LU03

ຢູ 23 ຫວຽດນາມ ຫົວໃຈສະຫຼາຍເສຍໃຫ້ ອຸດສະເບກິດສະຖານ ໄລຍະຕໍ່ເວລາພິເສດ ໄດ້ຮອງແຊັມ


   ຊາວຫວຽດນາມ ຕ້ອງຫົວໃຈສະຫຼາຍ ທັງທີ່ໄລ່ຕີສະເໝີໄດ້ແລ້ວ ແລະ ສູ້ຈົນຈົບ 90 ນາທີ ກ່ອນຈະມາຕໍ່ເວລາພິເສດໃນ 10 ນາທີສຸດທາຍ ອຸດສະເບກິດສະຖານ ມາໄດ້ປະຕູໄຊບຽດເອົາຊະນະ 2-1 ຄວ້າແຊັມບານເຕະຊີງແຊັມອາຊີ 2017 ລຸ້ນອາຍຸບໍ່ເກີນ 23 ປີ ໃນວັນທີ 27 ມັງກອນ 2018.

   ການແຂ່ງຂັນນັດນີ້ເຕັມໄປດ້ວຍ ຫິມະ ຕົກລົງຢ່າງໜັກ ເຮັດໃຫ້ສະໜາມກາຍເປັນສີຂາວ ແລະ ການຕໍ່ບານມີບັນຫາ ແລະ ນາທີໆ 8 ອຸດສະເບກິດສະຖານ ມາໄດ້ປະຕູຂຶ້ນນໍາ 1-0 ຈາກການໂໝ່ງຂອງ ຣັຊຕາຍອນ ອາເຊີມາຕອຟ. ຢ່າງໃດກໍ່ຕາມ, ຫວຽດນາມ ມາໄດ້ປະຕູຕີສະເໝີ 1-1 ຈາກການຍິງຂອງ ຫງຽນ ຫວາງ ໄຫ່ ກ່ອນໝົດເວລາເຄິ່ງທໍາອິດ.

    ສ່ວນເຄິ່ງເວລາທີ 2 ຫິມະຕົກລົງໜັກ ເຮັດໃຫ້ຕ້ອງຢຸດການແຂ່ງຂັນ 1 ຊົ່ວໂມງ ເພື່ອໃຫ້ຜູ້ຈັດການແຂ່ງຂັນເອົາຫິມະອອກໄປກ່ອນ, ກ່ອນເກມດໍາເນີນໄປ ແຕ່ເຮັດຫຍັງກັນບໍ່ໄດ້ຈົບການແຂ່ງຂັນ 90 ນາທີສະເໝີກັນ 1-1, ເຮັດໃຫ້ກໍາມະການຕໍ່ເວລາພິເສດອອກໄປ ແລະ ນາທີໆ 120 ອຸດສະເບກິດສະຖານ ມາໄດ້ປະຕູໄຊ ຈັງຫວະເຕະມູມ ເອົາຊະນະໄປ 2-1 ຄວ້າແຊັມໄປຄອງ.

   ສ່ວນ ຫວຽດນາມ ຄວ້າຮອງແຊັມ ແລະ ເປັນປະຫວັດສາດສູງສຸດຂອງອາຊຽນ. ຂະນະທີ່ ອັນດັບ 3 ເປັນຂອງ ກາຄ້າ ທີ່ບຽດເອົາຊະນະ ສ ເກົາຫຼີ 1-0.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.