LU03

ທີມຊາດລາວ ຫຼຸດລົງ 1 ຂັ້ນຢູ່ທີ 37 ຂອງອາຊີ ແລະ 183 ຂອງໂລກ, ສ່ວນ ຄູເວດ ເລື່ອນຫຼາຍຂັ້ນທີ່ສຸດ

   ສະຫະພັນບານເຕະນາໆຊາດ ( ຟີຟາ ) ປະກາດຈັດອັນດັບໂລກ ຜ່ານເວັບໄຊທາງການ ປະຈໍາເດືອນມັງກອນ 2018 (ປະກາດເມື່ອວັນທີ 18 ມັງກອນ 2018) ປະກົດວ່າ: ທີມຊາດລາວ ຕົກລົງ 1ຂັ້ນຢຶດອັນດັບ 183 ຂອງໂລກ.
ສ່ວນທີມຊາດເຢຍລະມັນ ຍັງຄອງເບີ 1 ຂອງໂລກ, ອັນດັບ 2 ບຣາຊິນ ແລະ ອັນດັບ 3 ໂປຣຕູເກດ ໂດຍ 10 ອັນດັບ ທໍາອິດຂອງໂລກຍັງບໍ່ມີການປ່ຽນແປງ.


   ຂະນະທີ່ ທີມຊາດທີ່ເລື່ອນອັນດັບຂຶ້ນຫຼາຍທີ່ສຸດຄື ຄູເວດ ເລື່ອນຂຶ້ນເຖິງ 15 ຈາກອັນດັບທີ 189 ຂອງໂລກມາຢູ່ທີ 174 ຂອງໂລກ, ສ່ວນ ໄຕຫວັນ 134, ເລບານອນ 84 ແລະ ປາເລສຕິນ 75 ກາຍເປັນຊາດທີ່ເລື່ອນອັນດັບຂຶ້ນດີທີ່ສຸດຕັ້ງແຕ່ເຄີຍຈັດມາ.


  ດ້ານອາຊຽນອັນດັບ 1 ເປັນຂອງ ຫວຽດນາມ (122ຂອງໂລກ), ອັນດັບ 2 ຟິລິບປິນ ແລະ ອັນດັບ 3 ໄທ.






-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.