LU03

ຫົວບໍ່ດີ ກໍ່ຮຽນເກັ່ງໄດ້ ລອງປະຕິບັດ 7 ວິທີໃນນີ້ ຮັບຮອງບໍ່ຜິດຫວັງ


   ໃນໂລກນີ້ມີຜູ້ຄົນຫຼາກຫຼາຍ ບາງຄົນກໍ່ຫົວໄວ, ຫົວຊ້າ ແລະ ອື່ນໆທຸກສາລະຜັດ, ເຊິ່ງທ່ານເຄີຍພົບບໍ ຄົນທີ່ຫົວບໍ່ດີ ແຕ່ຮຽນເກັ່ງໄດ້ ໂດຍທ່ານລອງສໍານຶກເບິ່ງ ໃນກໍລະນີທີ່ພວກເຮົາຮຽນເກັ່ງກວ່າ ແລະ ມີສ່ວນຮ່ວມຫຼາຍກວ່າ, ແຕ່ລາວກັບໄດ້ຄະແນນເສັ່ງ ຫຼື ເກດດີກວ່າ ມັນຍ້ອນຫຍັງ ?.

   ເຊິ່ງມື້ນີ້ ແອັດມິນນົກ ມານໍາສະເໜີ 7 ວິທີ ທີ່ເກີດຂຶ້ນແທ້ໆຈາກການສໍາຫຼວດຂອງຜູ້ຊຽວຊານຕ່າງປະເທດ ແລະ ເຊື່ອວ່າ ຫາກທ່ານປະຕິບັດຕາມ 7 ຂໍ້ນີ້ ທ່ານຈະຮຽນເກັ່ງໄດ້ບໍ່ຍາກ ແລະ ໄດ້ຜົນດີ ສາມາດເອົາໄປໄດ້ເລີຍ ເລີ່ມຕົ້ນປີໃໝ່ສາກົນ 2018 ດ້ວຍເຄັດລັບດີໆດັ່ງນີ້:

1.ນອນໃຫ້ພຽງພໍ: ເຮົາຕ້ອງເລີ່ມກັນທີ່ຜັກຜ່ອນໃຫ້ພຽງພໍປະມານ 8 ຊົ່ວໂມງຕໍ່ວັນ. ດັ່ງນັ້ນ, ພວກເຮົາຈິ່ງຕ້ອງຮູ້ວ່າ ພວກເຮົາຕ້ອງຕື່ນຕອນເຊົ້າ ແລະ ຕ້ອງເຂົ້າຮຽນຈັກໂມງ, ແຕ່ທົ່ວໆໄປ ໂດຍສະເລ່ຍແລ້ວຈະບໍ່ເກີນ 22 ໂມງຈະຕ້ອງໃຫ້ໄດ້ນອນ ເພາະຖ້າຫາກພວກເຮົາຜັກຜ່ອນບໍ່ພຽງພໍ ຈະເຮັດໃຫ້ສະໝອງເຮັດວຽກບໍ່ໄດ້ດີ ແລະ ຄິດໄດ້ຊ້າ, ເຊິ່ງຖ້າຫາກພວກເຮົາເຂົ້ານອນ ແລະ ຕື່ນນອນກົງກັບເວລາທຸກ ວັນຈະເຮັດໃຫ້ເກີດຄວາມຊິນເຄີຍ ແລະ ບໍ່ອ່ອນເພຍ, ສະໝອງສາມາດເຮັດວຽກໄດ້ເຕັມທີ່, ສ່ວນອີກຢ່າງກໍ່ສໍາຄັນຫຼາຍ ຄືຕ້ອງກິນອາການເຊົ້າທຸກວັນ ເພື່ອຮ່າງກາຍຈະໄດ້ມີພະລັງງານໃນການເຮັດກິດຈະກໍາຕ່າງໆລະຫວ່າງວັນ.

2.ການປະຕິບັດເມື່ອຢູ່ໃນຫ້ອງຮຽນ: ແນະນໍາວ່າໃຫ້ເລຶອກທີ່ນັ່ງດ້ານໜ້າ ແລະ ໃຫ້ກັບຄູ ໃຫ້ຫຼາຍທີ່ສຸດ ເພາະຖ້າຫາກນັ່ງທາງຫຼັງອາດຈະຖືກໝູ່ເພື່ອນຊ່ວຍລົມ ລົບກວນສະມາທິໄດ້ ຫຼື ຖ້າຫາກນັ່ງຂ້າງປ່ອງຢ້ຽມ ຫຼື ຂ້າງປະຕູ ອາດເຮັດໃຫ້ພວກເຮົາສົນໃຈສິ່ງຕ່າງໆ ດ້ານນອກຫຼາຍກວ່າບົດຮຽນໃນຫ້ອງຮຽນ ແລະ ຖ້າຫາກມີຂໍ້ສົງສົງໄສ ຍ່າອາຍ ທີ່ຈະຖາມຄູ ເພື່ອທີ່ຈະໄດ້ຄໍາຕອບໃນສິ່ງທີ່ພວກເຮົາບໍ່ຮູ້ໄດ້ຢ່າງຖືກຕ້ອງ.

3.ຕາເບິ່ງ, ຫູຟັງ ແລະ ມືຂຽນ: ທໍາອິດພວກເຮົາຕ້ອງມີສະມາທິດໃນການຟັງເສຍກ່ອນ ຫຼັງຈາກນັ້ນກໍ່ທໍາຄວາມເຂົ້າໃຈໃນສິ່ງທີ່ຄູເວົ້າ ສໍາເລັດແລ້ວກໍ່ຈົດສິ່ງທີ່ພວກເຮົາເຂົ້າໃຈລົງໃນປື້ມບັນທຶກ ເພື່ອກັນລືມ, ແຕ່ບໍ່ຄວນຟັງໄປຂຽນໄປ ເພາະພວກເຮົາຈະບໍ່ມີເວລາທໍາຄວາມເຂົ້າໃຈ ແລະ ບໍ່ຮູ້ວ່າ ສິ່ງທີ່ພວກເຮົາຈົດມານັ້ນໝາຍຄວາມວ່າແນວໃດ.

4.ການກຽມຕົວສໍາລັບຊົ່ວໂມງຕໍ່ໄປ: ເປັນວິທີຮຽນທີ່ໄດ້ມາຈາກເຈົ້າຂອງກຽດນິຍົມອັນດັບໜຶ່ງຂອງມະຫາວິທະຍາໄລ ທີ່ມີຊື່ສຽງຂອງຕ່າງປະເທດ ໂດຍອັນດັບທໍາອິດລາວ ຈົດບັນທຶກໃສ່ປື້ມບັນທຶກທີ່ພວກເຮົາຍັງບໍ່ເຂົ້າໃຈໃນຕອນນີ້ ເກັບໄວ້ຖາມອາຈານໃນຕອນໜ້າ ຫຼັງສໍາເລັດແລ້ວຂຽນເປັນຫົວຂໍ້ໃຫຍ່ໆວ່າ ວັນນີ້ຮຽນຫຍັງໄປແດ່ເພື່ອທີ່ຈະສາມາດກັບໄປທົບທວນບົດຮຽນມາໃນວັນນີ້ທີ່ບ້ານໄດ້ ແລະ ຕ້ອງຕັດຄວາມສະບາຍ ຫຼື ເລື່ອງທີ່ຄ້າງຄາໃຈໃນຊົ່ວໂມງກ່ອນໜ້ານີ້ໃຫ້ໝົດ.

5.ຈຸດປະສົງຂອງຫຼັກສູດ: ກ່ອນອື່ນໝົດພວກເຮົາຕ້ອງຮູ້ກ່ອນວ່າ ຫຼັກສູດໃນຊົ່ວໂມງຮຽນນັ້ນໆ ມີຈຸດປະສົງ ເພື່ອຫຍັງ, ພວກເຮົາຈະໄດ້ຮູ້ວ່າພວກເຮົາຄວນຮຽນຫຍັງ ເພື່ອບັນລຸດຈຸດປະສົງຂອງຫຼັກສູດນັ້ນໆ.

6.ຈັບປະເດັນ: ຄວນສັງເກດວ່າ ຄູເນັ້ນ ຫຼື ຢໍ້ອັນໃດເປັນພິເສດ ແລະ ຫົວຂໍ້ໃດທີ່ຄູ ບອກວ່າ ຈະອອກສອບເສັງໃຫ້ບັນທຶກໄວ້ ເພື່ອຈະໄດ້ກັບເປັນບົດທວນຄືນ ແລະ ຍ່າລືມສັງເກດແບບຝຶກຫັດທີ່ອາຈານໃຫ້ມາເຮັດວຽກບ້ານ ເພາະນັ້ນກໍ່ຄືແນວຂໍ້ສອບເຊັ່ນກັນ.

7.ຍ່າອັກຄະຕິກັບຜູ້ສອນ: ເພາະຈະເຮັດໃຫ້ ພວກເຮົາບໍ່ຍາກຮຽນວິຊານັ້ນໆ, ຈະຮູ້ສຶກວ່າການຮຽນໃນຊົ່ວໂມງນັ້ນໜ້າເບື່ອໜ່າຍ, ເຊິ່ງຈະເຮັດໃຫ້ມີຜົນຕໍ່ຄະແນນ ແລະ ຄວາມເຂົ້າໃຈຂອງພວກເຮົາເອງ, ພວກເຮົາຄວນປັບໃຈ ເພື່ອເຮັດໃຫ້ການຮຽນຂອງພວກເຮົາອອກມາສົມບູນທີ່ສຸດ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

1 comments:

  1. ບົດຄວາມນີ້ຄືກັນກັບຂອງຄົນໄທເລີຍມີແຕ່ແປພາສາເອົາ

    ReplyDelete

Powered by Blogger.