການແຂ່ງຂັນກິລາເປຕັງທົ່ວປະເທດ ຊິງຂັນປະທານສະພາແຫ່ງຊາດ ຄັ້ງທີ 8 ວ່າ: ຈຸດປະສົງເພື່ອສົ່ງເສີມ ແລະ ພັດທະນາ ການກິລາຂອງລາວ ສະເພາະເປຕັງລາວໃນລະດັບພາກພື້ນ ໃຫ້ນັບມື້ນັບເຂັ້ມແຂງ ໃຫ້ເຂົ້າເຖິງມວຮຊົນແທ້ຈີ່ງ ແລະ ຕໍ່ເນື່ອງ, ເພື່ອເປັນການຮັດແໜ້ນຄວາມສາມັກຄີພາຍໃນສູນກາງ, ທ້ອງຖິ່ນ ສະເພາະ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ແລະ ຍົກລະດັບຄວາມສາມາດຂອງບຸກຄະລາກອນ ໃຫ້ສົມຄູ່ກັບການພັດທະນາ ພ້ອມກັນນີ້ ກໍ່ເປັນການຄັດເລືອກນັກກິລາດີເດັ່ນ ເພື່ອກ້າວສູ່ ທິມຊາດໃຫ້ຫລາຍຂຶ້ນ ນອກຈາກນີ້ ກໍ່ເປັນການສ້າງບັນຍາກາດສູ່ການເປີດປີທ່ອງທ່ຽວລາວຢູ່ ແຂວງບໍ່ແກ້ວ ໃນງານດອກງິ້ວບານ ປະຈຳປີ 2018 ໃນວັນທີ 23-29 ມັງກອນນີ້ ທີ່ເມືອງຕົ້ນເຜິ້ງ.

   ດ້ານວຽກງານການກຽມຄວາມພ້ອມໃນງານຄັ້ງນີ້ ທາງແຂວງແມ່ນມີຄວາມພ້ອມແລ້ວ ໂດຍໄດ້ແບ່ງຄະນະກຳມະການຮັບຜິດຊອບດ້ານຕ່າງໆເປັນ 6 ອະນຸກໍາມະການຄື:
1. ອະນຸກຳມະການເນື້ອໃນ ແລະ ເລຂານຸການ
2. ອະນຸກຳມະການເສດຖະກິດ
3. ອະນຸກຳມະການພິທີການສະຖານທີ່, ຕະຫລາດນັດ ແລະ ສຸຂະພາບ
4. ອະນຸກຳມະການຂະບວນການ, ໂຄສະນາ ແລະ ປະຊາສຳພັນ
5. ອະນຸກຳມະການຈັດການແຂ່ງຂັນ
6. ອະນຸກຳມະການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ

   ສໍາລັບ ການແຂ່ງຂັນຄັ້ງນີ້ ມີທັງຫມົດ 7 ລາຍການຄື: ດ່ຽວຍິງ,ດ່ຽວຊາຍ, ຄູ່ຍິງ, ຄູ່ຊາຍ, ທິມຊຸດຍິງ, ທິມຊຸດຊາຍ ແລະ ຄູ່ກິຕິມະສັກລຸ້ນອາຍຸ 45 ປີຂຶ້ນໄປ ໂດຍຈະມີນັກກິລາຈາກແຂວງຕ່າງໆໃນທົ່ວປະເທດ ລວມທັງກະຊວງ, ອົງການທຽບເທົ່າ ແລະ ສະໂມສອນຕ່າງໆ.

   ສ່ວນການແຂ່ງຂັນຄັ້ງນີ້ມີ 11 ແຂວງ 2 ກຊວງ 1 ຄະນະຈາກສູນກາງ ແຈ້ງເຈດຈໍານົງເຂົ້າຮ່ວມແຕ່ບໍ່ມີ ນະຄອນຫຼວງວຽງຈັນ.11 ແຂວງ ປະກອບມີ.1ບໍແກ້ວເຈົ້າພາບ.2ອຸດົມໄຊ.3ຫົວພັນ.4ຫຼວງພະບາງ.5ໄຊຍະບູລີ.6ຜົງສາລີ.7ຊຽງຂວາງ.8ຫຼວງນໍ້າທາ.9ວຽງຈັນ.1ສາລະວັນ.11 ອັດຕະປຶ ແລະ 2 ກະຊວງຄຶ: ກະຊວງ ປ້ອງກັນຄວາມສະຫງົບ ແລະ ກະຊວງພາຍໃນ ແລະ 1 ຄະນຈາກສູນກາງພັກ ແລະ ບັນດາສະໂມສອນ ໃນພາຍໃນແຂວງບໍແກ້ວແລະໃນຂອບເຂດທົ່ວປະເທດ.

ຂໍ່ມູນຈາກ: ພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.