ຄ້າປະເພນີ

ສຸດເສົ້າສາວລາວ ຖືກຂະບວນຄ້າມະນຸດຕົວຍົວະໄປ ບັງຄັບຄ້າປະເວນີ ເປັນເວລາກວ່າ 1 ປີ 2 ເດືອນທີ່ປະເທດໄທ ກ່ອນຖືກຊ່ວຍກັບຄືນສູ່ປະເທດ



ຕາມການລາຍງານຂອງຫນັງສືພິມຄວາມສະຫງົບໃຫ້ຮູ້ວ່າ: ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ໄດ້ຮັບຜູ້ຖືກເຄາະຮ້າຍໃນການຄ້າມະນຸດ 1 ຄົນ ຈາກກະ
ຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ (ປະເທດໄທ)ທີ່ຊ່ວຍເຫຼືອໄດ້ຢູ່ຮ້ານບັນ
ເທິງແຫ່ງໜຶ່ງຢູ່ປະເທດໄທ ໃນວັນທີ 19 ຕຸລາ 2017 ຢູ່ສູນດັ່ງກ່າວ ເພື່ອໃຫ້ກັບຄືນສູ່ຄອບຄົວ ແລະ ສັງຄົມ, ໂດຍມີບັນດາພາກສວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.


ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜ່ານການສອບສວນ ຜູ້ຖືກເຄາະຮ້າຍ ຊື່ ນາງ ບຸນຫຼາຍ (ນາມສົມມຸດ) ຜູ້ກ່ຽວສາ
ລະພາບວ່າ: ກ່ອນຖືກນາຍໜ້າຕົວະຍົວະມາຂາຍຄັ້ງນີ້ ຍ້ອນໄດ້ອອກຈາກໂຮງຮຽນ ເພາະວ່າຄອບຄົວ
ທຸກຍາກ ໃນຄອບຄົວມີອ້າຍ-ນ້ອງນຳກັນ 4 ຄົນ ເຊິ່ງຕົນເປັນຄົນທີ 3, ຫາກຮຽນຈົບມັດທະຍົມ ກໍບໍ່ມີເງິນສົ່ງຮຽນຕໍ່ ແລະ ຜູ້ເປັນແມ່ກະບໍ່ສະບາຍ ແລະ ມີຄ່າໃຊ້ຈ່າຍສູງໃນການປິນປົ່ວ, ເມື່ອຮຽນ
ຮອດມໍ 6 ໃນປີ 2016 ຈຶ່ງອອກໂຮງຮຽນ ໄປເປັນກຳມະກອນຂາຍເຄື່ອງແຫ່ງໜຶ່ງ ເພື່ອແບ່ງເບົາ
ພາລະຂອງຄອບຄົວ ແລະ ຫາເງິນປິນປົ່ວແມ່, ພາຍຫຼັງເຮັດວຽກໄດ້ປະມານ 2 ເດືອນ ມີຍິງຄົນໜຶ່ງ (ຄົນໄທ) ມາຖາມວ່າ: ໄປເຮັດວຽກຢູ່ປະເທດໄທບໍ ໄດ້ຮັບຄ່າຈ້າງເດືອນລະ 10.000 ບາດຂຶ້ນໄປ ຖ້າຢູ່ດົນ
ເງິນເດືອນຈະສູງຂຶ້ນເລື່ອຍໆ, ວຽກທີ່ເຮັດແມ່ນຢູ່ນຳຮ້ານອາຫານ (ເສີບ), ສ່ວນເອກະສານເດີນທາງ
ແມ່ນຈະແລ່ນໃຫ້.
 
ຮູບປະກອບຈາກອິນເຕີເນັດ

ພາຍຫຼັງຕົກລົງກັນແລ້ວ ມາວັນທີ 27 ມິຖຸນາ 2016 ໄດ້ຂີ່ລົດເມໂດຍສານຂ້າມຂົວມິດຕະພາບ ລາວ-ໄທ 1 ເມື່ອໄປຮອດ ໄດ້ໂທຫາຍິງຄົນນັ້ນມາຮັບ ແລ້ວພາຂີ່ລົດໄປປະມານ 3-4 ຊົ່ວໂມງ ໄປສົ່ງຢູ່ຮ້ານກິນດື່ມ
ແຫ່ງໜຶ່ງ (ຮ້ານເຫຼົ້າ) ພໍແຕ່ໄປຮອດ, ໄດ້ເລີ່ມເຮັດວຽກມື້ທໍາອິດ ກໍຖືກເຈົ້າຂອງຮ້ານບັງຄັບໃຫ້ເສີບ
ເຫຼົ້າ-ເບຍໃຫ້ແຂກ ແລະ ບັງຄັບໃຫ້ຂາຍປະເວນີ ໂດຍໃຫ້ນອນນຳຊາຍມື້ລະຫຼາຍຄົນ ແຕ່ເງິນບໍ່ໄດ້; ນອກນີ້, ເຈົ້າຂອງຮ້ານຍັງໄດ້ບັງຄັບໃຫ້ຂຶ້ນເຕັ້ນໂຊຢູ່ເວທີ ໂດຍມີລັກສະນະເປືອຍໝົດກາຍ, ຮ້ານ
ດັ່ງກ່າວຈະປິດໃນເວລາ 5 ເຊົ້າທຸກມື້, ເມື່ອປິດຮ້ານແລ້ວ ຕົນກໍຖືກກັກຂັງໃສ່ໂສ້ມັດ ແລະ ມີຄົນເຝົ້າ
ຍາມຕະຫຼອດເວລາບໍ່ໃຫ້ອອກໄປໃສເດັດຂາດ ເຊິ່ງໄດ້ໃຊ້ຊີວິດທໍລະມານທັງກາຍ ແລະ ໃຈ ເປັນເວລາ 1 ປີ 2 ເດືອນ.
 
ຮູບປະກອບຈາກອິນເຕີເນັດ

 ມາວັນທີ 18 ສິງຫາ 2017 ທາງເຈົ້າໜ້າທີ່ໜ່ວຍງານປາບປາມການຄ້າມະນຸດ ປະເທດໄທ ໄດ້ເຂົ້າກວດ
ຄົ້ນຮ້ານດັ່ງກ່າວ ຈຶ່ງສາມາດຊ່ວຍຜູ້ຖືກເຄາະຮ້າຍອອກມາ ແລ້ວນຳຕົວສົ່ງສູນຮັບຕ້ອນບ້ານເກດ
ຕະການ (ປະເທດໄທ) ເພື່ອປິນປົ່ວຈິດໃຈ ແລະ ຮ່າງກາຍໃຫ້ແຂງແຮງ ກ່ອນນຳຕົວສົ່ງໃຫ້ກັບທາງ
ການລາວ ເພື່ອໃຫ້ຜູ້ຖືກເຄາະຮ້າຍກັບຄືນສູ່ຄອບຄົວ ແລະ ສັງຄົມອີກຄັ້ງ.
 
ຮູບປະກອບຈາກອິນເຕີເນັດ

ຕໍ່ກັບເຫດການດັ່ງກ່າວນີ້: ເຈົ້າໜ້າທີ່ກ່ຽວຂ້ອງຍັງຈະເພີ່ມທະວີການປາບປາມ ແລະ ສະກັດກັ້ນການ
ຄ້າມະນຸດ ແລະ ເພີ່ມການຮ່ວມມືຂອງສອງຝ່າຍໃຫ້ດີຂຶ້ນກວ່າເກົ່າ ພ້ອມນີ້ຍັງຮຽກຮ້ອງໃຫ້ພໍ່-ແມ່
ປະຊາຊົນລາວບັນດາເຜົ່າ ແລະ ອຳນາດການປົກຄອງທຸກຂັ້ນ ຊ່ວຍກັນເປັນສ່ວນຮ່ວມໃນການສະ
ກັດກັ້ນວຽກງານດັ່ງກ່າວ ຖ້າໃຜພົບເຫັນພຶດຕິກຳຂອງກຸ່ມຄົນບໍ່ດີ ໃນການເຄື່ອນໄຫວໂຄສະນ
າເກີນຄວາມຈິງ ໃຫ້ແຈ້ງເຂົ້າເບີ 1300 ເພື່ອໃຫ້ບໍ່ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ.
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.