LU02

ລູກລ້ຽງອັບປີ ຮູດຊັບຈົນກ້ຽງຕອນນີ້ແມ່ຕາຍພໍ່ເຫຼືອແຕ່ໂຕວອນສັງຄົມຊ່ວຍເຫຼືອ




ຂໍຄວາມຊ່ວຍເຫລືອຜູ້ໃຈບຸນທັງຫລາຍ ຍື່ນມືຊ່ວຍພໍ່ຕູ້ຄົນໜຶ່ງຢູ່ບ້ານສົມຫວັງເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຕອນນີ້ເມຍເພິ່ນເສຍແລ້ວແຕ່ບໍ່ມີຜູ້ມາເບິ່ງແຍງເກັບມ້ຽນສົບເພາະບໍ່ເຫຼືອຫຍັງໃນຊີວິດແລ້ວ, ໂຕເພິ່ນເອງກໍ່ໝົດໂຕບໍ່ມີຊັບສິນຫຍັງ ແລະເວົ້າບໍ່ຄ່ອຍຮູ້ເລື່ອງປານໃດ.



  ອີງຕາມ ຂໍ້ມູນຈາກຊາຍໜຸ່ມຜູ້ໃຊ້ເຟສບຸກຊື່ Tarm Saopersia ບອກວ່າ: 2 ເຖົ້ານີ້ຢູ່ບ້ານສົມຫວັງ ເຫນືອ ເມືອງຫາດຊາຍຟອງ ຕູ້ຍິງ ເພິ່ນຫາກະເສຍ ໂລງຊິໃສ່ກະຍັງບໍ່ມີ ມີລູກກະລູກລ້ຽງ ເອົາໃບຕາດິນໄປຈຳ ຈົນຊິບໍ່ມີເຮືອນຢູ່ແລ້ວດຽວນິ ຄຳລາວໃສ່ກະເອົາໄປຂາຍຈົນຫມົດ ເອົາຄຳປອມມາໃຫ້ລາວໃສ່ ພໍ່ຕູ້ນິກະຍ່າງບໍ່ໄດ້ຟັງບໍ່ເຂົ້າໃຈຄົນແຖວນັ້ນແຕ່ລະມື້ແຕ່ງກິນໃຫ້ກິນ ຈິ່ງວິງວອນຜູ້ມີນ້ຳໃຈໃສສັດທາສົມທົບກັນຊ່ວຍເຫລືອແດ່ເດີ້ ດຽວນີ້ກຳລັງປະສານກັບຫ້ອງການບ້ານຢູ່ ຫລື Inbox ມາຫາໜຸ່ມTarm ເອງກໍ່ໄດ້ ຫລື ໃຜຢາກໂອນມາບັນຊີຂ້ອຍກະໄດ້ເດີ້ ເງິນທຸກທ່ານທີ່ໂອນຈະມອບໃຫ້ເພິ່ນທຸກກີບ ເລກບັນຊີທະນາຄານການຄ້າ 010120000987340001 ຫລືຊ່ວຍເຫລືອເປັນຢ່າງອື່ນ ຍິ່ງເປັນການດີເດີ້ ຊ່ວຍນໍ້າ ຊ່ວຍຫຍັງກະໄດ້ ໂທມາຫາໜຸ່ມຕ້ຳເດີ້ໃຜຢາກບໍລິຈາກ ຕອນນີ້ຢູ່ບ້ານລາວ ໃຜຊິມາບ້ານລາວໂທຫາລາວທີ່ 98012909.


ມີລາຍງານຫຼ້າສຸດຈາກໜຸ່ມນ້ຳໃຈງາມທີ່ໄປເປັນທຸລະຊ່ວຍເຫຼືອສອງເຖົ້ານັ້ນວ່າຕອນນີ້ມີຄົນບໍລິຈາກໂລງສົບໄປແລ້ວ, ຂະນະທີ່ຜູ້ທີ່ໃຈບຸນທັງຫຼາຍກໍ່ທະຍອຍກັນໃຫ້ການຊ່ວຍເຫຼືອເປັນເງິນຈຳນວນໜຶ່ງ ແລະຫຼາຍຄົນຖາມຫາສະຖານທີ່ຢາກໄປດ້ວຍຕົນເອງ. ຕ້ອງຂອບໃຈໜຸ່ມຕ້ຳຜູ້ນ້ຳໃຈງາມຍື່ນມືເຂົ້າຊ່ວຍ ແລະນຳເລື່ອງລາວສູ່ສັງຄົມ ແລະຂໍໃຫ້ບັນດາລູກລ້ຽງ ລູກທີ່ເກີດເອງຈົ່ງຮັກພໍ່ແມ່ຜູ້ເພິ່ນລ້ຽງດູໃຫ້ເຈົ້າໃຫຍ່ມາ ເພາະຖ້າບໍ່ມີເພິ່ນເຈົ້າອາດກາຍເປັນຫຍັງໄປແລ້ວບໍ່ຮູ້ ເຮັດດີກັບພໍ່ແມ່ມີແຕ່ຈະເລີນ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.