LU02

ແມ່ນແທ້ບໍນັກສຶກສາໃບປະກາດແດງຫາວຽກບໍໄດ້



ຫາກໍ່ໝາດໆນີ້ມີການນຳສະເໜີຂ່າວຜ່ານເວັບໄຊອອນລາຍເວັບໜຶ່ງກ່ຽວກັບນັກສຶກສາຄົນໜຶ່ງທີ່ຮຽນຈົບມາໃໝ່ປີ 2017 ໂດຍບອກວ່າຜູ້ກ່ຽວໄດ້ໃບປະກາດກຽດນິຍົມ(ໃບປະກາດແດງ)ແຕ່ປານນີ້ຍັງຫາວຽກເຮັດບໍ່ໄດ້ ຊຶ່ງໄດ້ຮັບຄວາມສົນໃຈພໍສົມຄວນຈາກຜູ້ອ່ານມີຍອດແຊຫຼາຍກວ່າ 800 ຄັ້ງໃນໄລຍະເວລາບໍ່ເທົ່າໃດຊົ່ວໂມງ ຊຶ່ງຫຼັງຈາກມີຂ່າວແຜ່ອອກໄປຢ່າງວ່ອງໄວ ໃນບົດຂ່າວໄດ້ອ້າງອີງການສຳພາດຂອງທ້າວ ອາລີ ຫຼວງສາມາດ ນັກສຶກສາກຽດນິຍົມທີ່ຫາວຽກເຮັດບໍ່ໄດ້ ໂດຍລະບຸວ່າ: ປະຈຸບັນຜູ້ກ່ຽວຍັງວ່າງວຽກຢູ່ ເນື່ອງຈາກໄປສະໝັກວຽກຫຼາຍບ່ອນແລ້ວ ແຕ່ກະຍັງບໍ່ໄດ້ຈັກເທື່ອ! ມີແຕ່ເຂົາເຈົ້າບອກໃຫ້ລໍຖ້າໄປກ່ອນ ແລະ ຜູ້ກ່ຽວກໍ່ຄິດບໍ່ອອກ ວ່າ: ຈະໄປສະໝັກວຽກນຳອົງກອນ ຫຼື ບໍລິສັດໃດ? ພໍທີ່ຈະໄດ້ເງິນເພື່ອໃຊ້ຈ່າຍກຸ້ມຕົນເອງໃນຕອນນີ້.


ນັກສຶກສາໃບປະກາດແດງຄົນນີ້ ຊື່ ທ້າວ ອາລີ ຫຼວງສາມາດ ຈົບຈາກຄະນະສຶກສາສາດ ສາຂາຈິດຕະວິທະຍາ ໄດ້ຮັບໃບກຽດນິຍົມໃນເດືອນກັນຍາ 2017 ຜ່ານມານີ້ເອງ ລາວໄດ້ໃຫ້ສຳພາດວ່າ: ມາຮອດປັດຈຸບັນ ຕົນຍັງບໍ່ທັນໄດ້ເຮັດວຽກຫຍັງເລີຍ, ພຽງແຕ່ຢູ່ບ້ານນຳພີ່ນ້ອງພໍໄດ້ຊ່ວຍວຽກເຮືອນຊານທຳມະດາເທົ່ານັ້ນ ໂດຍອາໃສຢູ່ບ້ານຕານມີໄຊ ເມືອງໄຊທານີີ ນະຄອນຫຼວງວຽງຈັນ, ເຊິ່ງນອກຈາກລາວຈະໄປຍື່ນເອກກະສານສະໝັກວຽກດ້ວຍຕົນເອງແລ້ວ, ລາວຍັງໃຫ້ພີ່ນ້ອງຊ່ວຍແລ່ນເອກະສານເຂົ້າເຮັດວຽກນຳພາກລັດ ຫຼື ບໍລິສັດເອກະຊົນໃດໜຶ່ງກໍ່່ໄດ້, ຂໍແຕ່ໃຫ້ໄດ້ມີວຽກເຮັດ ເພາະຜູ້ກ່ຽວຮຽນຈົບຄະນະສຶກສາສາດ ສາຂາຈິດຕະວິທະຍາ.


ພາຍຫຼັງຂ່າວນັກສຶກສາໃບປະກາດແດງຫາວຽກບໍໄດ້ຖືກແຜ່ອອກໄປບໍ່ພໍຄາວກໍ່ຮອດຜູ້ກ່ຽວ ແລະເພິ່ນເອງກໍ່ໄດ້ອອກມາຊີ້ແຈງຜ່ານເຟສບຸກສ່ວນຕົວວ່າ: ຂ້າພະເຈົ້າ ທ. ອາລີ ຫຼວງສາມາດ ຕອນນີ້ເຫັນຂ່າວຂອງຂ້າພະເຈົ້າແຜ່ອອກໄກພໍສົມຄວນໂດຍທີ່ໂຕຂ້າພະເຈົ້າບໍ່ຮູ້ເລີຍວ່າຈະມີຂ່າວອອກມາແບບນີ້ ຂ້າພະເຈົ້າເລີຍຢາກມາຊີ້ແຈງລາຍລະອຽດກ່ຽວກັບຄວາມເປັນມາຂອງຂ່າວ: ໃນວັນທີ 27.12.2017ໄດ້ມີເບີໂທມາຈາກໜັງສືພິມ …ເພີ່ນໄດ້ສະເໜີວ່າເຄີຍໄດ້ຂຽນຂ່າວຂອງຂ້າພະເຈົ້າມາແລ້ວ ແລ້ວຖາມຕີ່ມອີກວ່າເປັນແນວໃດໄດ້ເຮັດວຽກລະບໍ ຂ້າພະເຈົ້າກະຕອບວ່າຍັງ ແລ້ວກໍ່ລົມກັນໄປທຳມະດາປະມານ7ນາທີແລ້ວກໍວາງສາຍ ມາຮອດມື້ນີ້ກະມາເຫັນຂ່າວທີ່ວ່າ ” ນັກສຶກສາໃບປະກາດແດງຫາວຽກບໍ່ໄດ້” ຂ້າພະເຈົ້າເລີຍໂທຫາຝ່າຍໜັງສືພິມທັນທີໂດຍຂໍຮ້ອງໃຫ້ແປງຂ່າວຄືໃຫມ່ ຫຼື ລົບເລີຍກະດີ ຕໍ່ມາກະເຫັນຂ່າວເພີ່ມຂື້ນເລື້ອຍໆ ຂ້າພະເຈົ້າເລີຍໂທໄປອີກພ້ອມຂໍຮ້ອງໃຫ້ລົບຂ່າວອອກ
ທີ່ຈິງແລ້ວເລື່ອງຫາວຽກຂ້າພະເຈົ້າຍັງບໍ່ໄດ້ໄປຍື່ນເຮັດວຽກຢູ່ເອກະຊົນເລີຍ ມີແຕ່ຍື່ນໄວ້ຕາມວິທະຍາໄລ 2 ແຫ່ງເທົ່ານັ້ນ ສ່ວນຕົວຂ້າພະເຈົ້າມັກຮັກທີ່ສຸດກໍຄືຄູສອນແລ້ວຂ້າພະເຈົ້າກະຫວັງໄວ້ວ່າຈະໄດ້ເປັນຄູສອນຂ້າພະເຈົ້າເລີຍລໍຖ້າເວລາທີ່ເໝາະສົມທີ່ຈະໄດ້ດັ່ງໃຈຫວັງ ສ່ວນວຽກອື່ນໆແມ່ນບໍ່ທັນຄິດຈື່ງເປັນດັ່ງຄຳເວົ້ທີ່ວ່າ: ໃບປະກາດແດງຫາວຽກບໍ່ໄດ້ ຕອນນີ້ຂ້າພະເຈົ້າມີຄວາມສຸກດີ ແລະ ຫວັງສະເໝີວ່າຈະມີວຽກເຮັດໃນບໍ່ດົນນີ້ ແລ້ວຈະເຮັດໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້


ຊຶ່ງຂ່າວຄາວທັງໝົດທັງມວນກໍ່ເປັນດັ່ງທີ່ຄາດເດົາໄວ້ ກ່ອນຈະໄດ້ໃບປະກາສະນີຍະບັດກຽດນິຍົມນັ້ນແນ່ນອນນ້ອງມີຄວາມຕັ້ງໃຈຮຽນແທ້, ແຕ່ຫຼັງຈາກຈົບມາຫາວຽກເຮັດບໍ່ໄດ້ຍ້ອນນ້ອງມີເປົ້າໝາຍທີ່ຊັດເຈນຢູ່ແລ້ວຢາກເຮັດໃນສິ່ງນັ້ນກໍ່ຕ້ອງໃຊ້ເວລາ ຈິ່ງຈະໄດ້ສົມປາຖະໜາ.
ແນວໃດກໍ່ຕາມຂ່າວທີ່ຖືກເຜີຍແຜ່ອອກໄປຜູ້ທີ່ແຊແລ້ວອ່ານແລ້ວ ແລະບໍ່ໄດ້ຮັບຂ່າວອັບເດດຕາມຫຼັງ ບົດຂ່າວທີ່ໄດ້ຮັບອາດເປັນການສ້າງຄວາມທໍ້ຖອຍແກ່ຄົນລຸ້ນຫຼັງຕ່ຳຄ້ອຍນ້ອຍໃຈບໍ່ຢາກຮຽນຕໍ່ເພາະຈະມີການສົມທຽບວ່າຂະໜາດຜູ້ໄດ້ໃບປະກາດແດງຍັງຫາວຽກບໍໄດ້ແລ້ວຈະຮຽນໄປເພື່ອຫຍັງ.



ຕໍ່ກັບກໍລະນີໃບປະກາດແດງ ຊຶ່ງບໍ່ກ່ຽວກັບເຫດການຂອງທ້າວອາລີ ອາຈານກາບແກ້ວ ທຳມະວົງ ນັກຂຽນຜູ້ມີຊື່ສຽງຂອງລາວໄດ້ນຳເອົາຂໍ້ຄິດຂອງຄົນດັງທີ່ຮູ້ຈັກກັນທົ່ວໂລກມານຳສະເໜີ ຕໍ່ທ່ານຜູ້ອ່ານວ່າ: ທ່ານ Jack Ma ມະຫາເສດຖີອັນດັບໜຶ່ງຂອງຈີນກ່າວວ່າ “ໃບປະກາດມີຄວາມສຳຄັນສະເພາະຕອນໄປສະໝັກວຽກເທົ່ານັ້ນ, ແຕ່ຫຼັງຈາກເຮັດວຽກແລ້ວ ໃບປະກາດກໍເປັນພຽງເຈ້ຍທຳມະດາ”, ເພາະຄວາມສຳເລັດທີ່ໂຮງຮຽນ ແລະ ໂລກຈິງແມ່ນບໍ່ຄືກັນ ທີ່ໂຮງຮຽນໃບຄະແນນຄືຈຸດສູງສຸດແຫ່ງຜົນສຳເລັດ ແຕ່ໃນໂລກຈິງຜົນງານຄືຈຸດສູງສຸດແຫ່ງຜົນສຳເລັດ, ຜົນງານໃນໂລກຈິງບໍ່ໄດ້ຂຶ້ນກັບໃບຄະແນນ ແຕ່ມັນຂຶ້ນກັບການລົງມືປະຕິບັດຕົວຈິງ ແລະ ການເຮັດວຽກເຂົ້າກັບຄົນອື່ນ".




ແທນທີ່ຈະຈົ່ມຄວນຄາງ ຢ້ານຈົບມາແລ້ວບໍ່ມີວຽກເຮັດ ເວລາຍັງຮຽນຢູ່ ກໍຈົ່ງໄປຊອກເຮັດວຽກເພີ່ມ ຫຼື ເປັນອາສາສະໝັກສາ ເຖິງຈະບໍ່ໄດ້ເງິນ ແຕ່ກໍໄດ້ປະສົບການ ເຊິ່ງຈະເປັນຜົນດີໃນຕອນໄປສະໝັກວຽກ ແລະ ເຮັດວຽກຈິງ, ນອກຈາກນັ້ນ ການໄດ້ຊ່ວຍເຫຼືອຄົນອື່ນ ຫຼື ຮັບໃຊ້ສັງຄົມຈາກວຽກອາສາສະໝັກນີ້ ຖືເປັນການປູພື້ນຖານໃຫ້ກາຍເປັນຜູ້ນຳທີ່ດີໃນອະນາຄົດອີກດ້ວຍ.

ຂະໜາດ David Beckham ເສດຖີ ແລະ ນັກເຕະບານຊື່ກ້ອງໂລກຍັງປ່ອຍໃຫ້ລູກຊາຍໄປເປັນພະນັກງານເສີບທີ່ຮ້ານອາຫານ ເພື່ອຈະໄດ້ຮຽນຮູ້ເລື່ອງຄວາມອົດທົນ ແລະ ຮູ້ຈັກຊ່ວຍເຫຼືອຕົນເອງ.  ສ່ວນວ່າ ພໍ່ແມ່ອາດຈະບໍ່ເຫັນດີ ເມື່ອເຫັນລູກໆສຸດທີ່ຮັກຕ້ອງໄປເຮັດວຽກທີ່ຕ່ຳຕ້ອຍ ຫຼື ເປັນອາສາສະໝັກທີ່ບໍ່ໄດ້ເງິນນັ້ນ ເຈົ້າກໍຢ່າໄປສົນໃຈ ເພາະນີ້ຄືຊີວີດຂອງເຈົ້າ ແລະ ເຈົ້າຄວນຈະເປັນຜູ້ເລືອກທາງເດີນເອງ.




ຄວາມຈິງກໍ່ແມ່ນຄວາມເພິ່ນໃບປະກາດເປັນພຽງໃບເບິກທາງແຈ້ງໃຫ້ອົງການທີ່ເຮົາຢາກເຂົ້າເຮັດວຽກນຳວ່າ ເຮົາໄດ້ຮຽນຈົບໄປແລ້ວລະດັບນີ້ໄດ້ເທົ່ານັ້ນ ນ້ອງໆທີ່ກຳລັງຮຽນຢູ່ກໍ່ບໍ່ຟ້າວທໍ້ຖອຍໃຈຫາກຮູ້ຂ່າວຂອງທ້າວອາລີກ່ອນໜ້ານີ້, ຂໍພຽງມີຄວາມມຸ້ງໝັ້ນບໍ່ເລືອກວຽກບໍ່ຕິເງິນໜ້ອຍຄ່ອຍສູ້ຊົນຮຽນຈົບແລ້ວຕ້ອງມີວຽກໃຫ້ເຮັດ ທຸກວັນນີ້ບ້ານເຮົາຍັງມີຄວາມຕ້ອງການແຮງງານຈຳນວນຫຼາຍ ຕ່າງແຕ່ວ່າສາຍທີ່ຮຽນມາຈະຖືກຕາມຄວາມຕ້ອງການຫຼືບໍ່ເທົ່ານັ້ນ ແຕ່ທຸກຢ່າງຮຽນຮູ້ໄດ້ຂໍເປັນກຳລັງໃຈໃຫ້ທຸກຄົນ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ






About see

0 comments:

Post a Comment

Powered by Blogger.