ໂຍທາ

ເຊັນສັນຍາວ່າຈ້າງບໍລິສັດທີ່ປຶກສາໂຄງການກໍ່ສ້າງທາງລົດໄຟລາວ-ໄທ ໄລຍະ II (ຕອນທີ 2)


ໃນຕອນຄ່ຳເວລາ 17:30 ໂມງ ຂອງວັນທີ 16 ມັງກອນ 2018 ຢູ່ທີ່ໂຮງແຮມດອນຈັນພາເຣດ ໄດ້ມີພິທີ ເຊັນສັນຍາວ່າຈ້າງບໍລິສັດທີ່ປຶກສາໂຄງການກໍ່ສ້າງທາງລົດໄຟລາວ-ໄທ ໄລຍະ II (ຕອນທີ 2) ລະຫວ່າງ ກົມທາງລົດໄຟ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດ ເອຊຽນ ອິນຈີເນຍຣິງ ຄອນຊາວຕິ້ງ (AEC) (ປະເທດໄທ) ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ປອ. ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງ ຍທຂ. ຕາງໜ້າໃຫ້ກົມທາງລົດໄຟ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໂດຍ ທ່ານ ແສງທະວີໃສ ມະລີວັນ, ຮອງຫົວໜ້າກົມທາງລົດໄຟ ແລະ ທ່ານ ດຣ. ສົບໂຊກ ສີສາຄອນ, ປະທານທີ່ປຶກສາ ຜູ້ຕາງໜ້າ ບໍລິສັດ ເອຊຽນ ອິນຈີເນຍຣິງ ຄອນຊາວຕິ້ງ(AEC) (ປະເທດໄທ). ມີທ່ານ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ເອກອັກຄະລະສະທູດໄທ ປະຈຳ ສປປ ລາວ, ທ່ານ ຮອງເຈົ້າເມືອງໄຊເສດຖາ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ພະນັກງານບຳນານ, ພະນັກງານວິຊາການ, ແລະ ພະນັກງານບໍລິສັດທີປຶກສາ ເຂົ້າຮ່ວມ ຈຳນວນ 63 ທ່ານ.



ບໍລິສັດທີ່ປຶກສາມີໜ້າທີ່ໃນການປັບປຸງການອອກແບບ 3 ເດືອນ, ກະກຽມເອກະສານເພື່ອປະມູນເອົາບໍລິ ສັດຜູ້ຮັບເໝົາ 4 ເດືອນ, ໄລຍະຄຸ້ມຄອງການກໍ່ສ້າງ 27 ເດືອນ ແລະ ໄລຍະຄ້ຳປະກັນ 12 ເດືອນ ລວມໄລຍະ ທັງໝົດ 46 ເດືອນ ເຊິ່ງບໍລິສັດທີ່ປຶກສາຈະເຮັດໜ້າທີ່ຕາງໜ້າເຈົ້າຂອງໂຄງການ, ໃນການຕິດຕາມຄວບ ຄຸມດ້ານເຕັກນິກ, ແຜນການກໍ່ສ້າງຈົນໃຫ້ໂຄງການສຳເລັດຕາມແຜນການ ແລະ ຂໍ້ກຳນົດດ້ານເຕັກນິກ ທີ່ວາງໄວ້



ໃນການກໍ່ສ້າງຕອນທີ 1 ທີ່ຜ່ານມານນັ້ນແມ່ນມີການກໍ່ສ້າງລະບົບ CY, ກໍ່ສ້າງລະບົບລາງຫຼີກ, ປັບປຸງຍົກ ລະດັບລະບົບສັນຍານ ແລະ ລະບົບໂທລະຄົມມະນາຄົມຢູ່ສະຖານີລົດໄຟທ່ານາແລ້ງ, ກໍ່ສ້າງຫ້ອງການກົມ ລົດໄຟ ແລະ ເຮືອນພັກພະນັກງານ ປະຈຸບັນໄດ້ຮັບການຕົກລົງເຫັນດີ ຈາກຄະນະນຳກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ເຊັນສັນຍາການກໍ່ສ້າງໃນໄລຍະ II (ຕອນ 2) ນີ້ປະກອບມີ ການກໍ່ສ້າງທາງລົດໄຟຍາວ 7,5 Km ພ້ອມດ້ວຍລະບົບລາງຫຼີກ, ກໍ່ສ້າງອາຄານສະຖານີ ວຽງຈັນ, ກໍ່ສ້າງທາງເຂົ້າຫາສະຖານີວຽງຈັນ ຍາວ 2 Km, ກໍ່ສ້າງການຕິດຕັ້ງລະບົບສັນຍານ ແລະ ລະບົບ ໂທລະຄົມມະນາຄົມ ແລະ ລະບົບສາທາລະນູປະໂພກຕ່າງໆ ອີກຈຳນວນໜຶ່ງເຊິ່ງຄາດວ່າຈະສຳເລັດ



ແຫລ່ງທີ່ມາຈາກກະຊວງ ຍທຂ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.