LU03

ມາເບິ່ງວິທີຄິດໄລ່ຄະແນນອັນດັບໂລກຂອງ ຟີຟາ ຫຼັງທີມຊາດລາວ ບໍ່ໄປບໍ່ມາຢູ່ອັນດັບທີ 183 ຂອງໂລກ

   ເຊື່ອວ່າຫຼາຍຄົນຍັງບໍ່ຮູ້ ແລະ ບໍ່ເຂົ້າໃຈ ເຖິງວິທີການຄິດຄໍານວນຄະແນນຂອງ ຟີຟາ ແຣງກິ້ງ (ຈັດອັນດັບໂລກ) ຂອງກິລາບານເຕະຊາຍຂອງ ສະຫະພັນບານເຕະນາໆຊາດ (ຟີຟາ).
ດັ່ງນັ້ນ, ມື້ນີ້ແອັດມິນນົກ ຂາປະຈໍາຂອງ ລາວອັບເດດ ຈະນໍາເອົາວິທີຄິດຄໍານວນຄະແນນຈັດອັນດັບໂລກ ບານເຕະຊາຍ ມາໃຫ້ແຟນເພຈໄດ້ຮູ້ນໍາກັນ ຫຼັງຈາກທີ່ການຈັດອັນດັບໂລກຄັ້ງຫຼ້າສຸດ (ເດືອນມັງກອນ 2018) ທີມຊາດລາວ ຫຼຸດລົງ 1 ຂັ້ນຢູ່ອັນດັບທີ 37 ຂອງອາຊີ ແລະ 183 ຂອງໂລກ, ເຮົາມາເບິ່ງວິທີຄໍານວນນໍາກັນເລີຍ.


      ວິທີຄໍານວນຄະແນນຂອງ FIFA Ranking ນັ້ນຕ້ອງເປັນນັດທີ່ ຟີຟາ ຮັບຮອງຜົນການແຂ່ງຂັນມີ 5 ຂັ້ນຕອນດັ່ງນີ້:
-ຂັ້ນຕອນທີ 1: ເບິ່ງຜົນການແຂ່ງຂັນ, ຄະແນນ, ຊະນະ (ໃນເວລາ 90 ຫຼື 120 ນາທີ ແລະ ບໍ່ມີການຍິງຈຸດໂທດ) ຈະໄດ້ 3 ຄະແນນ, ຊະນະ (ແບບຍິງຈຸດໂທດ) ໄດ້ 2 ຄະແນນ, ສ່ວນສະເໝີໃນເວລາປົກກະຕິ ແລະ ຊະນະ ຫຼື ເສຍ ໃນການດວນຈຸດໂທດ ຫຼັງສະເໝີກັນໃນເວລາປົກກະຕິໄດ້ 1 ຄະແນນ.



-ຂັ້ນຕອນທີ 2: ນໍາຄະແນນທີ່ໄດ້ໄປຄູນກັບຄ່າຄວາມສໍາຄັນຂອງນັດດັ່ງນີ້: ບານໂລກ ຮອບສຸດທ້າຍ ຄູນ 4, ບານລະດັບທະວີບເຊັ່ນ ຢູໂຣ, ເອຊຽນ ຄັບ ຄູນ 3, ບານລະດັບທະວີບ ຮອບຄັດເລຶອກ ແລະ ບານໂລກ ຮອບຄັດເລຶອກ ຄູນ 2.5, ສ່ວນບານມິດຕະພາບ ໃຊ້ທີມຊາດຊຸດໃຫຍ່ ແລະ ຟີຟາຮັບຮອງຜົນການແຂ່ງຂັນຄູນ 1.

-ຂັ້ນຕອນທີ 3: ນໍາຄະແນນທີ່ໄດ້ຈາກສອງຂັ້ນຕອນທໍາອິດຄູນຄ່າຄວາມແຂງແກ່ນຂອງຄູ່ແຂ່ງ ໂດຍສູດຄໍານວນມີ ຄ່າຄວາມແຂງແກ່ນ = (200 - ອັນດັບຂອງຄູ່ແຂ່ງ) / 100. (ຕົວຢ່າງ: ສົມມຸດທີມຄູ່ແຂ່ງຄືອັນດັບທີ 125 ຄ່າຄວາມແຂງແກ່ນ = (200 – 125) / 100 ຄ່າຄວາມແຂງແກ່ນຄູ່ແຂ່ງຈະເທົ່າກັບ 0.75.
-ຂັ້ນຕອນທີ 4: ນໍາຄະແນນທໍ່ໄດ້ຈາກ 3 ຂັ້ນຕອນທໍາອິດມາຄູນກັບ ຄ່າຄວາມແຂງແກ່ນຂອງໂຊນການຄັດເລຶອກບນໂລກຂອງຄູ່ແຂ່ງ ໂດຍໂຊນອາເມຣິກາໃຕ້ ຄູນ 1.00, ໂຊນເອີຣົບ ຄູນ 0.99, ໂຊນຄອນຄາເຄຟ ຄູນ 0.85, ໂຊນອາເມຣິກາ ຄູນ 0.85, ໂຊນອາຊີ ຄູນ 0.85, ໂຊນໂອເຊອານີ 0.85, ເຊິ່ງຖ້າຫາກເປັນໂຊນດຽວກັນ ຈະຄູນຕາມຄ່າຄວາມແຂງແກ່ນຂອງໂຊນນັ້ນໆ, ແຕ່ຖ້າຄູ່ແຂາງຢູ່ຄົນລະໂຊນ ຈະຄິດຄ່າຄວາມແຂງແກ່ນຂອງໂຊນຈາກຄ່າລະເລ່ຍ ຍົກຕົວຢ່າງ: ທີມຈາກໂຊນອາເມຣິກາໃຕ້ (1.0) ພົບກັບ ໂຊນເອີຣົບ (0.99) ຈະມີຄ່າຄວາມແຂງແກ່ນຂອງໂຊນເທົ່າກັບ (1+0.99) / 2 = 0.995.
-ຂັ້ນຕອນທີ 5: ເປັນຂັ້ນຕອນສຸດທ້າຍໃຫ້ນໍາເອົາຄະແນນທີ່ໄດຈາກ 4 ຂັ້ນຕອນນັ້ນ ມາຄູນກັບ 100 ວ່າຄະແນນຈະໄດ້ທໍໃດຈັດເປັນອັນດັບໂລກຕາມລໍາດັບ (ຄິກເບິ່ງຂໍ້ມູນເພີ່ມເຕີມໄດ້ທີ່ FIFA.COM)








-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.