LU02

ຍອມຈຳນົນ ຫຼວງພະບາງຫອມເກີນບັນຍາຍດາລາແຫ່ທ່ຽວບໍ່ຂາດສາຍ


ຫຼາຍເດືອນມານີ້ຮູ້ສຶກວ່າຫຼວງພະບາງຈະມາແຮງສຸດໆ ມີບັນດາລານັກສະແດງ, ນາງແບບຊາຍແບບຈາກທັງພາຍໃນ ແລະຕ່າງປະເທດແຫ່ກັນໄປທ່ຽວບໍ່ຂາດສາຍ ຫຼ້າສຸດກໍ່ແມ່ນຄອບຄົວຂອງ ໜຸ່ມມັອສປະຕິພານມາໃນວັນທີ 3/1/2018 ນີ້ເອງ ມາພ້ອມກັນພໍ່ແມ່ລູກຈັ່ງແມ່ນມີຄວາມສຸກ.



ຫຼວງພະບາງໃນເມື່ອກ່ອນສ່ວນໃຫຍ່ຈະເປັນພຽງເປົ້າໝາຍປາຍທາງການທ່ຽວທ່ຽວຂອງນັກເດີນທາງຈາກຢູໂຣບ, ຈີນ ແລະເກົາຫຼີເທົ່ານັ້ນ ແຕ່ຍິ່ງດົນໄປຄວາມໂດ່ງດັງຍິ່ງເຜີຍກວ້າງ ບັນດາດາລານັກສະແດງຈາກຫຼາຍບ່ອນຫຼາຍທີ່ກໍ່ເລືອກທີ່ຈະໃຊ້ເວລາພິເສດຂອງຕົນມາພັກຜ່ອນຢູ່ທີ່ເມືອງມໍລະດົກໂລກແຫ່ງນີ້.



ກ່ອນໜ້ານີ້ມີຂ່າວຕ່າງປະເທດລາຍງານວ່າ ຢູ່ຫຼວງພະບາງບໍ່ພຽງເປັນທີ່ຮັກຫອມຂອງນັກເດີນທາງທຳມະດາ ແຕ່ເຄີຍມີດາລາຮໍລີວູດບາງຄູ່ເລືອກມາຮານີມູນທີ່ນັ້ນແດ່ແລ້ວຕ່າງແຕ່ວ່າບໍ່ມີໃຜຮູ້ຈັກເພິ່ນກໍ່ເທົ່ານັ້ນເອງ.




ເປັນເລື່ອງທີ່ໜ້າຍິນດີທີ່ຫຼວງພະບາງສາມາດສ້າງຊື່ສຽງທີ່ງົດງາມໃຫ້ກັບປະເທດລາວຕະຫຼອດມາ ຂໍໃຫ້ຊາວຫຼວງພະບາງ ແລະຊາວລາວທຸກຄົນຈົ່ງເປັນເຈົ້າການຮັກສາສິ່ງທີ່ເປັນເອກະລັກໄວ້ໃຫ້ຢູ່ຊົ່ວລູກຊົ່ວຫຼານ, ຄວາມຈະເລີນໃຜກໍ່ຢ່ໍາກໃຫ້ມີ ແຕ່ຄວນອະນຸລັກວັດທະນະທຳ ຮີດຄອງປະເພນີທີ່ເຮົາມີບ້ານເພິ່ນຂາດນັ້ນໄວ້ ເພາະສິ່ງນັ້ນບໍ່ແມ່ນເປັນພຽງການຮັກສາຄວາມເປັນລາວໄວ້ເທົ່ານັ້ນ ແຕ່ຍັງສາມາດສ້າງລາຍຮັບຈາກການທ່ອງທ່ຽວໄດ້ໃຫ້ກັບຄົນໃນທ້ອງຖິ່ນໄດ້ຢ່າງຍາວຕະຫຼອດໄປ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.