LU03

ຂໍສຽງຊໍາເໜືອແດ່! ໂຮງຮຽນປະຖົມບ້ານເຕື້ອມ ແລະ ອະນຸບານບ້ານຊຳເໜືອ ກໍ່ສ້າງສໍາເລັດກຽມພ້ອມຮັບໃຊ້ສັງຄົມ


   ໂຄງການກໍ່ສ້າງ ປະຖົມບ້ານເຕື້ອມ ແລະ ອະນຸບານບ້ານຊຳເໜືອ ເມືອງຊຳເໜືອ ແຂວງຫົວພັນ ໄດ້ສ້າງສໍາເລັດຢ່າງເປັນທາງການ ແລະ ໄດ້ຈັດພິທີ-ມອບຮັບຂຶ້ນຢ່າງເປັນທາງການໃນຕອນເຊົ້າ ວັນທີ 16 ມັງກອນ 2018 ທີ່ໂຮງຮຽນປະຖົມບ້ານເຕື້ອມ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມົນທອງ ລຽນຕິຄຸນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີ ທ່ານສົມລອນ ຄຳມະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຊຳເໜືອ, ມີ ຄະນະກວດກາ ແລະ ຄຸ້ມຄອງໂຄງການມາຈາກຂັ້ນແຂວງ, ຂັ້ນເມືອງ, ຜູ້ອຳນວຍການບໍລິສັດທີ່ຮັບເໝົາກໍ່ສ້າງ, ອຳນາດການປົກຄອງບ້ານ, ພະ ນັກງານຄູອາຈານ ເຂົ້າຮ່ວມເປັນສັກຂີພີຍານນຳ

   ໃນພິທີ ທ່ານ ນາງ ມະນີພອນ ອິນຄະບົວລີ ຜູ້ອຳນວຍການ ບໍລິສັດ ດອກແກ້ວ ກໍ່ສ້າງ ໄດ້ຂຶ້ນລາຍງານສະພາບການລົງມືກໍ່ສ້າງ ໂຮງຮຽນປະຖົມບ້ານເຕື້ອມ ແລະ ອະນຸບານບ້ານຊຳເໜືອ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງ ໂຮງຮຽນ ປະຖົມບ້ານເຕື້ອມ ແລະ ອະນຸບານບ້ານຊຳເໜືອ ໄດ້ເລີ່ມລົງມືກໍ່ສ້າງນັບແຕ່ ວັນທີ 13 ກຸມພາ 2017 ແລະ ສຳເລັດລົງໃນວັນທີ 8 ມັງກອນ 2018 ໃນນັ້ນປະກອບມີ: ອາຄານຮຽນ 2 ຫຼັງ ຄື: ໂຮງຮຽນປະຖົມບ້ານເຕື້ອມ ແລະ ອະນຸບານ ບ້ານຊຳເໜືອ.

   ໂຮງຮຽນປະຖົມບ້ານເຕື້ອມ ເປັນອາຄານຊັ້ນດຽວ, ມີຂະໜາດ 28 X 8 ແມັດ, ໂຄງສ້າງດ້ວຍເບຕົງເສີມເຫຼັກ, ຫຼັງຄາເຮັດດ້ວຍໂຄງເຫຼັກ, ມຸງດ້ວຍກະເບື້ອງ, ປະກອບມີ 3 ຫ້ອງຮຽນ, 1 ຫ້ອງການຄູ, ຫ້ອງນໍ້າ 1 ຫຼັງ, ປະກອບມີ 2 ຫ້ອງ, ພ້ອມທັງປະກອບມີ: ໂຕະ, ຕັ່ງ, ເຟີນີເຈີຄົບຊຸດ, ລະບົບໄຟຟ້າຄົບຊຸດ, ສ່ວນໂຮງຮຽນອະນຸບານ ບ້ານຊຳເໜືອ ເປັນອາຄານຊັ້ນດຽວ ປະກອບມີ: 1 ຫ້ອງຮຽນ, ມີຂະໜາດ 8 X 6 ແມັດ ທັງສອງໂຄງການກໍ່ສ້າງນີ້: ລວມມູນຄ່າການກໍ່ສ້າງທັງໝົດ: 923.986.205.00 ກ່ວາກີບ, ໂດຍແມ່ນ: ບໍລິສັດ ດອກແກ້ວ ກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ, ພະແນກສຶກສາທິການ ແລະ ກິລາແຂວງ ເປັນເຈົ້າຂອງໂຄງການ ໂດຍໄດັຮັບທຶນຈາກ ນໍ້າເທີນສອງ ຜ່ານກະຊວງສຶກສາທິການ ແລະກິລາ.

ຂ່າວຈາກ: ສີສົມສັກ ພົມມາທຳ




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.