LU03

ປະຫວັດສາດໜ້າໃໝ່! ຫວຽດນາມ ດວນຈຸດໂທດເອົາຊະນະ ອີຣັກ ທະລຸເຂົ້າຮອບ 4 ທີມບານເຕະຊີງແຊັມອາຊີ ຢູ23


   ທີມຊາດຫວຽດນາມ ກາຍເປັນທໍາອິດຈາກອາຊຽນ ທີ່ສ້າງປະຫວັດສາດຜ່ານເຂົ້າຮອບ 4 ທີມ ໃນບານເຕະຊີງແຊັມອາຊີ 2018 ລຸ້ນອາຍຸບໍ່ເກີນ 23 ປີ ຫຼັງດວນຈຸດໂທດເອົາຊະນະ ທີມຊາດອີຣັກ 5-3 ຫຼັງສະເໝີກັນ 3-3.

   ການແຂ່ງຂັນບານເຕະຊາຍ ລຸ້ນອາຍຸບໍ່ເກີນ 23 ປີ ປະຈໍາວັນທີ 20 ມັງກອນ 2018 ຄູ່ທີ 2 ທີມຊາດ ອີຣັກ ລົງສະໜາມພົບກັບ ຫວຽດນາມ ປະກົດວ່າ: ຫວຽດນາມ ຫຼິ້ນໄດ້ດີເກີນຄາດ ແລະ ໄດ້ໃຈກອງເຊຍ ເມື່ອໄດ້ປະຕູຂຶ້ນນໍາຕັ້ງແຕ່ເວລາທໍາອິດ ກ່ອນທີ່ຈະຖືກຕີສະເໝີ 1-1, ສ່ວນເວລາທີເຫຼືອເຮັດຫຍັງຫັນບໍ່ໄດ້ ຈົນ 90 ນາທີສະເໝີກັນ 1-1.

   ເຮັດໃຫ້ກໍາມະການຕ້ອງຕໍ່ເວລາພິເສດອອກໄປ 30 ນາທີ ປະກົດວ່າ: ເປັນ ອີຣັກ ທີ່ມາໄດ້ປະຕູຂຶ້ນນໍາ 2-1, ແຕ່ຫຼັງຈາກນັ້ນ ຫວຽດນາມ ກົດ 2 ປະຕູລວດພິກຂຶ້ນນໍາ 3-2. ຢ່າງໃດກໍ່ຕາມ, ກ່ອນໝົດເວລາ ອີຣັກ ໄລ່ຕີສະເໝີເປັນ 3-3 ກ່ອນຈົບເວລາພິເສດ ສະເໝີກັນ 3-3 ຈົນຕ້ອງໄປຕັດສິນດ້ວຍການດ່ວນຈຸດໂທດປະກົດວ່າ: ຫວຽດນາມ ຍິງເຂົ້າທັງໝົດ 5 ຄົນ ສ່ວນ ອີຣັກ ຍິງເຂົ້າພຽງ 3 ຄົນ ສົ່ງຜົນໃຫ້ ຫວຽດນາມ ເອົາຊະນະໄປ 5-3.

   ຈາກຜົນດັ່ງກ່າວ ຫວຽດນາມ ຜ່ານເຂົ້າຮອບ 4 ທີມພົບກັບ ທີມຊາດກາຕ້າ ໃນວັນທີ 23 ມັງກອນ 2018 ເວລາ 16:00 ໂມງ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.