LU03

ທິດທາງດີ-ຄູຝຶກດີ-ນັກເຕະເດັ່ນ! ເບິ່ງໂສມ ໜ້າຫົວໜ້າຄູຝຶກ ຢູ 23 ຫວຽດນາມ ພາທີມສ້າງປະຫວັດສາດ


   ພາຍຫຼັງທີ່ ທີມຊາດຫວຽດນາມ ກາຍເປັນທໍາອິດຈາກອາຊຽນ ທີ່ສ້າງປະຫວັດສາດຜ່ານເຂົ້າຮອບ 4 ທີມ ໃນບານເຕະຊີງແຊັມອາຊີ 2018 ລຸ້ນອາຍຸບໍ່ເກີນ 23 ປີ ດ້ວຍການລົງສະໜາມ 4 ນັດຊະນະ 2, ສະເໝີ 1 ແລະ ເສຍ 1 ນັດ ຜ່ານເຂົ້າຮອບໄປພົບກັບ ທີມຊາດອີຣົກ ໃນວັນທີ 23 ມັງກອນນີ້ ເວລາ 16:00 ໂມງ.

   ກາຍເປັນທີ່ຮືຮາໃນອາຊຽນທີ່ສຸດສໍາລັບເລື່ອງນີ້. ດັ່ງນັ້ນ, ມື້ນີ້ແອັດມິນນົກ ຫົວໜ້າຄູຝຶກທີມຊາດຊຸດນີ້ ຜູ້ຈຸດປະກາຍໃຫ້ກັບວົງການບານເຕະອາຊຽນ ມາໃຫ້ແຟນເພຈຮູ້ນໍາກັນເລີຍ.

   ພາຍຫຼັງທີ່ ສະຫະພັນບານເຕະຫວຽດນາມ ( VFF ) ເຫັນເຖິງທິດທາງການປ່ຽນແປງ ຈິ່ງທຸ້ມເງິນດຶງ ປາກ ຮັງ ຊໍ ຄູຝຶກຊາວ ສ ເກົາຫຼີ ປະສົບການສູງ ມາຮັບໜ້າທີ່ເປັນຄູຝຶກທີມຊາດ ຫວຽດນາມ ລຸ້ນອາຍຸບໍ່ເກີນ 23 ປີ ເມື່ອໄລຍະທ້າຍປີ 2017 ທີ່ຜ່ານມາ ດ້ວຍການມາຮັບໜ້າທີ່ໃນທີມຊາດຊຸດໃຫຍ່ ແລະ ລຸ້ນອາຍຸ ບໍ່ເກີນ 23 ປີ.

   ປາກ ຮັງ ຊໍ ຄືການເປັນ 1 ໃນທີມງານຄະນະຄູຝຶກຊຸດ ທີມຊາດ ສ ເກົາຫຼີ ຄວ້າອັນດັບ 4 ໃນການແຂ່ງຂັນບານໂລກ 2002 ເຊິ່ງເປັນມືຂວາຂອງ ກຸສ ຮິດດິ້ງ.

   ສໍາລັບ ປາກ ຮັງ ຊໍ ເກີດເມື່ອວັນທີ 4 ມັງກອນ 1959 ປັດຈຸບັນອາຍຸ 59 ປີ ທີ່ເມືອງ
Sancheong ແຂວງ Gyeongnam ສ ເກົາຫຼີ ເລີ່ມເປັນສ່ວນໜຶ່ງໃນການຄຸມທີມຂອງ ທີມຊາດ ສ ເກົາຫຼີ ລຸ້ນອາຍຸບໍ່ເກີນ 23 ປີ ເມື່ອປີ 2002 ແລະ ຄຸມທີມຊາດ ຫວຽດນາມ ທັງຊຸດໃຫຍ່ ແລະ ຢູ 23 ໃນປັດຈຸບັນ.

    ສ່ວນຜົນງານໃນຄຸມທີມກັບສະໂມສອນ ມີດັ່ງນີ້: ຄຸມທີມ Gyeongnam FC 2005-2007, Chunnam Dragons 2008-2010, Sangju Sangmu Phoenix 2012-2015 (ພາທີມຄວ້າແຊັມໄດ້ 2 ສະໄໝ 2013 ກັບ 2015) ແລະ ຄຸມທີມ Changwon FC ໃນ 2017.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.