LU03

ນໍາລວດດຽວຈົບ! ສົມສະຫນຸກຟາມ ຄວ້າແຊ້ມ ການແຂ່ງຂັນ ຟຸດຊໍ ລີກ ປະຈຳປີ 2017


   ສົມສະຫນຸກຟາມ ເອຟຊີ ສ້າງຜົນງານໄດ້ຢ່າງໂດດດ່ຽວ ແລະ ນໍາລວດດຽວຈົບ ກ່ອນຄວ້າແຊ້ມ ການແຂ່ງຂັນ ຟຸດຊໍ ລີກ ປະຈຳປີ 2017 ລົງສະຫນາມນັດສຸດທ້າຍ ເອົາຊະນະ ສູນກິລາສະເຕດ້ຽມ ເອຟຊີ 13-7.

   ການແຂ່ງຂັນເລີ່ມມາຕັ້ງແຕ່ວັນທີ 18 ພະຈິກ ຜ່ານມາ ຈົນເຖິງໃນຕອນແລງວັນເສົາ 6 ມັງກອນ 2017 ໄດ້ມີພິທີປິດ ການແຂ່ງຂັນ ຟຸດຊໍ ລີກ ປະຈຳປີ 2017 ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ຄຳໄພ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ຄຳໃສ ແສງມະນີພອນ ປະທານຈັດການແຂ່ງຂັນ ຟຸດຊໍ ລີກ, ມີບັນດາພະນັກງານວິຊາການທີ່ກ່ຽວຂ້ອງ, ຄະນະນຳແຕ່ລະສະໂມສອນ, ຄູເຝິກ ແລະ ນັກກິລາເຂົ້າຮ່ວມ.

   ໂດຍນັດສົ່ງທ້າຍ ເປັນການພົບກັນລະຫວ່າງ ສົມສະຫນຸກຟາມ ເອຟຊີ ພົບກັບ ສູນກິລາສະເຕດ້ຽມ ເອຟຊີ ຜ່ານການແຂ່ງຂັນຜົນປາກົດວ່າ: ສົມສະຫນຸກຟາມ ເອຟຊີ ເອົາຊະນະ ສູນກິລາສະເຕດ້ຽມ ເອຟຊີ 13-7 ສົ່ງຜົນໃຫ້ ສົມສະຫນຸກຟາມ ເອຟຊີ ຄວ້າແຊ້ມໄປຄອງ ຫລັງຈາກລົງສະຫນາມ 9 ນັດ ຊະນະ 9 ນັດ ມີ 27 ຄະແນນ.

   ສ່ວນອັນດັບ 2 ເປັນຂອງ ນະຄອນຫລວງ ຢູໄນເຕັດ ລົງສະຫນາມ 9 ນັດ ມີ 24 ຄະແນນ, ທີ 3 ເອັສ ທີ ທີ ເອຟຊີ ລົງສະຫນາມ 9 ນັດ ມີ 21 ຄະແນນ, ທີ 4 ສູນກິລາສະເຕດ້ຽມ ເອຟຊີ ມີ 18 ຄະແນນ, ທີ 5 ມະຫາວິທະຍາໄລວິທະຍາສາດສຸຂະພາບ ລົງສະຫນາມ 9 ນັດ ມີ 13 ຄະແນນ ແລະ ທີ 6 ກຣີນໄລເດີ້ ເອຟຊີ ລົງສະຫນາມ 9 ນັດ ມີ 12 ຄະແນນ.

   ດ້ານອັນດັບທີ 7 ດີເຄ ເອຟຊີ ລົງສະຫນາມ 9 ນັດ ມີ 10 ຄະແນນ, ທີ 8 ບຸນເກີດສຶກສາ ເອຟຊີ ລົງສະຫນາມ 9 ນັດ ມີ 6 ຄະແນນ, ທີ 9 ເອຟຊີ ລັກກີ້ ລົງສະຫນາມ 9 ນັດ ມີ 3 ຄະແນນ ແລະ ທີ 10 ວິທະຍາໄລລາວທ໋ອບ ລົງສະຫນາມ 9 ນັດ ບໍ່ມີຈັກຄະແນນ.

   ສໍາລັບ ອັນດັບ 1 ສົມສະຫນຸກຟາມ ເອຟຊີ ໄດ້ຮັບຂັນ ແລະ ເງິນ 8.000.000 ກີບ, ອັນດັບ 2 ນະຄອນຫລວງ ຢູໄນເຕັດໄດ້ເງິນ 5.000.000 ກີບ ແລະ ອັນດັບ 3 ເອັສ ທີ ທີ ເອຟຊີ ໄດ້ຮັບເງິນ 3.000.000 ກີບ, ສ່ວນລາງວັນທີມມາລະຍາດດີເດັ່ນຕົກເປັນຂອງ ທີມ ມະຫາວິທະຍາໄລວິທະຍາດສຸຂະພາບ ໄດ້ຮັບຂັນ ແລະ ເງິນ 1.000.000 ກີບ ແລະ ນັກເຕະຍິງປະຕູສູງສຸດຕົກເປັນຂອງ ທ້າວ ໂຕນ້າ ບຸນມະໄລ ຈາກ ທີມ ເອັສ ທີ ທີ ເອຟຊີ ຍິງໄດ້ 54 ປະຕູ ໄດ້ຮັບຂັນ ແລະ ເງິິນ 500.000 ກີບ.

ຂອບໃຂຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.