ການເງິນ

ລະບົບທັນສະໄໝຊ່ວຍໄດ້ຫຼາຍຢ່າງ! ພຽງ3-4 ເດືອນເກັບລາຍຮັບຈາກການເສຍຄ່າທາງໄດ້ ແລ້ວ 30 ຕື້ກີບ


 ຂປລ. ອີງ​ຕາມ​ການ​ເປີດ​ເຜີຍ ​ຂອງ​ ທ່ານ ສົມ​ດີ ດວງ​ດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ​ການ​ເງິນ ທີ່​ໄດ້ໃຫ້​ທິດ​ຊີ້​ນຳ​ໃນ​ກອງ​ປະຊຸມ​ວິຊາ​ການ ​ຂະ​ແໜງ​ສ່ວຍ​ສາ​ອາກອນ​ທົ່ວ​ປະ​ເທດ ​ເພື່ອ​ສະຫລຸບ​ຕີ​ລາຄາ​ການ​ ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ໃນ​ປີ 2017 ​ແລະ ທິດທາງ​ການຈັດຕັ້ງ​ປະຕິບັດ​​ປີ 2018, ຊຶ່ງຈັດ​ຂຶ້ນ​ໃນ​ວັນ​ທີ 15-17 ມັງກອນ 2018 ທີ່​ສູນ​ຮ່ວມ​ມື​ສາກົນ ​ແລະ ການ​ຝຶກ​ອົບຮົມ (ICTC).

         ກົມ​ສ່ວຍ​ສາ​ອາກອນ​ ຈະ​ຕ້ອງ​ໄດ້​ກວດຄືນ​ຖານ​ຂໍ້​ມູນ​ ທີ່​ມີ​ຢູ່​ແລ້ວ​ໃຫ້​ຖືກຕ້ອງກັບ​ການ​ດຳ​ເນີນ​ທຸລະ​ກິດ​ ທີ່​ເປັນ​ອາກອ​ນລາຍ​ຮັບ​ຕົວ​ຈິງ ​ເພາະ​ຕົວ​ເລກ​ບາງ​ສ່ວນ​ ອາດ​ແມ່ນ​ຕົວ​ເລກ​ລາຍ​ຮັບ​ເດີມ​​ຜ່ານ​ມາ​ຫລາຍ​ ປີ​ ເຊັ່ນ: ທຸລະ​ກິດ​ໂຮງ​ແຮມ​ທີ່​ໃຫ້​ບໍລິການ​ ​ເສຍ​ພັນທະ​ຖືກຕ້ອງ​ກັບ​ຕົວ​ຈິງ​ແທ້​ຫລືບໍ, ບັນດາ​ແຂວງ​ທີ່​ມີ​ລາຍ​ຮັບ​ຫລຸດ​ຈາກ​ປີ​ກ່ອນ​ ກໍ່​ຄວນ​​ເຂົ້າ​ໄປ​ກວດ​ສອບ​ເພື່ອ​ຄວາມ​ໂປ່​ງ​ໃສ.

ໃນຂະນະ​ທີ່ ການ​ເກັບ​ຄ່າ​ທຳນຽ​ມທາງ​ແບບ​ທັນ​ສະ​ໄໝ​ ຖ້າ​ທຽບ​ໃສ່​​ປີຜ່ານມາ​ ຖື​ວ່າ​ເພີ່ມ​ຂຶ້ນ​ຫລາຍ​ເທົ່າ, ​ເພາະວ່າ​ການ​ເກັບ​ຄ່າ​ທຳນຽມທາງ​ ໃນ​ແຕ່ລະ​ປີ ສາມາດ​ເກັບ​ລາຍ​ຮັບ​ໄດ້​ປະມານ​ 10 ຕື້​ກີບ​, ​ແຕ່​ເມື່ອ​ປ່ຽນ​ມາ​ໃຊ້​ລະບົບ​ ການ​ເກັບຜ່ານທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ ພຽງ 3-4 ​ເດືອນ ກໍສາມາດ​ເກັບ​ໄດ້​ແລ້ວ 30 ຕື້​ກີບ, ມູນ​ຄ່າ​ຕົວ​ເລກ​ດັ່ງກ່າວ, ​ແມ່ນຜິດ​ໂຕນ​ກັນ​ຫລາຍພໍ​ສົມຄວນ ​ເພາະ​ໄດ້​ລວມ​ເອົາລົດ​ຂອງ​ລັດຖະບານ ​ເຂົ້າ​ມາ​ເສຍ​ນຳ​ດ້ວຍ​ ຈາກ​ແຕ່​ກ່ອນ​ແມ່ນ​ມີ​ການ​ຍົກ​ເວັ້ນ.

         ກ່ອນ​ໜ້າ​ນີ້, ທ່ານ ກົງ​ຄຳ ສິດທິ​ວໍລະ​ດາ ຮອງ​ຫົວໜ້າ​ກົມ​ສ່ວຍ​ສາ​ອາກອນ ກະຊວງ​ການ​ເງິນໄດ້ໃຫ້​ສຳພາດ​ຕໍ່​ນັກຂ່າວການ​ເງິນ​ ເມື່ອຕົ້ນເດືອນພະ​ຈິກ 2017 ຜ່ານ​ມາ​, ໂດຍກ່າວວ່າ​: ການ​ເປີດ​ນຳ​ໃຊ້​ລະບົບ​ທັນ​ສະ​ໄໝ​ເກັບ​ຄ່າ​ທຳນຽມ​ທາງ​ ​ເປັນ​ການ​ສ້າງ​ຄວາ​ມ​ໂປງ​​ໃສ, ສາມາດ​ກວດ​ສອບ​ໄດ້ ​ແລະ ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ​ແຫ່ງ​ລັດ ​ຖືກຕ້ອງ​ຕາມ​​ເວລາ-ຕາມ​ມູນ​ຄ່າ​ຕົວ​ຈິງ, ​ໂດຍເປີດນຳ​ໃຊ້​ລະບົບ​ດັ່ງກ່າວ​ພຽງ 7 ວັນ ຄື ວັນ​ທີ 26 ຕຸລາ ຫາ 1 ພະຈິກ 2017 ສາມາດ​ຈັດ​ເກັບ​ລາຍ​ຮັບເຂົ້າ​ງົບປະມານ​ແຫ່ງ​ລັດ​ ໄດ້ເຖິງ 1,2 ຕື້​ກີບ. ຖ້າ​ຫາກ​ວ່າ ການ​ຈັດ​ຕັ້ງ​ປະຕິບັດ​ເກັບ​ຄ່າ​ທຳນຽ​ມທາງ​ປະຈຳ​ປີ 2017 ສຳ​ເລັດ​ຕາມ​ກຳນົດ​ເວລາ​ດັ່ງກ່າວ ​ຄື ນັບ​ແຕ່​ເດືອນ​ຕຸລາ 2017 ຫາ​ເດືອນ​ມີນາ 2018 ຈະ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຂະ​ແໜງ​ສ່ວຍ​ສາ​ອາກອນ​ປະມານ 50 ຕື້​ກີບ.

         ຄຽງ​ຄູ່​ກັນ​ນີ້, ກົມ​ສ່ວຍ​ສາ​ອາກອນ ກະຊວງ​ການ​ເງິນ ຍັງ​ໄດ້​ສົມທົບ​ກັບ​ກະຊວງປ້ອງ​ກັນ​ຄວາ​ມສະຫງົບ ກ່ຽວ​ກັບ​ມາດ​ຕະການ​ປັບ​​ໄໝ, ສຳລັບ​ຜູ້​ທີ່ລະ​ເມີ​ດລະບຽບ ຄ່າ​ທຳນຽມ​ທາງ​ເຊັ່ນ ຜູ້​ທີ່​ຊຳລະ​ເງິນຜ່ານ​ທະນາຄານ ​ແຕ່​ບໍ່​ໄປ​ຮັບ​ເອົາ​ສະຕິ​ກ​ເກີ້​ພາຍ​ໃນ​ກຳນົດ 15 ວັນ ​ນັບ​ແຕ່​ມື້​ກຳນົດ​ເປັນ​ຕົ້ນ​ໄປ​ ຈະ​ຖືກ​ປັບ​ໄໝ 5% ຂອງ​ມູນ​ຄ່າ​​ທີ່​ໄດ້​ຊຳລະ​ໄປ, ບໍ່​ເສຍ​ຄ່າ​ທຳນຽ​ມຕາມ​ເວລາ​ທີ່​ກຳນົດ​ໄວ້​ ກໍຈະ​ຖືກ​ປັບ​ໄໝ 0,1% ຕໍ່​ມື້​ຂອງ​ມູນ​ຄ່າ​ທີ່​ຕ້ອງ​ເສຍ​ຄ່າ​ທຳນຽມ​ທາງ​ປະຈຳ​ປີ, ບໍ່​ເສຍ​ຄ່າ​ທຳນຽມ​ທາງ​ໃ​ນ 1 ປີຜ່ານມາ ຈະ​ຖືກ​ປັບ​ໄໝ 40% ຕໍ່​ປີ, ບໍ່​ເສຍ​ຄ່າ​ທຳນຽມ​ທາງ 2 ​ປີ ຂຶ້ນ​ໄປ​ຈະ​ຖືກ​ປັບ​ໄໝ 60% ຕໍ່​ປີ, ​ເສຍ​ຄ່າ​ທຳນຽມ​ບໍ່​ຖືກຕ້ອງ​ຕາມ​ທີ່​ໄດ້​ກຳນົດ​ໄວ້ ​ຕ້ອງ​ໄດ້​ເສຍ​ຄ່າ​ທຳນຽມ​ທາງ​ຕື່ມ​ໃຫ້​ຄົບ​ຖ້ວນ, ພ້ອມ​ທັງ​ປັບ​ໃໝ 60%, ຖ້າ​ປອມ​ແປງ​ການ​ເສຍ​ຄ່າ​ທຳນຽມ​ທາງ​ ທຸກ​ຮູ​ບ​ແບບ​ຕ້ອງ​ຖືກ​ປັບ​ໄໝ​ສອງ​ເທົ່າ ​ແລະ ຈະ​ຖືກ​ລົງ​ໂທດ​ຕາມ​ກົດໝາຍ​ອາຍາ​ຕາມ​ແຕ່​ລະ​ກໍລະນີ.

         ທ່ານ ກົງ​ຄຳ ສິດທິ​ວໍລະ​ດາ ຍັງ​ໃຫ້ຕື່ມວ່າ: ໄລຍະ​ຂອງ​ການ​ເສຍ​ຄ່າ​ທຳນຽມ​ທາງ ​ແມ່ນນັບ​ແຕ່​ເດືອນ​ມັງກອນຮອດ​ເດືອນ​ມີນາ ຂອງ​ທຸຸກໆ​ປີ, ​ເຊິ່ງ​ເປັນ​ໄລຍະ​ທີ່​ບຸກຄົນ, ນິຕິບຸກຄົນ ​ແລະ ອົງການ​ຈັດ​ຕັ້ງ​ ຕ້ອງ​ເສຍ​ຄ່າ​ທຳນຽມ​ທາງ​ປະຈຳ​ປີ, ຖ້າ​ບໍ່​ເສຍ​ທຳນຽມ​ທາງ​ຕາມ​ເວລາ​ທີ່​ກຳນົດ​ໄວ້​ ກໍຈະ​ຖືກ​ປັບ​ໄໝ ​ແລະ ຍັງ​ໄດ້​ອະທິບາຍ​ຊີ້​ແຈ້ງ​ ກ່ຽວ​ກັບ​ຂໍ້​ຂ້ອງ​ໃຈ​ຂອງ​ສັງຄົມກ່ຽວ​ກັບ​ລົດ​ທີ່​ຖືກ​ຍົກ​ເວັ້ນ ​ແມ່ນ​ພາ​ຫະນະ​ຮັບ​ໃຊ້​ວິຊາ​ສະ​ເພາະ​ ຂອງ​ອົງການ​ຈັດ​ຕັ້ງລັດ​ບໍລິຫານ-​ວິຊາ​ການ, ສະມາຄົມ, ມູນ​ນິທິ​ ທີ່​ເຄື່ອນ​ໄຫວ​ຮັບ​ໃຊ້​ສາທາ ລະນະ​ປະ​ໂຫຍ​ດ, ສຳລັບ​ລົດ​ລັດ (ປ້າ​ຍສີຟ້າ) ​ກໍແມ່​ນ​ໄດ້​ເສຍ​ຄ່າ​ທຳນຽມ​ທາງ​ເຊັ່ນດຽວ​ກັນ​ ນັບ​ແຕ່​ລົດ​ຮັບ​ໃຊ້​ບໍລິຫານ​ທົ່ວ​ໄປ​ ຈົນ​ຮອດ​ລົດ​ຕຳ​ແໜ່​ງທຸກ​ຂັ້ນ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.