LU03

ມາເລເຊຍ ທີມອາຊຽນສ້າງປະຫວັດສາດ ເຂົ້າຮອບ ຢູ 23 ບານເຕະອາຊີ, ສ່ວນ ຫວຽດນາມ ລຸ້ນຕໍ່ແລງນີ້


   ຕົບມື້ໃຫ້ເລີຍ ສໍາລັບທີມຈາກອາຊຽນຢ່າງ ມາເລເຊຍ ສ້າງປະຫວັດສາດເຂົ້າຮອບນ໊ອກເອົ້າ ໃນການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ 2018 ລຸ້ນອາຍຸບໍ່ເກີນ 23 ປີ ທີ່ຈີນ ໄດ້ຢ່າງໜ້າປະທັບໃຈ ຫຼັງບຽດເອົາຊະນະ ຊາອຸດິອາຣຸເບຍ 1-0 ເມື່ອວັນທີ 16 ມັງກອນ ທີ່ຜ່ານມາ.

   ມາເລເຊຍ ລົງສະໜາມນັດທໍາອິດ ເສຍໃຫ້ ອີຣັກ, ແຕ່ນັດທີ 2 ສາມາດຢັນສະເໝີ ຈໍແດນ 1-1 ຕ້ອງມາວັດເຂົ້າຮອບນັດສຸດທ້າຍກັບ ຊາອຸດິອາຣະເບຍ ຖ້າຫາກຊະນະຈະເຂົ້າຮອບທັນທີ, ປະກົດວ່າ: ໂມຣິ ຊາອໍາ ຍິງປະຕູໄຊໃຫ້ກັບ ມາເລເຊຍ ໃນນາທີໆ 28 ຊ່ວຍໃຫ້ທີມບຽດເອົາຊະນະຫວຸດ 1-0.

   ຈາກຜົນດັ່ງກ່າວ ເຮັດໃຫ້ ມາເລເຊຍ ເກັບເພີ່ມເປັນ 4 ຄະແນນ ຄວ້າຮອງແຊັມກຸ່ມ ເຂ່ຍທັງ ຈໍແດນ ແລະ ຊາອຸດິອາຣະເບຍ ທີ່ມີ 2 ຄະແນນເທົ່າກັນ ຕົກຮອບໄປ, ສ່ວນແຊັມກຸ່ມເປັນຂອງ ອີຣັກ ຈາກການມີ 7 ຄະແນນ.

   ຂະນະທີ່ ທີມຈາກອາຊຽນ ມີສິດຈະເຂົ້າຮອບນ໊ອກເອົ້າເຖິງ 2 ທີມ ຖ້າຫາກວ່າ ຫວຽດນາມ ສາມາດເອົາຊະນະ ຊີຣີ ໃນຕອນແລງມື້ນີ້ເວລາ 19:30 ໂມງ ຈະເຂົ້າຮອບທັນທີ ຫຼື ກໍ່ຂໍຢ່າງໜ້ອຍສະເໝີ ແລະ ລຸ້ນໃຫ້ ສ ເກົາຫຼີ ຊະນະ ອົດສະຕຣາລີ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.