LU03

ດ່ວນ! ລິເວີພູລ ຢືນຢັນປ່ອຍ ຄູຕິນໂຢ ໃຫ້ກັບ ບາເຊໂລນາ 160 ລ້ານເອີໂຣ


   ລິເວີພູລ ປະກາດປ່ອຍຕົວ ຟິລິບເປ ຄູຕິນໂຢ ນັກເຕະຄົນສໍາຄັນຊາວບຣາຊິນ ໃຫ້ກັບ ບາເຊໂລນາ ເປັນທີ່ຮຽບຮ້ອຍແລ້ວ ຄາດຄ່າຈ້າງຢູ່ທີ 160 ລ້ານເອີໂຣ ແບ່ງເປັນ ຄ່າຈ້າງຄົງທີ່ 120 ລ້ານເອີໂຣ ບວກກັບໂບນັສອີກ 40 ລ້ານເອີໂຣ.

   ຈາກຂ່າວຫຼ້າສຸດ ລິເວີພູລ ໄດ້ຖະແຫຼງການປ່ອຍຕົວ ຄູຕິນໂຢ ໃຫ້ກັບ ບາເຊໂລນາ ທີມໃນລາລີກາ ສະເປນ ຮຽບຮ້ອຍແລ້ວ ໂດຍເຫຼືອພຽງການກວດຮ່າງກາຍ ແລະ ຕົກລົງເງື່ອນໄຂສ່ວນຕົວເທົ່ານັ້ນ. ນອກຈາກນີ້ ບາເຊໂລນາ ຍັງປ່ອຍຄລິບວີດີໂອສັ້ນ ເພື່ອຕ້ອນຮັບການມາຮ່ວມທີມຂອງນັກເຕະຄົນດັ່ງກ່າວ.

   ກອງກາງອາຍຸ 25 ປີຄົນດັ່ງກ່າວ ລິເວີພູລ ດຶງຕົວຈາກ ອິນເຕີ ມິລານ ໃນລາຄາພຽງ 8.5 ລ້ານປອນ, ເຊິ່ງຖ້າລາຊື້-ຂາຍຄັ້ງນີ້ຈົບທີ 160 ລ້ານເອີໂຣ ກໍ່ຈະເຮັດໃຫ້ລາວກາຍເປັນນັກເຕະທີ່ຄ່າຕົວແພງທີ່ສຸດອັນດັບ 3 ຂອງໂລກ ຮອງຈາກ ເນມາ 222 ລ້ານເອີໂຣ ແລະ ຄີລີຢັນ ເອັມບັບເປ 180 ລ້ານເອີໂຣ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.