LU03

ມາເບິ່ງ ຊາວຫວຽດນາມ ປິດເມືອງສະຫຼອງ ຫຼັງທີມຊາດຢູ 23 ສ້າງປະຫວັດສາດເຂົ້າຮອບບານເຕະອາຊີ


   ບັນຍາກາດຫຼັງຈາກທີ່ ທີມຊາດຫວຽດນາມ ສ້າງປະຫວັດສາດປາບ ອີຣັກ ໃນການດວນຈຸດໂທດເອົາຊະນະ 5-3 ຜ່ານເຂົ້າຮອບຮອງຊະນະເລີດ ໃນການແຂ່ງຂັນບານເຕະຊາຍ ຊີງແຊັມອາຊີ 2018 ລຸ້ນອາຍຸບໍ່ເກີນ 23 ປີ.

   ປະກົດວ່າ: ຫຼັງຈົບການແຂ່ງຂັນມີແຟນບານຫຼາຍພັນຄົນໃນນະຄອນຫຼວງຮາໂນ້ຍ, ເມືອງໂຮຈີ່ມິນ ແລະ ເມືອງຕ່າງໆທົ່ວປະເທດ ຕ່າງຂີ່ລົດຕາມທ້ອງຖະໜົນ ແລະ ຊົມການແຂ່ງຂັນຕາມສະຖານທີ່ຕ່າງໆ ສະຫຼອງກັນຢ່າງຊະນະໃຈ.

   ໂດຍຫຼາຍຄົນໃຫ້ຄວາມເຫັນໃນສື່ອອນໄລວ່າ: ການໄດ້ເຫັນຫານພັດທະນາຂອງເຍົາວະຊົນ ລຸ້ນອາຍຸ 23 ປີຖືເປັນຄວາມສຸກທີ່ສຸດ ແລະ ຫວັງວ່າອະນາຄົດຕໍ່ໄປ ນັກເຕະເຍົາວະຊົນເຫຼົ່ານີ້ ຈະກ້າວໄປເປັນແກນຫຼັກຂອງທີມຊາດຊຸດຕໍ່ໆໄປໄດ້.


ຮູບຈາກ: e.vnexpress.net




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.