LU03

ໜ້າຢ້ານ! ແມັກຄາທີ ຂາຫັກ 2 ບ່ອນປິດສາກລະດູການນີ້


   ເອັຟເວີຕັນ ສະໂມສອນໃນ ພຣີເມຍລີກ ອັງກິດ ຢືນຢັນວ່າ: ເຈມສ໌ ແມັກຄາທີ ກອງກາງຕົວສໍາຄັນໄດ້ຮັບບາດເຈັບຢ່າງຮຸນແຮງ ເຖິງຂັ້ນຂາຂວາຫັນເປັນ 2 ທ່ອນ ລະຫວ່າງການແຂ່ງຂັນໃນລີກນັດຫຼ້າສຸດ ທີ່ສະເໝີກັບ ເວສບຣອມວິຊ ອັລບຽນ 1-1 ເມື່ອວັນເສົາທີ 20 ມັງກອນ ທີ່ຜ່ານມາ.

  ແມັກຄາທີ ຖືກຫາມອອກຈາກສະໜາມໃນໄລຍະເຄິ່ງຫຼັງ ຫຼັງຂາຫັນຈາກຈັງຫວະທີ່ພະຍາຍາມເຂົ້າໄປບ໊ອກລູກຍິງຂອງ ຊາໂລມອນ ຣອນດອນ ກອງໜ້າຂອງເວສບຣອມ, ເຊິ່ງຈາກສາເຫດການດັ່ງກ່າວເຮັດໃຫ້ ຣອນດອນ ເຖິງກັບຮ້ອງໄຫ້.

   ຫຼ້າສຸດ ເອັຟເວີຕັນ ລະບຸຜ່ານ ທະວິດເຕີ ວ່າ: ໃຈຂອງພວກເຮົາທັງໝົດຕອນນີ້ໄປຢູ່ທີ່ ເຈມສ໌ ແມັກຄາທີ ຫຼັງຈາກທີ່ໄດ້ຮັບການຢືນຢັນແລ້ວວ່າ ຂາຂອງລາວຫັນເປັນ 2 ບ່ອນ ເຮັດໃຫ້ລາວຈໍາຕ້ອງຢຸດການແຂ່ງຂັນທັງລະດູການນີ້ເລີຍ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.