ກະຊວງການເງິນ

ສປປ ລາວ ໄດ້ຮັບລາງວັນການອອກພັນທະບັດ ທິ່ມີເງື່ອນໄຂດີທີ່ສຸດ ປະຈໍາປີ 2017


ອີງຕາມແຫຼ່ງຂ່າວຈາກກະຊວງການເງິນໃຫ້ຮູ້ວ່າ: ລັດຖະບານແຫ່ງ ສປປ ລາວ ກໍ່ຄືກະຊວງການເງິນ ສາມາດຍາດໄດ້ລາງວັນຂອງການອອກພັນທະບັດທິ່ມີເງື່ອນໄຂດີທີ່ສຸດ (Best Bond Award) ປະຈຳປີ 2017 ຈາກຜົນງານການອອກພັນທະບັດເປັນສະກຸນເງິນບາດ ມູນຄ່າ 14.000 ລ້ານບາດທີ່ປະເທດໄທໃນເດືອນຕຸລາ 2017 ທີ່ຜ່ານມາຈາກ The Asset Triple A Country Award 2017 ທີ່ຮົງກົງ.

ຕາງໜ້າລັດຖະບານລາວເຂົ້າຮ່ວມໃນພິທີປະກາດຜົນລາງວັນການລະດົມທຶນດີເດັ່ນປະຈຳປີ 2017 (The Asset Triple A Country Award 2017) ຢູ່ທີ່ຮົງກົງ, ໃນລະຫວ່າງວັນທີ 15-18 ມັງກອນ 2018 ຜ່ານມາໂດຍແມ່ນທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ໂດຍມີຫລາຍສະຖາບັນການເງິນທີ່ມີຊື່ສຽງໃນພາກພື້ນເຂົ້າຮ່ວມ.

ໃນງານປະກາດຜົນລາງວັນດັ່ງກ່າວ ສປປ ລາວ ສາມາດຍາດໄດ້ ລາງວັນຂອງການອອກພັນທະບັດທີ່ມີເງື່ອນໄຂດີທີ່ສຸດ (Best Bond Award) ຈາກຜົນງານການອອກພັນທະບັດເປັນສະກຸນເງິນບາດທີ່ປະເທດໄທ ໃນເດືອນຕຸລາ 2017 ແລະ ການອອກພັນທະບັດຄັ້ງນີ້, ກະຊວງການເງິນແຫ່ງ ສປປ ລາວ ໄດ້ມອບໃຫ້ທະນາຄານກຸງເທບ, ທະນາຄານທະນະຊາດ, ທະນາຄານໄທພານິດ ແລະ ບໍລິສັດທີ່ປຶກສາ ທະວິນພາຍ ເປັນຜູ້ປະສານງານກັບພາກລັດທີ່ກ່ຽວຂ້ອງຂອງໄທ, ລວມທັງການກະກຽມເອກະສານທີ່ກ່ຽວຂ້ອງກັບການອອກພັນທະບັດ ແລະ ຕອບຄຳຖາມຂອງບັນດານັກລົງທຶນ, ກະຊວງການເງິນໄທ ແລະ ທະນາຄານແຫ່ງປະເທດໄທໄດ້ອະນຸຍາດໃຫ້ລັດຖະບານລາວ ອອກພັນທະບັດເປັນສະກຸນເງິນບາດ ຢູ່ປະເທດໄທ ມູນຄ່າບໍ່ເກີນ 14.000 ລ້ານບາດ.

ຊຶ່ງການອອກພັນທະບັດ ຄັ້ງນີ້, ເປັນຄັ້ງທີ 7 ແລະ ໄດ້ສຳເລັດໃນວັນທີ 5 ຕຸລາ 2017 ດ້ວຍຜົນສຳເລັດອັນຈົບງາມ ແລະ ສາມາດອອກພັນທະບັດທີ່ມີອາຍຸເຖິງ 3 ປີ, 5 ປີ, 7 ປີ, 10 ປີ, 12 ປີ ແລະ 15 ປີ ຊຶ່ງກວມເອົາ 38,40% ຂອງມູນຄ່າພັນທະບັດທັງໝົດ, ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງນັກລົງທຶນໄທທີ່ມີຕໍ່ເສດຖະກິດຂອງສປປ ລາວ. ໃນຄັ້ງນີ້, ຈຳນວນນັກລົງທຶນທີ່ຊື້ພັນທະບັດຂອງລັດຖະບານ ສປປ ລາວ ໃນຄັ້ງນີ້ກວມເອົາ 27,8% ຂອງນັກລົງທຶນທີ່ມີລາຍຮັບສູງ (High Net Worth), ສ່ວນ 72,2% ແມ່ນນັກລົງທຶນທີ່ເປັນສະຖາບັນການເງິນ ຈາກຜົນງານດັ່ງກ່າວ ຈຶ່ງເຮັດໃຫ້ ສປປ ລາວ ສາມາດຍາດໄດ້ລາງວັນຂອງການອອກພັນທະບັດທິ່ມີເງື່ອນໄຂດີທີ່ສຸດ (Best Bond Award)  ປະຈໍາປີ 2017.

ນອກຈາກນີ້, ໃນປີ 2015  ສປປປ ລາວ ກໍ່ເຄີຍໄດ້ລາງວັນການລະດົມທຶນແຫ່ງປີໃນອະນຸພາກພື້ນລຸ່ມແມ່ນ້ຳຂອງ (Deals of the year) ຈາກຜົນງານທີ່ອອກພັນທະບັດເປັນສະກຸນເງິນບາດມູນຄ່າ 12.000 ລ້ານ ບາດທີ່ປະເທດໄທໃນປີ 2015.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.