​ ໂຮງຮຽນ

ສິດເກົ່າ ມໍ 6 ສົກຮຽນ 2001-2002 ຢ້ຽມຢາມ ແລະ ສົມທົບທຶນທາສີຫ້ອງຮຽນໂຮງຮຽນ ມສ ແກ່ນທ້າວ


ເພື່ອເປັນການຜູກແໜ້ນຄວາມສາມັກຄີ ລະຫວ່າງຄູ, ອາຈານ ແລະ ສິດເກົ່າ ມໍ 6 ສົກຮຽນ 2001-2002 ໂຮງຮຽນ ມສ ແກ່ນທ້າວ ເມືອງແກ່ນທ້າວ ແຂວງໄຊຍະບູລີ ທີ່ໄດ້ຈົບໄປເປັນເວລາ 15 ປີ ໄດ້ມາຢ້ຽມຢາມໂຮງຮຽນດັ່ງກ່າວ. ໃນວັນທີ 29 ທັນວາ 2017 ຜ່ານມານີ້, ໂດຍໄດ້ຮັບການຕ້ອນຮັບຈາກຄູ, ອາຈານຢ່າງອົບອຸ່ນ. ໃນການມາຢ້ຽມຢາມຄັ້ງນີ້, ສິດເກົ່າຍັງໄດ້ສົມທົບທຶນທາສີຫ້ອງຮຽນ ມູນຄ່າ 5.000.000 ກີບ.



ທ່ານ ອາຈານ ສົມບັດ ແກ້ວປະເສີດ ຮອງອໍານວຍການໂຮງຮຽນ ມສ ແກ່ນທ້າວ ຕ່າງໜ້າໃຫ້ໂຮງຮຽນໄດ້ສະແດງຄວາມຂອບໃຈຕໍ່ສິດເກົ່າ ທີ່ເຫັນຄວາມສໍາຄັນວຽກງານການສຶກສາ ໂດຍສະເພາະແມ່ນການພັດທະນາພື້ນຖານໂຄງລ່າງຂອງໂຮງຮຽນ ພ້ອມກັນລະດົມທຶນຮອນ 5.000.000 ກີບ. ມາທາສີຫ້ອງຮຽນ. ການປະກອບສ່ວນທຶນຮອນໃນຄັ້ງນີ້,  ໄດ້ສະແດງເຖິງຄວາມຮູ້ບຸນຄຸນ ແລະ ຄວາມສາມັກຄີຮັກແພງຕໍ່ຄູ, ອາຈານ ທັງເປັນແບບຢ່າງທີ່ດີໃຫ້ແກ່ນ້ອງນັນຮຽນໄດ້ສືບທອດຕໍ່ໄປ.


ໃນການມາຢ້ຽມຢາມຄັ້ງນີ້, ຍັງມີການແຂ່ງຂັນກິລາບານເຕະ, ກ໊ອບຊາວບ້ານ, ແອວດີ, ເກົ້າອີ້ດົນດີ ແລະ ເຕັ້ນຮັກສາໄຂ່ລະຫວ່າງຄູ, ອາຈານ ແລະ ສິດເກົ່າ.

ນອກຈາກນັ້ນ ສິດເກົ່າ ມໍ 6 ສົກຮຽນ 2001-2002 ໂຮງຮຽນ ມສ ແກ່ນທ້າວ ຍັງໄດ້ສົມທົບທຶນ ຈໍານວນ 1.200.000 ກ່ວາກີບ,ຊື້ປູນສ້າງຫ້ອງນໍ້າວັດສີພູມຈໍານວນ 1 ໂຕນ ແລະ ຊື້ຫີນ ຈໍານວນ 3 ແມັດກ້ອນ ເພື່ອສ້າງສີມວັດບ້ານພວນ ຕື່ມອີກ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.