ກອງທັບ

ຝ່າຍລາວ ສະເໜີໃຫ້ຝ່າຍກຳປູເຈຍ ຖອນກຳລັງ ແລະ ຢຸດເຊົາການດຳເນີນກິດຈະການຕ່າງໆບໍລິເວນຊາຍແດນ ແກ້ງ ຕໍມໍຄອຍ-ຫ້ວຍຕະເງົາ


ກອງປະຊຸມຄະນະກຳມະ ການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປລາວ-ກຳ
ປູເຈຍ,ກຳປູເຈຍ- ລາວຄັ້ງທີIII ຫຼື GBC ລາວ- ກຳປູເຈຍ ຈັດຂຶ້ນໃນລະຫວ່າງ ວັນທີ 23-26 ທັນວາ 2017 ຜ່ານມາທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານພົນຈັດຕະວາ ສີພັນ ພຸດທະ ວົງ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ, ປະທານຄະ
ນະ ກຳມະການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປລາວ-ກຳປູເຈຍ ແລະ ທ່ານພົນໂທ ເສຍໂຊຈຽດ ຮອງເສນາທິການຮ່ວມ, ຫົວໜ້າ ກົມກິດຈະການຊາຍແດນກອງ ບັນ
ຊາການທະຫານສູງສຸດ, ປະທານຄະນະກຳມະການຮ່ວມ ມືຮັກສາຄວາມສະຫງົບຮຽບ ຮ້ອຍຕາມຊາຍແດນທົ່ວໄປກຳປູ ເຈຍ-ລາວ ພ້ອມດ້ວຍຄະນະກຳ ມະການ ແລະ ເຈົ້າໜ້າທີ່ ທີ່ກ່ຽວ ຂ້ອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມຄະນະກຳມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ຄັ້ງນີ້ ແມ່ນປະຕິບັດຕາມບົດບັນ ທຶກການຮ່ວມມືລະຫວ່າງສອງ ກະຊວງປ້ອງກັນປະເທດ ລາວ- ກຳປູເຈຍ ແລະ ບົດບັນທຶກກອງ ປະຊຸມຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປລາວ-ກຳ ປູເຈຍຄັ້ງທີ II ເຊິ່ງກອງປະຊຸມ ຄັ້ງທີ III ນີ້, ສອງຝ່າຍໄດ້ປຶກສາ ຫາລືແລກປ່ຽນຄຳຄິດຄຳເຫັນ ແລະ ເຫັນດີຮ່ວມກັນບາງບັນຫາ ດັ່ງນີ້.
ການພົບປະສອງຝ່າຍໃນວັນທີ 1 ກັນຍາ 2017 ຜ່ານມາທີ່ນະຄອນ ຫຼວງພະນົມເປັນຂອງສອງນາຍົກລາວ-ກຳປູເຈຍ

-ສອງຝ່າຍສະໜັບສະໜູນຕໍ່ຖະ ແຫຼງການຮ່ວມລະຫວ່າງນາຍົກ ລັດຖະມົນຕີແຫ່ງສາທາລະນະ ລັດ ປະຊາທປະໄຕ ປະຊາຊົນ ລາວ ແລະ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ໃນວັນທີ 12 ສິງຫາ 2017 ທີ່ ນະຄອນຫຼວງວຽງຈັນ ແລະ ການພົບປະສອງຝ່າຍໃນວັນທີ 1 ກັນຍາ 2017 ຜ່ານມາທີ່ນະຄອນ ຫຼວງພະນົມເປັນ, ເຊິ່ງທັງສອງ ນາຍົກລັດຖະມົນຕີເຫັນດີໃຫ້ ຖອນກຳລັງຂອງທັງສອງຝ່າຍ ອອກຈາກພື້ນທີ່ຊາຍແດນບໍລິ ເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ລະຫວ່າງ ເມືອງສະໜາມໄຊ ແຂວງອັດຕະປື ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນ ລາວ ກັບເມືອງ ແສນປາງ ແຂວງ ຊຽງແຕງ ຣາຊະອານາຈັກກຳປູ ເຈຍ ເຊິ່ງເປັນບໍລິເວນຊາຍແດນ ທີ່ຍັງຄົງຄ້າງມິດຕະພາບຮ່ວມ ກັນ, ເຫັນດີໃຫ້ຄະນະກຳມະການ ຊາຍແດນຮ່ວມລາວ-ກຳປູເຈຍ ລົງສຳຫຼວດ ແລະ ປັກຫຼັກໝາຍ ຊາຍແດນຢູ່ບໍລິເວນດັ່ງກ່າວ ຮ່ວມກັນໂດຍໄວ.

-ກອງປະຊຸມຄະນະກຳມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ກຳປູເຈຍຄັ້ງທີ III ນີ້ຝ່າຍ ລາວໄດ້ສະເໜີໃຫ້ຝ່າຍກຳປູເຈຍ ຖອນກຳລັງທັງໝົດ ແລະ ຢຸດ ເຊົາການດຳເນີນກິດຈະການ ຕ່າງໆຢູ່ບໍລິເວນຊາຍແດນ ແກ້ງ ຕໍມໍຄອຍ-ຫ້ວຍຕະເງົາ ທີ່ຍັງເປັນ ບໍລິເວນຊາຍແດນທີ່ຄົງຄ້າງ ແລະ ສະເໜີໃຫ້ຄະນະກຳມະການ ເຕັກນິກຊາຍແດນຮ່ວມລາວ- ກຳປູເຈຍ, ກຳປູເຈຍ-ລາວ ລົງ ສຳຫຼວດ ແລະ ປັກຫຼັກໝາຍຊາຍ ແດນຮ່ວມກັນໂດຍໄວຕາມການ ຕົກລົງຂອງສອງນາຍົກລັດຖະ ມົນຕີລາວ-ກຳປູເຈຍ.

- ຝ່າຍລາວສະເໜີໃຫ້ຝ່າຍກຳ ປູເຈຍຍົກຍ້າຍການກໍ່ສ້າງເຮືອນ ທີ່ເລິກເຂົ້າມາໃນດິນລາວຈຳ ນວນ 3 ຫຼັງ ແລະ ຕິດເສັ້ນຊາຍ ແດນຈຳນວນ 6 ຫຼັງ ຢູ່ບໍລິເວນ ຫຼັກໝາຍຊາຍແດນທີ່ສອງຝ່າຍ ໄດ້ເອກະພາບປັກຫຼັກໝາຍສຳ ເລັດແລ້ວ.
- ນອກນັ້ນສອງຝ່າຍເຫັນດີເປັນ ເອກະພາບໃນການປົກປັກຮັກ ສາຄວາມສະຫງົບ,ຄວາມເປັນ ລະບຽບຮ້ອຍຕາມຊາຍແດນ ຂອງສອງປະເທດ.
ແຕ່ວ່າກອງປະຊຸມຄະນະກຳ ມະການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປ ລາວ-ກຳປູເຈຍ ຄັ້ງນີ້ບໍ່ ໄດ້ລົງນາມຮ່ວມກັນ, ຍ້ອນເຫດ ຜົນສອງຝ່າຍຍັງມີຄວາມຄິດ ເຫັນທີ່ແຕກ
ຕ່າງກັນ ; ສະນັ້ນສອງ ຝ່າຍຍັງຈະໄດ້ສືບຕໍ່ລາຍງານຂໍ ທິດຊີ້ນຳຈາກຂັ້ນເທິງຂອງຕົນ ເພື່ອຮ່ວມກັນ
ແກ້ໄຂໂດຍສັນຕິວິ ທີ ໂດຍໄວ.


ແຫລ່ງທີ່ມາຈາກຫນັງສືພິມກອງທັບປະຊາຊົນລາວ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.