ຂ່າວເສດຖະກິດ

ເບິ່ງ10ໂຕເລກ ຄາດໝາຍສູ້ຊົນ ດ້ານເສດຖະກິດຂອງລັດຖະບານໃນປີ 2018


ອີງຕາມ ດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 397/ນຍ, ລົງວັນທີ 22 ທັນວາ 2017 ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ແຫ່ງລັດ ປະຈຳປີ 2018 ມີຄາດໝາຍສູ້ຊົນຕົ້ນຕໍຫລາຍດ້ານ.
ແຕ່ໃນມື້ນີ້ລາວອັບເດດໄດ້ສັງລວມເປັນ 10 ໂຕເລກ ຄາດໝາຍສູ້ຊົນ ດ້ານເສດຖະກິດຂອງລັດຖະບານໃນປີ 2018 ເພື່ອໃຫ້ບັນດາທ່ານເບິ່ງເຂົ້າໃຈງ່າຍດັ່ງນີ້:

1. ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນຢ່າງໜ້ອຍ 7%, ແລະ ສ້າງລາຄາເພີ່ມຕາມລາຄາໃນປີ ໃຫ້ໄດ້ 149.471 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນ ໃຫ້ໄດ້ບໍ່ຕ່ຳ ກວ່າ 2.536 ໂດລາສະຫະລັດ.
2. ໃນນີ້ ໂຄງປະກອບ GDP: ຂະແໜງກະສິກຳເພີ່ມຂຶ້ນ 2,8% ກວມເອົາປະມານ 15,73%; ຂະແໜງອຸດສາຫະກຳເພີ່ມຂຶ້ນ 9,1% ກວມເອົາ 30.79%; ຂະແໜງການບໍລິການ ເພີ່ມຂຶ້ນ 6,4%, ກວມເອົາປະມານ 41,83%; ພາສີ-ອາກອນຜະລິດຕະພັນ ແລະ ການນຳເຂົ້າເພີ່ມຂຶ້ນ 9,0%, ກວມເອົາປະມານ 11,65% ຂອງ GDP.

3.ການລົງທຶນຂອງລັດລວມທັງໝົດໃນການພັດທະນາເສດຖະກິດ-ສັງຄົມ ປີ 2018 ໃຫ້ໄດ້ 42.145 ຕື້ກີບ ຫຼື ເທົ່າກັບ 5,01 ຕື້ໂດລາສະຫະລັດ ກວມເອົາ 28,2% ຂອງ GDP ເຊິ່ງປະກອບມີ 4 ແຫຼ່ງທຶນຄື: ການລົງທຶນຂອງລັດ ຈາກງົບປະມານພາຍໃນ ຈຳນວນ 4.600 ຕື້ກີບ ກວມເອົາ 10,9% ຂອງທຶນ ລວມທັງໝົດ ; ການລົງທຶນຂອງລັດຈາກການຊ່ວຍເຫຼືອເພື່ອ ການພັດທະນາປະ ມານ 8.052 ຕື້ກີບ ກວມເອົາ 19,11%; ສົ່ງເສີມການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງ ປະເທດ ໃຫ້ໄດ້ປະມານ 20.730 ຕື້ກີບ ກວມເອົາ 49,18% ແລະ ການລົງທຶນຈາກລະບົບເງິນຕາ   ກວມເອົາ 20,80% ຂອງການລົງທຶນທັງໝົດ.

4.ຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບບໍ່ເກີນ 5%, ຄວບຄຸມປະລິມານເງິນ (M2) ໃຫ້ເພີ່ມຂຶ້ນຢູ່ ໃນລະດັບບໍ່ເກີນ 25%, ຮັບປະກັນຄັງສຳຮອງເປັນເງິນຕາຕ່າງປະເທດ ໃຫ້ກຸມການນຳເຂົ້າ 5 ເດືອນຂຶ້ນໄປ;
5.ລາຍຮັບງົບປະມານໃຫ້ໄດ້ຕ່ຳສຸດ 25.452 ຕື້ກີບ ໃນນີ້ ລາຍຮັບພາຍໃນຈຳນວນ 22.700 ຕື້ກີບ, ລາຍຮັບຈາກການຊ່ວຍເຫຼືອລ້າຈາກຕ່າງປະເທດຄາດຄະເນຈະໄດ້ 2.752 ຕື້ກີບ
6.ລາຍຈ່າຍງົບ ປະມານລວມບໍ່ເກີນ ຈຳນວນ 32,809 ຕື້ກີບ ແລະ ຂາດດູນງົບປະມານລວມບໍ່ໃຫ້ເກີນ 4.92% ຂອງ GDP;

7.ຜະລິດເຂົ້າໃຫ້ໄດ້ 4,2 ລ້ານໂຕນ;
8.ຜະລິດໄຟຟ້າໃຫ້ໄດ້ 31.700 ລ້ານກິໂລວັດ, ການຜະລິດແຮ່ທາດໃຫ້ໄດ້ 11.868 ຕື້ກີບ;
9.ຊຸກຍູ້ ແລະ ສົ່ງເສີມການຄ້າຕ່າງປະເທດ ໃຫ້ບັນລຸປະມານ 9.993 ລ້ານໂດລາສະຫະລັດ, ໃນນັ້ນ ມູນຄ່າການສົ່ງອອກໃຫ້ໄດ້ປະມານ 5.015 ລ້ານໂດລາສະຫະລັດ ແລະ ມູນຄ່າການນຳເຂົ້າປະມານ 4.978 ລ້ານໂດລາສະຫະລັດ;
10.ດຶງດູດເອົານັກທ່ອງທ່ຽວເຂົ້າມາປະເທດໃຫ້ໄດ້ 5 ລ້ານເທື່ອຄົນ, ສາມາດນຳເງິນຕາເຂົ້າປະເທດໄດ້ 900 ລ້ານໂດລາສະຫະລັດ;

ຮຽບຮຽງຈາກຫນັງສືພິມ ເສດຖະກິດ ການຄ້າ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.