LU02

ຢາດີໃກ້ຕົວແທ້ໆແຕ່ບໍ່ຮູ້ໃຊ້ ຫອມແດງກັບນ້ຳເຜິ່ງປົວໄອຫາຍທັນທີ




ຫາກໍ່ຮູ້ວ່າມີຂອງດີຢູ່ໃກ້ຕົວ ແຕ່ບໍ່ຮູ້ໃຊ້ແອັດມິນໂປ່ງຈິ່ງຢາກໃຫ້ທ່ານຜູ້ອ່ານໄດ້ປະໂຫຍດຈາກຢາດີໃນຫ້ອງຄົວຊະນິດນີ້ ກໍ່ຄືຫົວຫອມບົ່ວແດງກັບນ້ຳເຜິ້ງ ໃຜຈະຮູ້ວ່າສາມາດເຮັດໃຫ້ອາການໄອຫາຍໄດ້ທັນທີທ່ີໃຊ້ ແຖມເປັນວິທີທຳມະຊາດທີ່ບໍ່ມີສານເຄມີປົນຢູ່ນຳ, ບໍ່ມີສານຕົກຄ້າງອີກຕ່າງຫາກ.



ສ່ວນປະສົມຂອງຢາບໍ່ມີຫຍັງຫຼາຍ ມີພຽງນ້ຳເຜິ້ງບໍລິສຸດ 2-3 ບ່ວງກາເຟ ພ້ອມຫອມບົ່ວແດງ 1 ຫົວ ກໍ່ສາມາດຊ່ວຍໃຫ້ທ່ານໄດ້ຢຸດເຊົາຈາກການທໍລະມານຈາກອາການໄອທີ່ລຳບາກໃຈໄດ້ແລ້ວ.


ວິທີການໃຫ້ປະຕິບັດດັ່ງລຸ່ມນີ້: 1. ໃຊ້ມີດຄົມໆປອກເປືອກຫົວຫອມແດງອອກ ແລະຕັດລົງມາບໍ່ຕ້ອງຈຳ ຈາກນັ້ນນຳໄປປະໄວ້ໃນຖ້ວຍກົ້ນເລິກ ແລ້ວຖອກນ້ຳເຜິ່ງໂຮຍໃຫ້ທົ່ວຫົວຫອມ.

2. ຫຼັງຈາກເອົານ້ຳເຜິ້ງໄປໂຮຍໃສ່ແລ້ວໃຫ້ປະໄວ້ຄ້າງຄືນ ຕື່ນເຊົ້າມາໃຫ້ໃຊ້ຜ້າກັ່ນຕອງ ແລ້ວນຳເອົາໄປເກັບໄວ້ຄືນໜື່ງຈາກນັ້ນນຳມາດື່ມໄດ້ເລີຍ ທ່ານຈະສັງເກດໄດ້ສາມາດຫາຍໃຈສະດວກ, ອາການໄອຈະຫາຍໄປໃນທີ່ສຸດ.




ໃນຫອມບົວແດງນັ້ນມີສັບພະຄຸນທາງຢາຫຼວງຫຼາຍ ອຸດົມໄປດ້ວຍວິຕາມິນ ແລະຄຸນຄ່າທາງອາຫານ ແຖມຍັງເພີ່ມອຸນຫະພຸມໃນຮ່າງກາຍ, ບຳລຸງສະໝອງ ຊ່ວຍໃຫ້ລະບົບການຂັບຖ່າຍເຮັດວຽກໄດ້ດີ ທີ່ສຳຄັນມີສານຕ້ານອະນຸມູນອິດສະຫຼະ ຊ່ວຍຮັກສາລະດັບນ້ຳຕານໃນເລືອດໃຫ້ຢູ່ໃນເກນປົກກະຕິ.



ຫອມບົ່ວແດງຍັງເປັນຢາດີຫວັດຊະນິດໜຶ່ງທີ່ໃຫ້ຜົນໃນທາງໜ້າພໍໃຈສົມຄວນ ພຽງແຕ່ປອກເປືອກຂອງຫົວຫອມ ແລະທຸບໃຫ້ພໍດີແຕກ ຈາກນັ້ນເອົາຜ້າບາງໆຫໍ່ໄວ້ເອົາມາວາງໃສ່ບ່ອນນອນເບື້ອງວາງໝອນ ກິ່ນຂອງຫົວຫອມຈະຊ່ວຍເຮັດໃຫ້ຫາຍໃຈໂລ່ງໄດ້ ນອກນີ້ຍັງຊ່ວຍບັນເທົາອາການທ້ອງອຶດ, ແໜ້ນທ້ອງ ການແກ້ທ້ອງຜູກນັ້ນໃຫ້ທ່ານນຳເອົາຫອມແດງມາຊອຍເປັນປ່ຽງບາງໆ ແລ້ວຕົ້ມເອົານຳມາດື່ມເທົ່ານີ້ກໍ່ໄດ້ຜົນແລ້ວ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.