ຂ່າວ ເສດຖະກິດ

ໝາກຕາວ ສິນຄ້າຄຸນະພາບດີ ສົ່ງອອກຂາຍຕ່າງປະເທດ ລາຍໄດ້ປີ ຫລາຍກວ່າ 4 ຕື້ກີບ



ເສັ້ນທາງ ຫຼວງ ແຫ່ງ ຊາດ R3 ຖື ວ່າ ເປັນ ເສັ້ນທາງ ຫຼັກ ແລະ ສຳຄັນ ໃນ ການ ຄົມມະນາຄົມ ທີ່ ປະຊາ ຊົນ ແຂວງ ພາກ ເໜືອ ໄດ້ ຮັບ ຜົນ ປະໂຫຍດ ຢ່າງ ແທ້ ຈິງ ອັນ ເຮັດ ໃຫ້ຊີວິດ ການ ເປັນ ຢູ່ ນັບ ມື້ ດີ ຂຶ້ນ ລວມ ທັງ ວຽກ ງານ ການ ຂົນສົ່ງ ສິນຄ້າ ອອກ ສູ່ ຕ່າງປະເທດ ຂອງ ປະຊາຊົນ ບັນດາເຜົ່າ ກໍ່ ໄດ້ ຮັບ ການ ປັບປຸງ ເຊັ່ນ ກັນ ໂດຍ ເສັ້ນທາງ ນີ້ ເປີດນຳ ໃຊ້ ແຕ່ ປີ 2008 ເປັນຕົ້ນ ມາ ໂດຍ ການ ກູ້ ຢືມ ເງິນ ດອກ ເບ້ຍ ຕ່ຳຈາກ ທະນາຄານ ພັດທະນາ ອາຊີ ລັດຖະບານ ຈີນ ແລະ ລັດຖະບານໄທ ລວມ ມູນ ຄ່າ 95 ລ້ານ ໂດ ລາສະຫະລັດ ຫຼື ປະມານ 480 ຕື້ ກີບ.

ທ່ານ ບຸນ ໂຮມ ກັນ ທະ ວົງ ປະທານ ບໍລິສັດ ກັນ ທະ ວົງ ສົ່ງເສີມການ ຜະລິດ ແລະ ປຸງ ແຕ່ງ ສິນຄ້າກະສິກຳ ຈຳກັດ ຢູ່ ບ້ານ ໜອງ ຄຳ ເມືອງ ວຽງ ພູ ຄາ ແຂວງ ຫຼວງ ນ້ຳທາ ກ່າວ ວ່າ: ຈາກ ການ ກໍ່ສ້າງ ແລະ ເປີດ ນຳ ໃຊ້ ເສັ້ນທາງ ຫຼວງແຫ່ງ ຊາດ R3 ແຕ່ ປີ 2008 ເປັນຕົ້ນ ມາ ປະຊາຊົນ ກໍ່ ຄືບໍລິສັດພວກ ເຮົາ ໄດ້ ຮັບ ຜົນ ປະໂຫຍດ ທັງທາງ ກົງ ແລະ ທາງ ອ້ອມ ການດຳເນີນ ທຸລະ ກິດ ກໍ່ ມີ ການ ຂະຫຍາຍ ຕົວຢ່າງ ຕໍ່ ເນື່ອງ ໂດຍ ສະເພາະ ໄດ້ ສ້າງ ຄວາມ ສະດວກສະບາຍ ແກ່ ການ ຂົນສົ່ງ ສິນຄ້າສູ່ ຕ່າງປະເທດ ຫຼຸດຜ່ອນ ຕົ້ນ ທຶນ ແລະ ທີ່ ສຳຄັນ ໄລຍະ ການ ຂົນສົ່ງສັ້ນ ລົງ ເຮັດ ໃຫ້ ຄຸນະພາບ ຂອງຜົນ ຜະລິດ ສິນຄ້າ ກະສິກຳ ສູງ ຂຶ້ນລາຄາ ດີ ແລະ ໄດ້ ສົ່ງ ຜົນ ໃຫ້ ປະຊາ ຊົນ ທີ່ ເກັບ ໝາກ ຕາວ ມາ ປ້ອນ ໃຫ້ ບໍລິສັດມີ ລາຍ ຮັບ ສູງ ຂຶ້ນ ເຊັ່ນກັນ ປັດຈຸບັນ ບໍລິສັດ ໄດ້ ເກັບ ຊື້ຜົນ ຜະລິດ ໝາກ ຕາວ ຈາກ ປະຊາຊົນ ໃນ ລາຄາ ກິ ໂລ ລະ 4-5 ພັນກີບ ການ ເກັບ ຊື້ ນັບ ແຕ່ ເດືອນ ທັນວາຫາເດືອນ ເມສາ ຂອງ ທຸກ ປີ ແຕ່ ລະ ປີ ບໍລິສັດ ໄດ້ ສົ່ງ ອອກໝາກ ຕາວ ໃຫ້ ປະເທດ ໄທ ຈຳນວນ 500-600 ໂຕນ ມູນ ຄ່າ ປະມານ 27.000 ບາດຕໍ່ ໂຕນ ເຊິ່ງ ໄດ້ ສ້າງ ລາຍ ຮັບ ແກ່ ບໍລິສັດປະມານ ປີ ລະ 4 ຕື້ ກີບ ພ້ອມ ດຽວກັນ ນັ້ນ ບໍລິສັດ ຍັງ ໄດ້ ຮັບ ຊື້ ດອກແຂມ (ສຳລັບ ເຮັດ ເປັນ ຟອຍກວາດ ເຮືອນ) ນຳ ປະຊາຊົນ ໃນກິ ໂລ ລະ 4.000 ກີບ ແລະ ໃນອະນາຄົດ ບໍລິສັດ ມີ ແຜນ ຂະຫຍາຍ ການ ຜະລິດ ໃຫ້ ມີ ຄວາມເຂັ້ມແຂງ ແລະ ຍືນ ຍົງ ໂດຍ ປຸກລະດົມ ໃຫ້ ປະຊາຊົນ ປູກ ໝາກຕາວ ແລະ ພືດ ກະສິກຳ ອື່ນໆ ເປັນສິນຄ້າ ເພື່ອ ສ້າງ ລາຍ ຮັບ ໃຫ້ ເຂົາເຈົ້າ ແລະ ເປັນ ການ ປະກອບສ່ວນ ສ້າງ ເສດຖະກິດ-ສັງຄົມຂອງ ເມືອງ ແລະ ແຂວງ ໃຫ້ ເຕີບໃຫຍ່ ຂະຫຍາຍຕົວ ຍິ່ງ ຂຶ້ນ ຕາມແນວທາງ ນະໂຍບາຍ ຂອງ ພັກ-ລັດ ວາງ ອອກ ໃຫ້ ປາກົດ ຜົນ ເປັນຈິງ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About SMM

0 comments:

Post a Comment

Powered by Blogger.