ເກີດເຫດການຍິງກັນ ເຮັດໃຫ້ 2 ຄົນເສຍຊີວິດ ຢູ່ໂຮງຮຽນມັດທະຍົມໃນອາເມລິກາ
ວັນທີ 23 ມັງກອນນີ້, ຢູ່ໂຮງຮຽນມັດທະຍົມແຫ່ງໜຶ່ງທາງພາກຕາເວັນຕົກສຽງໃຕ້ຂອງລັດເຄັນຕາກີອາເມລິກາ ໄດ້ເກີດເຫດການຍິງກັນ, ສົ່ງຜົນເຮັດໃຫ້ນັກຮຽນ 2 ຄົນເສຍຊີວິດ ແລະອີກ 17 ຄົນໄດ້ຮັບບາດເຈັບ.
ຕຳຫຼວດທ້ອງຖິ່ນໃຫ້ຮູ້ວ່າ, ຜູ້ຕ້ອງຫາແມ່ນນັກຮຽນຊາຍອາຍຸ 15 ປີ, ຕອນເຊົ້າມື້ດຽວກັນ, ລາວໄດ້ຖືປືນສັ້ນເຂົ້າໄປໃນໂຮງຮຽນມັດທະຍົມປາຍມາເຊວ ແລະຍິງໃສ່ນັກຮຽນ, ສົ່ງຜົນເຮັດໃຫ້ນັກຮຽນຍິງຜູ້ໜຶ່ງເສຍຊີວິດກັບທີ່ ແລະນັກຮຽນຊາຍຜູ້ໜຶ່ງເສຍຊີວິດໃນເວລາປິ່ນປົວຢູ່ໂຮງໝໍ. ນອກນີ້, ຍັງມີນັກຮຽນ 12 ຄົນໄດ້ຮັບບາດເຈັບ ໃນນັ້ນມີ 12 ຄົນບາດເຈັບຍ້ອນຖືກຍິງ ຫຼັງຈາກນັ້ນ, ຜູ້ຖືກບາດເຈັບທັງໝົດໄດ້ຖືກສົ່ງໄປປິ່ນປົວຢູ່ໂຮງໝໍທັນທີ.
ສ່ວນຜູ້ຕ້ອງຫາໄດ້ຖືກຕຳຫຼວດຈັບ ແລະຈະຖືກກ່າວຫາວ່າວາງແຜນລອບຂ້າ ແລະວາງແຜນລອບຂ້າບໍ່ສຳເລັດຜົນ
ແຫລ່ງທີ່ມາ: http://laos.cri.cn
-----------------
Laos Update : ໃຫ້ທ່ານຫຼາຍກວ່າຂ່າວ
0 comments:
Post a Comment