ຂ່າວຕ່າງປະເທດ

ສົ່ງຄາມມີແຕ່ການສູນເສຍ! ນັບ​ແຕ່​ເກີດຄວາມ​ວຸ້ນວາຍ ​ທາງກາງ​ເມືອງ ຢູ່ຊີ​ຣີ ເຮັດໃຫ້ມີ​ຜູ້​ເສຍ​ຊີວິດ​ ຫລາຍ​ກວ່າ 470.000 ຄົນ


ຂປລ.ຕາມ​ຂ່າວ​ຕ່າງປະ​ເທດ,ວັນ​ທີ 15ມັງກອນ​ປີ​ນີ້, ພົນລະ​ເຮືອນ​ຊີຣີ ​ເສຍ​ຊີວິດ 177 ຄົນ ​​ໃນ​ນີ້ ເປັນ​ເດັກ 50 ກວ່າ​ຄົນ ​ແລະ ​ໄດ້​ຮັບ​ບາດ​ເຈັບ​ອີກ 800 ກວ່າ​ຄົນ ພາຍ​ໃນ 2 ອາທິດ​ຜ່ານ​ມາ ຍ້ອນ​ມີ​ການ​ໂຈມ​ຕີ​ ຢ່າງ​ຕໍ່​ເນື່ອງ​ຈາກ​ກຸ່ມ​ ຕໍ່ຕ້ານ​ລັດຖະບານ ​ຊີຣີ.


ນັບ​ແຕ່​ເກີດ ​ຄວາມ​ວຸ້ນວາຍ ​ທາງກາງ​ເມືອງຊີ​ຮີ ປີ 2011 ມີ​ຜູ້​ເສຍ​ຊີວິດ​ ຫລາຍ​ກວ່າ 470.000 ຄົນ ​ແລະ ອີກ 7,6 ລ້ານ​ຄົນ​ ຕ້ອງ​ອົບ​ພະຍົບ​ ໄປ​ຢູ່​ເຂດ​ທີ່​ປອດ​ໄພ. ນອກ​ນີ້ ລະບົບ​ພື້ນຖານ ​ໂຄງ​ລ່າງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ຢ່າງ​ໜັກ ຂະນະ​ນີ້ ສະຖານະ​ການ​ ຍັງ​ມີ​ຄວາມ​​ເຄັ່ງ​ຕຶງ​ ໃນ​ຫລາຍ​ພື້ນ​ທີ່​ ຂອງ​ປະ​ເທດ./.









-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.