LU03

ນີ້ລະກິລາກັບຄວາມຫຼໍ່ຕ້ອງມາກ່ອນ! ໂຣນັລໂດ ແຕກເລຶອດອາບ ແຕ່ຍັງຫ່ວງຫຼໍ່ຢືມມືຖືໝໍເບິ່ງບາດ


   ແນ່ນອນຄວາມຫຼໍ່ຕ້ອງມາກ່ອນສໍາລັບລາວຄົນນີ້ຢ່າງ ຄຣິສເຕຍໂນ ໂຣນັລໂດ ກອງໜ້າສຸດຫຼໍ່ຂອງ ຣີລ ມາດຣິດ ທີມຍັກໃຫຍ່ໃນລາລີກາ ສະເປນ ຕ້ອງໃສ່ໃຈຄວາມຫຼໍ່ຢູ່ສະເໝີ ດ້ວຍການຂໍຢືມໂທລະສັບໝໍ ເພື່ອເບິ່ງຮອຍບາດທີ່ໃບໜ້າ ຕອນທີ່ໄດ້ຮັບບາດເຈັບຈົນເລືອດອອກ ຈາກການປະທະກັບປາຍເກືອບຂອງກອງຫຼັງຄູ່ແຂ່ງ ໃນນັດທີ່ຖະຫຼົ່ມ ລາຄໍຣູນຢາ 7-1 ເມື່ອວັນອາທິດທີ 21 ມັງກອນ ທີ່ຜ່ານມາ.

   ຫຼັງປະທະກັນ ໃນຈັງຫວະດັ່ງກ່າວ ໂຣນັລໂດ ຈະຕ້ອງນອນປະຖົມໃນສະໜາມ ກ່ອນຈະຍ່າງອອກຈາກສະໜາມ ໂດຍໃນເວລານັ້ນ ລາວໄດ້ຢືມໂທລະສັບມືຖືຂອງໝໍ ເພື່ອເຊັກວ່າໃບໜ້າອັນສຸດຫຼໍ່ຂອງຕົນມີບາດແຜຫຼືບໍ? ແລະ ສະແດງອາການຕອນທີ່ໄດ້ເຫັນບາດແຜສົດໆຂອງຕົວເອງ.


(ເບິ່ງຄລິບ ແລະ ໄຮໄລທ໌ການແຂ່ງຂັນ ໄດ້ໃນຄລິບດ້ານລຸ່ມນີ້)




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.