ເກົາຫຼີເໜືອ

ສຳນັກຂ່າວສານ CBS News ຂອງອາເມລິກາ ໄດ້ໃຫ້ຂ່າວວ່າ ສປປ ເກົາຫຼີອາດທົດລອງລູກສອນໄຟຂ້າມທະວີບອີກ



ສຳນັກຂ່າວສານ CBS News ຂອງອາເມລິກາ ໄດ້ໃຫ້ຂ່າວວ່າ ສປປ ເກົາຫຼີ ອາດຈະໄດ້ກຽມ
ພ້ອມດຳເນີນເຫດທົດລອງລູກສອນໄຟໃນອາທິດນີ້ ຫຼື ອາທິດໜ້າ, ໂດຍບໍ່ຫົວຊາຕໍ່ສັນຍານ
ໄກ່ເກ່ຍປອງດອງລະຫວ່າງ 2 ພາກເກົາຫຼີ. 


ຕາມສຳນັກຂ່າວສານນີ້ລາຍງານວ່າ: ສປປເກົາຫຼີ“ເກືອບຄືວ່າພວມຢູ່ໃນໄລຍະຕົ້ນຂອງຂັ້ນຕອນ
ການຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບ (ICBM)”ບັນດາການເຄື່ອນໄຫວລູກສອນໄຟ
ໄດ້ຄົ້ນພົບໃນສະຖານທີ່ດຽວກັນເຊິ່ງ ສປປ ເກົາຫຼີ ດຳເນີນການທົດລອງ ICBM ໃນເດືອນ ພະຈິກຜ່ານມາ. 


ແຫຼ່ງຂ່າວນີ້ໄດ້ຍົກບັນຫານີ້ຂຶ້ນມາໃນສະພາບການທີ່ ສປປ ເກົາຫຼີ ມີສັນຍານຕັ້ງໜ້າ
ໃນການເຈລະຈາກັບສ.ເກົາຫຼີ. ປະຈຸບັນ, 2 ຝ່າຍພວມສົ່ງເສີມການປຶກສາຫາລືກ່ຽວກັບເລື່ອງ ສປປ ເກົາຫຼີ ເຂົ້າຮ່ວມງານມະຫາກຳກິລາລະດູໜາວ PyeongChang 2018 ທີ່ສ.ເກົາຫລີ

ແຫລ່ງທີ່ມາhttp://vovworld.vn
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.