LU03

ເມືອງທອງ ຖະຫຼົ່ມ ຊານນາ 4-0 ຄວ້າແຊັມ ແມ່ຂອງ ຄລັບ ແຊັມປ້ຽນຊິບ 2017


   ເອັສຊີຈີ ເມືອງທອງ ຢູໄນເຕັດ ທີມຈາກໄທ ຄວ້າແຊັມ ແມ່ຂອງ ຄລັບ ແຊັມປ້ຽນຊິບ 2017 ໄປຢ່າງສະບາຍ ຫຼັງເປີດບ້ານຖະຫຼົ່ມ ຊານນາ ກັນຫົວ ທີມຈາກຫວຽດນາມ 4-0 ໃນນັດທີ 2 ເມື່ອວັນທີ 6 ມັງກອນ ທີ່ຜ່ານມາ ລວມ 2 ນັດ ເມືອງທອງ ຊະນະ 7-1.

   ສະຫຼຸບອັນດັບລາຍການນີ້ ເມືອງທອງ ຢູໄນເຕັດ ຄວ້າຂັນແຊັມ ພ້ອມດ້ວຍເງິນລາງວັນ 75 ພັນໂດລາ, ສ່ວນ ຊັນນາ ຄວ້າລາງວັນ 50 ພັນໂດລາ, ອັນດັບ 3 ຕົກເປັນຂອງ ລາວໂຕໂຢຕ້າ ເອັຟຊີ ຮັບເງິນລາງວັນ 30 ພັນໂດລາ ແລະ ອັນດັບ 4 ເປັນ ບຶກເກັດ ອັງກໍ ທີມຈາກກໍາປູເຈຍ ຄວ້າເງິນລາງວັນ 10 ພັນໂດລາ.

   ສ່ວນລາງວັນຜູ້ຫຼິ້ນດີເດັ່ນເປັນຂອງ ຢູສຊຸບ ຕູເຣ ກອງໜ້າທີ່ຍິງໄປ 7 ປະຕູຈາກ ຊານນາ ຮັບເງິນລາງວັນ 3 ພັນໂດລາ ແລະ ຜູ້ຫຼິ້ນດີເດັນ ໃນແຕ່ໃນນັດນີ້ເປັນຂອງ ທີລະສິນ ແດງດາ ທີ່ຍິງປະໄປ 1 ປະຕູຮັບເງິນ 1 ພັນໂດລາ




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.