LU03

ຕົກຮອບແບບສົມສັກສີ! ມາເລເຊຍ ເສຍໃຫ້ ສ ເກົາຫຼີ ທ້າຍເກມຫວຸດຫວິດ 1-2 ບານເຕະຊີງແຊັມອາຊີ ຢູ23


   ຖືວ່າສູ້ສຸດຂີດ ແລະ ສົມສັກສີແລ້ວ ສໍາລັບ ທີມຊາດມາເລເຊຍ ທີມຈາກອາຊຽນ ທີ່ສາມາດເຮັດໃຫ້ ສ ເກົາຫຼີ ອີກທີມເຕັງແຊັມ ຕ້ອງໜັກໃຈສຸດໆ ເມື່ອ ມາເລເຊຍ ມາຕີສະເໝີ 1-1 ກ່ອນທີ່ໄລຍະທ້າຍເກມ ສ ເກົາຫຼີ ຈະມາໄດ້ປະຕູໄຊໄລຍະທ້າຍເກມບຽດເອົາຊະນະໄປ 2-1 ໃນບານເຕະຊີງແຊັມອາຊີ 2018 ລຸ້ນອາຍຸບໍ່ເກີນ 23 ປີ.

   ການແຂ່ງຂັນບານເຕະຊາຍ ລຸ້ນອາຍຸບໍ່ເກີນ 23 ປີ ປະຈໍາວັນທີ 20 ມັງກອນ 2018 ທີມຊາດ ສ ເກົາຫຼີ ລົງສະໜາມພົບກັບ ມາເລເຊຍ ປະກົດວ່າ: ມາເລເຊຍ ພາດທ່າເສຍປະຕູຢ່າງໄວວາໃນນາທີໆ 1 ກ່ອນທີ່ຈະມາຕີສະເໝີເປັນ 1-1 ໃນເຄິ່ງເວລາທີ 2 ແລະ ໄລຍະເວລາທີ່ເຫຼືອ ທັງສອງທີມແຂ່ງຂັນໄດ້ຢ່າງສຸດມັນ ແຕ່ເປັນ ສ ເກົາຫຼີ ທີ່ມາໄດ້ປະຕູໄຊນາທີໆ 85 ເອົາຊະນະໄປ 2-1.

   ຈາກຜົນດັ່ງກ່າວ ເຮັດໃຫ້ ມາເລເຊຍ ຕົກຮອບໄປ, ສ່ວນ ສ ເກົາຫຼີ ຜ່ານເຂົ້າຮອບ 4 ທີມພົບກັບ ອຸດສະເບກິດສະຖານ ໃນວັນທີ 23 ມັງກອນ 2018 ເວລາ 19:30 ໂມງ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.