ການພັດທະນາ

ຫຼວງພະບາງ ຖືເອົາອຸດສາຫະກຳການທ່ອງທ່ຽວໃຫ້ເປັນໃຈກາງພັດທະນາເສດຖະກິດ


ນັບແຕ່ເມືອງຫຼວງພະບາງ ຖືກຮັບຮອງເປັນເມືອງມໍ ລະດົກໂລກ ຈາກອົງການອຸຍ ແນັສໂກ ປີ 1995, ອຳນາດ ການປົກຄອງແຂວງ ກໍໄດ້ມີນິ ຕິກຳ, ກົດລະບຽບໃນການຄຸ້ມ ຄອງປົກປັກຮັກສາມໍລະດົກ ໂລກໃຫ້ມີຄວາມຍືນຍົງ, ເປັນ ຕົ້ນແມ່ນໄດ້ປົກປັກຮັກສາທາງ ດ້ານວັດທະນະທຳ, ທຳມະ ຊາດ ແລະ ສິ່ງແວດລ້ອມ. ໃນ ນັ້ນ ໄດ້ມີການກຳນົດເຂດມໍລະ ດົກ ແລະ ແຫຼ່ງທ່ອງທ່ຽວ, ຂຶ້ນ ບັນຊີເຮືອນ
ມໍລະດົກໂລກ, ສິ່ງ ສາທາລະນະ, ວັດວາອາຮາມ ແລະ ວັດຖຸສິ່ງຂອງຕ່າງໆ, ກຳ ນົດການປຸກ
ສ້າງໃນເຂດມໍລະ ດົກຄວາມສູງບໍ່ໃຫ້ເກີນ 9 ແມັດ, ເຂດຊານເມືອງຄວາມ ສູງບໍ່ເກີນ 12 ແມັດ, ສູງສຸດບໍ່ ໃຫ້ເກີນ 21 ແມັດ.

 ນອກນີ້ ກໍ ໄດ້ມີລະບຽບປົກປັກຮັກສາຄັນ ຄູ ແລະ ຕ້ານເຈື່ອນຕາມອ້ອມ ຮອບແຄມນ້ຳໃນຕົວເມືອງ, ປົກປັກຮັກສາປ່າໄມ້ ແລະ ທົ່ງ ນາຢູ່ເຂດຂຽວບໍ່ໃຫ້ມີການບຸກ ລຸກທຳລາຍ ແລະ ໃນໄລຍະ ຜ່ານມາ ແຂວງຫຼວງພະບາງ ກໍໄດ້ຈັດງານສະເຫຼີມສະຫຼອງ ຫຼວງພະບາງເມືອງມໍລະດົກ ໂລກ ຄົບຮອບ 20 ປີ ຊຶ່ງເຮັດ ໃຫ້ເມືອງຫຼວງພະບາງ ເປັນທີ່ ໜ້າສົນໃຈຈາກແຂກຕ່າງດ້າວ, ທ້າວຕ່າງແດນເຂົ້າມາທ່ຽວຊົມ ເປັນຈຳນວນຫຼາຍຂຶ້ນ. ພ້ອມ ດຽວກັນນັ້ນ ກໍໄດ້ມີນັກລົງທຶນ ຈາກພາຍໃນ ແລະ ຕ່າງປະ ເທດເຂົ້າມາ
ລົງທຶນ ເປັນຕົ້ນ ແມ່ນໂຄງການກໍ່ສ້າງໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຣີ ສອດ ແລະ ອື່ນໆ ຂຶ້ນຫຼາຍ ແຫ່ງ ເພື່ອຮອງຮັບນັກທ່ອງ ທ່ຽວທີ່ເຂົ້າມາທ່ຽວຊົມຫຼວງພະ ບາງນັ້ນຈຶ່ງເປັນຈຸດເດັ່ນທີ່ສຳ ຄັນ ເຮັດໃຫ້ແຂວງຫຼວງພະບາງ ມີທ່າກ້າວ ແລະ ໃບໜ້າໃໝ່ .

ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ໃຫ້ ສຳພາດຕໍ່ນັກຂ່າວຫວ່າງບໍ່ດົນ ຜ່ານມານີ້ວ່າ: ຜ່ານການຈັດ ຕັ້ງປະຕິບັດວຽກງານໃນໄລຍະ ຜ່ານມາ ເຮັດໃຫ້ແຂວງຫຼວງ ພະບາງ ໄດ້ຮັບການພັດ
ທະນາ ຢ່າງຈະແຈ້ງ, ບໍ່ວ່າຈະແມ່ນ ດ້ານວັດທະນະທຳ, ຮີດຄອງ ປະເພນີ, ວັດວາອາຮາມ ກໍໄດ້ ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍ, ປະຊາຊົນບັນ ດາເຜົ່າ ນັບມື້ນັບເຂົ້າໃຈກ່ຽວ ກັບການປົກປັກຮັກສາມໍລະ ດົກໂລກດ້ວຍຕົນເອງ ເປັນຕົ້ນ ແມ່ນການປຸກສ້າງ, ການຕໍ່ເຕີມ, ການບູລະນະ ຕ້ອງໄດ້ຜ່ານອົງ ການຈັດຕັ້ງກ່ຽວຂ້ອງ ເພື່ອກວດ ກາ ຜ່ານການປົກປັກຮັກສາ ໄລຍະນີ້ ບັນຍາກາດການລົງ ທຶນຂອງພາຍໃນ ແລະ ຕ່າງ ປະເທດເຂົ້າມາໃນການພັດ ທະນາການທ່ອງທ່ຽວນັບມື້ນັບ ຫຼາຍຂຶ້ນມາຮອດປັດຈຸບັນນີ້ ມີ ແຫຼ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະ ທຳ ມີທັງໝົດ 228 ແຫ່ງ, ບໍລິ ສັດທ່ອງທ່ຽວມີ 89 ບໍລິສັດ, ຣີສອດ-ໂຮງແຮມ ທີ່ໄດ້ມາດ ຖານ 74 ແຫ່ງ, ເຮືອນພັກ 341 ແຫ່ງ, ມີສະຖາບັນການສຶກສາ, ສະໜາມບິນສາກົນ ເພື່ອອຳ ນວຍຄວາມສະດວກໃຫ້ແກ່ ນັກທ່ອງທ່ຽວ ສາຍການບິນກໍ ມີລັກສະນະເພີ່ມຂຶ້ນທັງສາຍ ການບິນພາຍໃນ ແລະ ຕ່າງ ປະເທດ ເຮັດໃຫ້ນັກທ່ອງທ່ຽວ ເພີ່ມຂຶ້ນໃນແຕ່ລະປີ.


 ໃນປີ 2017 ມີນັກທ່ອງທ່ຽວເຂົ້າມາ ທ່ຽວແຂວງຫຼວງພະບາງທັງ ໝົດ 6 ແສນກວ່າຄົນ, ຕ່າງປະ ເທດ 4 ແສນກວ່າຄົນ ສາມາດ ສ້າງລາຍຮັບໃຫ້ແກ່ປະຊາຊົນ 7 ເທົ່າຕໍ່ຫົວຄົນ, ປີ 2000 ລາຍຮັບຕໍ່ຫົວ
ຄົນໄດ້ 219 ໂດ ລາຕໍ່ປີ ມາປີ 2017 ລາຍຮັບ ຕໍ່ຫົວຄົນໄດ້ 1.871 ໂດລາຕໍ່ ປີ, ຫຼວງພະບາງ ໄດ້ຮັບເປັນ ເມືອງຍອດນິຍົມແຫ່ງການ ທ່ອງທ່ຽວເປັນເວລາ 8 ປີ ຕະ ຫຼອດໄລຍະການຈັດຕັ້ງປະຕິ ບັດແນວທາງ
ປ່ຽນແປງໃໝ່ ຂອງພັກ ຊີວິດການເປັນຢູ່ຂອງ ປະຊາຊົນຢູ່ໃນຕົວເມືອງ ແລະ ຊົນນະບົດ ທຽບໃສ່ເມື່ອກ່ອນ ແມ່ນດີກວ່າເກົ່າ ຊຶ່ງສະແດງ ເຖິງລາຍຮັບສະເລ່ຍໃສ່ຫົວ ຄົນ, ເຮືອນຊານບ້ານຊ່ອງ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ພາຫະນະເຫັນວ່າເພີ່ມຂຶ້ນຫຼາຍ ບ້ານ ແລະ ຄອບຄົວທຸກຍາກ ກໍຫຼຸຸດລົງ, ບ້ານ ແລະ ຄອບຄົວ ພັດທະນາກໍເພີ່ມຂຶ້ນ.

 ປັດຈຸບັນ ຄອບຄົວທຸກຍາກເຫຼືອພຽງ 4.197 ຄອບຄົວເທົ່າກັບ 53,39% ຕາມມະຕິກອງປະ ຊຸມໃຫຍ່ ຄັ້ງທີ 7 ຂອງແຂວງ ແຕ່ນີ້ຮອດປີ 2020 ໃຫ້ຍັງເຫຼືອ 2%, ເມືອງທຸກຍາກມີ 4 ເມືອງ, ຄອບຄົວພັດທະນາກວມ 63,8% ທຽບໃສ່ປີ 2000 ເພີ່ມ ຂຶ້ນ, ການຊົມໃຊ້ໄຟຟ້າກວມ 87,6% ມີເສັ້ນທາງເຂົ້າເຖິງ ບ້ານ 90% ສະພາບການລົງ ທຶນຂອງແຂວງແມ່ນໄດ້ເນັ້ນ ໂຄສະນາ ແລະ ດຶງດູດຈາກ ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດເຊັ່ນ: ການ ທ່ອງທ່ຽວ, ການກໍ່ສ້າງເຮືອນ ພັກ-ໂຮງແຮມ, ຣີສອດ, ແຫຼ່ງ ທ່ອງທ່ຽວຕ່າງໆ ແລະ ເຂື່ອນ ໄຟຟ້າ ທິດທາງລວມການພັດ ທະນາແຂວງໃນອະນາຄົດ ມະ ຕິກອງປະຊຸມໃຫຍ່ ຄັ້ງທີ 7 ໄດ້ ມີການກຳນົດໂດຍ 7 ຍຸດທະ ສາດຄື:
 1. ສຸມໃສ່ອຸດສາຫະ ກຳການທ່ອງທ່ຽວໃຫ້ເປັນໃຈ ກາງຢູ່ໃນບັນດາແຂວງພາກ ເໜືອເຊື່ອມຕໍ່ບັນດາປະເທດ ອະນຸພາກພື້ນ, ປົກປັກຮັກສາ ຄຸນຄ່າມໍລະດົກໃຫ້ຍືນຍົງ,
2. ພັດທະນາຫຼວງພະບາງໃຫ້ ກາຍເປັນສີຂຽວ ສົ່ງເສີມພູມ ປັນຍາໃນການຜະລິດກະສິກຳ ແບບຍືນຍົງ ເພື່ອຮັບປະກັນ ສະບຽງອາຫານໃຫ້ມີຄວາມ ໝັ້ນຄົງປອດສານພິດຕິດພັນ ກັບການປຸງແຕ່ງສົ່ງເສີມກາຍ ເປັນສິນຄ້າສົ່ງອອກ,

3. ພັດ ທະນາຫຼວງພະບາງ ໃຫ້ກາຍ ເປັນແຫຼ່ງໄຟຟ້ານ້ຳຕົກ ເພື່ອ ຫັນເປັນອຸດສາຫະກຳ ແລະ ທັນສະໄໝ ນຳໃຊ້ຊັບພະຍາ ກອນທຳມະຊາດທີ່ຈຳກັດໃຫ້ ມີຜົນປະໂຫຍດສູງສຸດ,
4. ສ້າງແຂວງຫຼວງພະບາງໃຫ້ ເຂັ້ມແຂງທາງດ້ານບໍລິການ ຂົນສົ່ງການຄ້າການລົງທຶນ ສະ ຖາບັນການເງິນຢູ່ບັນດາແຂວງ ພາກເໜືອເຊື່ອມຕໍ່ບັນດາອະ ນຸພາກພື້ນ,
 5. ສ້າງຫຼວງພະ ບາງໃຫ້ມີສະຖຽນລະພາບທາງ ດ້ານການເມືອງຢ່າງໜັກແໜ້ນ ຄຸ້ມຄອງລັດ ຄຸ້ມຄອງສັງຄົມ ຕາມລະບຽບກົດໝາຍ ເພື່ອ ເຮັດໃຫ້ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍ ມີຄວາມສະ ຫງົບ,
 6. ປະຕິບັດແນວທາງ ການຕ່າງປະເທດໃຫ້ເຊື່ອມ ໂຍງ ໂດຍສະເພາະການຮ່ວມ ມືກັບປະເທດເພື່ອນມິດທີ່ມີ ຊາຍແດນຕິດຈອດກັບຫຼວງ ພະບາງ ແລະ ບັນດາອົງການ ຈັດຕັ້ງສາກົນຕ່າງໆ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.