LU03

ເພັດເມືອງຊົນ ຂວັນໃຈສີໂຄດ ຍັງແຮງພິກຊະນະ ນັກມວຍໄທ ດ້ວຍສອກສັບບໍລິເວນຕາຈົນແຕກ ໃນມວຍທີ່ໄທ


   ມວຍຮອງຄູ່ເອກສໍາລັບຄືນນີ້  ເພັດເມືອງຊົນ ຂວັນໃຈສີໂຄດ ນັກມວຍຊື່ດັງຂອງລາວ ທັງເປັນນ້ອງຊາຍແທ້ໆຂອງ ພະລັງຊົນ ຂວັນໃຈສີໂຄດ ຂຶ້ນຊົກກັບ ຟ້າມົງຄົນ ບ ຈົງຈະເລີນ ນັກມວຍໄທ ໃນລາຍການແມັກມວຍໄທວັນອາທິດ 21 ມັງກອນ 2018 ເວລາ 19:20 ໂມງ.

    ປະກົດວ່າ: ຍົກທຳອິດເກມຍັງບໍ່ອອກວ່າຊິອອກຝ່າຍໃດ ແຕ່ຍົກສາມ ເປັນທາງດ້ານ ຟ້າມົງຄົນທີ່ຄຸມເກມໄດ້ດີກວ່າ ແລະ ກໍຫນ້າຈະຊະນະແນ່ນອນ ແຕ່ເກມມີພິກໃນ 30 ວິິນາທີສຸດທ້າຍໃນຍົກທີ 3 ກາຍເປັນ ເພັດເມືອງຊົນ ທີ່ສັບສອກຊ້າຍໃສ່ຄູ່ແຂ່ງລົງໄປນອນກັບພື້ນ ພ້ອມມີແຜແຕກເລືອດອອກຫນ້ອຍຫນຶ່ງ ຈາກນັ້ນກໍໄດ້ໃຈຂົນອາວຸດມາໃສ່ ທັງໂຍນເຂົາ ຫມັດ ສາລະພັດ ເຮັດໃຫ້ກໍາມະການຕັດສິນຊູມື ເພັດເມືອງ ເປັນຝ່າຍຊະນະຄະແນນໄປແບບຫວຸດຫວິດ ສຸດມັນແທ້ໆ ຄວ້າລາງວັນໂບນັດໄປ. ໃນການແຂ່ງຂັນ Max muay thai ວັນທີອາທິດ ທີ 21 ມັງກອນ 2018.






-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ






About larmkp

0 comments:

Post a Comment

Powered by Blogger.