ຈັດຕັ້ງສູນກາງພັກ

ປີ 2017 ໄດ້ແຕ່ງຕັ້ງ-ຍົກຍ້າຍພະນັກງານເກືອບ 500 ສະຫາຍ


ການ​ແຕ່ງຕັ້ງ-ຍົກຍ້າຍ ແລະ ສັບ​ປ່ຽນ​ໜ້າທີ່​ບ່ອນ​ປະຈຳການຂອງ​ພະນັກງານ ໃນ​ປີ 2017 ໄດ້ດຳເນີນ​ໄປ​ຕາມ​ຄວາມ​ຮຽງ​ຮ້ອງຕ້ອງການ​ຂອງ​ວຽກ​ງານ​ຕົວ​ຈິງ ເພື່ອ​ໃຫ້​ແທດເໝາະ ແລະ ສອດຄ່ອງ​ກັບ​ແນວທາງ​ນະໂຍບາຍປ່ຽນແປງ​ໃໝ່​ຂອງ​ພັກ-ລັດ ແນໃສ່​ເພີ່ມ​ປະສິດທິພາບ​ວຽກ​ງານໃຫ້​ນັບ​ມື້​ສູງ​ຂຶ້ນ ໂດຍ​ໃນ​ປີ 2017 ໄດ້​ມີ​ການ​ແຕ່ງຕັ້ງ ແລະ ຍົກຍ້າຍພະນັກງານ ສະເພາະ​ຂັ້ນ​ສູນ​ກາງຄຸ້ມ​ຄອງ ທັງ​ໝົດ 499 ສະຫາຍ ຍິງ 39 ສະຫາຍ ໃນ​ນີ້ມີ​ເບື້ອງພັກ ທັງ​ໝົດ 261 ສະຫາຍ ຍິງ 27 ສະຫາຍ ເບື້ອງ​ລັດ 167 ສະຫາຍ ຍິງ 12 ສະຫາຍ ແລະ ໄດ້ຄົ້ນຄວ້າ​ສະເໜີ​ຂັ້ນ​ເທິງ​ເລື່ອນ​ຊັ້ນນາຍ​ທະຫານ ແລະ ຕຳຫຼວດ ຈຳນວນ 71 ສະຫາຍ.

ກອງ​ປະຊຸມ​ສະຫຼຸບ​ວຽກ​ງານຈັດ​ຕັ້ງ​ປະຈຳ​ປີ 2017 ວັນ​ທີ 3-5 ມັງກອນ 2018 ຢູ່​ທີ່​ຄະນະ​ຈັດ​ຕັ້ງສູນ​ກາງ​ພັກ ເປັນ​ປະທານ​ໂດຍສະຫາຍ ຈັນ​ສີ ໂພ​ສີຄຳ ກຳ​ມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ມີ​ບັນດາ​ຮອງ​ເລຂາສະມາຊິກພັກ ແລະ ພະນັກງານ​ຫຼັກ​ແຫຼ່ງກ່ຽວຂ້ອງ​ເຂົ້າ​ຮ່ວມ.
ສະຫາຍ ວັນ​ໄຊ ພອງ​ສະຫວັນ ຮອງ​ເລຂາ​ຄະນະ​ພັກ ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້ຜ່ານ​ຮ່າງ​ບົດ​ສະຫຼຸບ​ຕີ​ລາຄາ​ສະພາບ​ການຈັດຕັ້ງ​ປະຕິບັດ ​ມະຕິກອງ​ປະຊຸມ​ວຽກ​ງານ​ຈັດ​ຕັ້ງ​ທົ່ວປະເທດ ຄັ້ງ​ທີ X ໄລຍະ 1 ປີ​ຜ່ານມາ (2017) ແລະ ທິດ​ທາງ​ແຜນການ​ປີ 2018 ຈາກ​ນັ້ນ ຜູ້​ເຂົ້າຮ່ວມ​ໄດ້​ພ້ອມ​ກັນ​ປະກອບ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ​ໃສ່​ຮ່າງ​ບົດ​ສະຫຼຸບ​ດັ່ງກ່າວ ເຊິ່ງ​ໃນ​ປີ 2017 ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ ໄດ້​ເອົາໃຈໃສ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ກົດ​ລະບຽບ​ພັກ ສະໄໝ​ທີ X ຄຳ​ສັ່ງ​ວ່າດ້ວຍ​ການ​ດຳເນີນ​ຊີວິດ​ການເມືອງ ປັບປຸງ​ປົວແປງ​ທົ່ວ​ພັກ ປີ 2017 ກໍ່​ຄືມະຕິ​ກອງ​ປະຊຸມ​ວຽກງານ​ຈັດ​ຕັ້ງ​ທົ່ວ​ປະເທດ ຄັ້ງ​ທີ X ແລະ ບົດ​ໂອ້​ລົມ​ຂອງ​ສະຫາຍ​ເລຂາ​ທິ​ການ​ໃຫຍ່ ຄະນະ​ບໍລິຫານງານ​ສູນ​ກາງ​ພັກ ເອົາໃຈໃສ່​ປະຕິ​ບັດ​ວຽກ​ງານ​ກໍ່ສ້າງ​ພັກ ໂດຍຄະນະ​ພັກ​ແຕ່​ລະ​ຂັ້ນ​ໄດ້​ເປັນ​ເຈົ້າການ​ສຶກ​ສາ​ອົບຮົມ​ແນວ​ຄິດ-ການເມືອງ ຕ້ານ​ປາກົດການ​ຫຍໍ້ທໍ້​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ກົງຈັກການຈັດຕັ້ງ ແລະ ຖັນ​ແຖວ​ສະມາ​ຊິກ​ພັກ-ພະນັກງານ .

ປັດຈຸບັນ ມີ​ໜ່ວຍ​ພັກ​ຖືກ​ຮັບຮອງ​ເປັນໜ່ວຍ​ພັກ​ເຂັ້ມແຂງ-ຮູ້​ນຳພາ ຮອບດ້ານ​ຈຳນວນ 11.359 ໜ່ວຍ ທົ່ວ​ປະເທດ​ມີ​ສະມາຊິກພັກ​ທັງ​ໝົດ 302.537 ສະຫາຍ ຍິງ 71.180 ສະຫາຍ ເພີ່ມ​ຂຶ້ນຈາກ​ປີ 2016 21.524 ສະຫາຍ ອອກ​ບັດ​ໃຫ້​ສະມາຊິກ​ພັກ​ສົມບູນ 36.529 ສະຫາຍ ດຳເນີນການ​ທົດ​ລອງ​ການ​ສ້າງ​ແຜນ​ກຳນົດ​ພະນັກ​ງາ​ນຳພາ-ຄຸ້ມ​ຄອງ​ຢູ່ຂັ້ນ​ບ້ານ​ສຳເລັດ 14 ບ້ານ ໃນ 14 ແຂວງ ແລະ ນະຄອນຫຼວງ​ວຽງຈັນ ຄັດ​ເລືອກ​ເອົາ​ພະນັກງານນຳພາ-ຄຸ້ມ​ຄອງ​ໄປ​ກໍ່ສ້າງ​ບຳລຸງ ທັງ​ໝົດ 1.172 ສະຫາຍ ຍິງ 210 ສະຫາຍ ໃນ​ນັ້ນ ຢູ່​ພາຍ​ໃນ 466 ສະຫາຍ ແລະ ຕ່າງປະເທດ 706 ສະຫາຍ ຄຽງ​ຄູ່​ກັນ​ນັ້ນ ຍັງ​ໄດ້ເອົາໃຈໃສ່​ຈັດ​ຕັ້ງ​ປະຕິບັດ​ວຽກງານ​ນະໂຍບາຍ​ຕໍ່​ພະນັກງານ ເຊິ່ງ​ໃນ​ປີ 2017 ສາມາດ​ຄົ້ນຄວ້າ​ປະຕິບັດ​ນະໂຍບາຍ​ໃຫ້​ພະນັກ​ງານ-ລັດຖະກອນ ອອກ​ພັກການ-ຮັບ​ອຸດ​ໜູນ​ບຳນານ ຈຳນວນ 2.242 ສະຫາຍ ໃນ​ນັ້ນ ມີພະນັກງານ​ຂັ້ນ​ສູນ​ກາງ​ຄຸ້ມ​ຄອງ 28 ສະຫາຍ.


ແຫລ່ງທີ່ມາຈາກhttps://www.vientianemai.net
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.