LU03

5 ມື້ຂອງການຄັດເລຶອກນັກກິລາ ຢູ 16 ລາວ ສຸດຄຶກຄັກ, ມື້ແລງນີ້ໂອກາດສະແດງສີມືມື້ສຸດທ້າຍຂອງ 25 ຄົນ


   ການຄັດເລືອກນັກເຕະທີມຊາດລາວ U-16 ຕະຫຼອດໄລຍະ 5 ວັນທີ່ຜ່ານມາ ເຕັມໄປດ້ວຍບັນຍາກາດຄຶກຄັກ ແລະ ເຂັ້ມຂຸ້ນ, ເຊິ່ງມື້ດັ່ງກ່າວທີມຄະນະຄູຝຶກຈະມີການຄັດເລືອກເອົາ 25 ຄົນສຸດທ້າຍກ່ອນ ແລະ ຈະມີການຄັດເລືອກອີກຕາມລຳດັບ.

   ການຄັດເລືອກໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 15-20 ມັງກອນ 2018 ຢູ່ທີ່ສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ ບ້ານ ຫ້ວຍຫົງ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໃນເວລາ 16:00 – 18:30 ໂມງ, ເຊິ່ງມື້ນີ້ວັນທີ 20 ມັງກອນ ຈະເປັນໂອກາດສຸດທ້າຍຂອງ 25 ນັກເຕະ ໃນການສະແດງຄວາມສາມາດໃຫ້ເຂົ້າຕາຄູຝືກ ເພື່ອຈະຄັດເລຶອກເປັນຄັ້ງສຸດທ້າຍ ( ຖ້າໄດ້ຜົນແອັດມິນນົກຈະລາຍງານໃຫ້ຊາບພາຍຫຼັງ).

   ອີງຕາມແຜນການເຄື່ອນໄຫວຂອງ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2018 ສຕລ ມີ ຈຸດປະສົງຄັດເລືອກນັກກິລາທີ່ມີ ພອນສະຫວັນ ແລະ ທັກສະ ເພື່ອກະກຽມນັກກິລາ ທີມບານເຕະຊາຍທີມຊາດລາວ ຮຸ່ນອາຍຸ 16 ປີ ເຂົ້າຮ່ວມການແຂ່ງຂັນລາຍການ Japan-ASEAN U-16 Football Exchange Programe 2018 ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 06-15 ມີນາ 2018 ຢູ່ທີ່ແຂວງ ມີຢາຊະກິ ( MIYAZAKI ) ປະເທດຍີ່ປຸ່ນ.

ຂອບໃຈພາບຈາກ: ສະຫະພັນບານເຕະແຫ່ງຊາດລາວ




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.