ສາທາລະນະສຸກ

ເດືອນຕຸລາປີນີ້! ໂຮງໝໍມະໂຫສົດຫຼັງໃໝ່ ຈິ່ງຈະໄດ້ລົງມືກໍ່ສ້າງ


ໂຮງໝໍມະໂຫສົດຫຼັງໃຫມ່ ໄດ້ຮັບການວາງສີລາລືກກໍ່ສ້າງຢ່າງເປັນທາງການເມື່ອວັນທີ14 ພະຈິກ2017 ໂດຍທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງສປປລາວ ແລະ  ທ່ານ  ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ພ້ອມດ້ວຍການນຳຂັ້ນສູງຂອງສອງປະເທດເຂົ້າຮ່ວມ. ຫລັງຈາກນັ້ນສັງຄົມກໍຄອງຄອຍວ່າຕົກລົງການລົງມືກໍ່ສ້າງແທ້ຈະເລີມຂຶ້ນເມື່ອໃດ.

  ອີງຕາມການລາຍງານຂອງຫນັງສືພີມ ເສດຖະກິດ ການຄ້າ ເມື່ອບໍ່ດົນມານີ້ຕາມການໃຫ້ສຳພາດຂອງທ່ານ
ທ່ານໝໍ ພິສິດ ພຸດສະຫວັດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ໃຫ້ຮູ້ວ່າ: ໂຄງການຊ່ວຍເຫຼືອລ້າໂຮງໝໍມະໂຫສົດຫຼັງໃຫມ່ ຈະລົງມືກໍ່ສ້າງແທ້ໃນເດືອນ ຕຸລາ 2018  ຈາກເບື້ອງຕົ້ນຈະເລີ່ມກໍ່ສ້າງໃນເດືອນ ມິຖຸນາ ແຕ່ດ້ວຍສະພາບອາກາດໃນບ້ານເຮົາທີ່ເປັນຍາມຝົນຈຶ່ງມີຄວາມຫຍຸ້ງຍາກ, ດັ່ງນັ້ນ ໃນເດືອນ ມິຖຸນາ ຫາ ກັນຍາ ຈຶ່ງເປັນການກະກຽມສະຖານທີ່ໃຫ້ມີຄວາມພ້ອມກໍ່ສ້າງ  ໂດຍໃຊ້ເນື້ອທີ່ໃນການກໍ່ສ້າງທັງໝົດ 31 ພັນຕາແມັດ  ໃຫ້ສາມາດຮອງຮັບຄົນເຈັບໄດ້ທັງໝົດ 600 ຕຽງ ພ້ອມກັບເຄື່ອງມືອຸປະກອນຮັບໃຊ້ການທາງແພດທີ່ທັນສະໄໝຄົບຊຸດ.


ແນວໃດກໍຕາມຮູບແບບຂອງໂຮງໝໍກໍຍັງມີການດັດແກ້ຮູບແບບອີກຫຼາຍຢ່າງ ເຊິ່ງມີທັງໝົດ 4 ອາຄານ (ອາຄານ 4 ຊັ້ນ 2 ຫຼັງ, ອາຄານ 5 ຊັ້ນ 1 ຫຼັງ, ອາຄານ 8 ຊັ້ນ 1 ຫຼັງ ແລະ ມີຫ້ອງປະຊຸມໃຫຍ່ຂ້າງອາຄານ 8 ຊັ້ນ 1 ຫຼັງ ສາມາດບັນຈຸໄດ້ 400 ຄົນ) ແລະ ມີທາງເຂົ້າອອກທັງໝົດ 4 ທິດໂດຍຈະມີວົງວຽນໃຫຍ່ຂັ້ນກາງ.
ນອກຈາກນີ້, ຍັງມີຊັ້ນດາດຟ້າທີ່ສາມາດຮອງຮັບຍົນເຮລີຄອບແຕເພື່ອໃຫ້ສາມາດຮັບຄົນເຈັບທາງຍົນໄດ້. ພ້ອມດ້ວຍຊັ້ນໃຕ້ດິນທີ່ເປັນຫ້ອງເກັບອຸປະກອນການຢາຕ່າງໆ, ຫ້ອງແຕ່ງກິນ, ຫ້ອງເຢັນ, ສະຖານທີ່ປະກອບພິທີກຳ ແລະ ສະຖານທີ່ຈອດລົດໃຫຍ່ໃຕ້ດິນສາມາດຮັບໄດ້ 200 ຄັນ. ສ່ວນພາຍນອກອາຄານສາມາດຮັບໄດ້ 200 ຄັນ.  ເມື່ອເລີ່ມກໍ່ສ້າງອາຄານໃໝ່, ອາຄານເກົ່າທີ່ບໍ່ຢູ່ໃນເຂດເນື້ອທີ່ກໍ່ສ້າງແມ່ນຍັງເປີດໃຫ້ບໍລິການເປັນປົກກະຕິ.

ບໍລິສັດຮັບເໝົາກໍ່ສ້າງແມ່ນມາຈາກຈີນເຊິ່ງບໍລິສັດນີ້ມີປະສົບການໃນການສ້າງໂຮງໝໍໃນປະເທດຈີນກວ່າ 400 ແຫ່ງ ແລະ ທາງບໍລິສັດກໍ່ໄດ້ພາທີມງານຝ່າຍລາວເຂົ້າໄປເບິ່ງໂຮງໝໍທີ່ກໍ່ສ້າງສຳເລັດຫຼາຍແຫ່ງ. ສ່ວນເລື່ອງຂອດການບໍລິການ ແລະ ບຸກຄະລາກອນທາງໂຮງໝໍແມ່ນໄດ້ກຽມພ້ອມປັບປຸງໂຄງຮ່າງການຈັດຕັ້ງ, ກຳນົດພາລະບົດບາດ, ກຳນົດໜ້າທີ່, ກຳນົດຄວາມຮັບຜິດຊອບ, ກຳນົດໜ້າວຽກ, ກຳນົດການບໍລິການຕ່າງໆ ຫຼັງຈາກອາຄານໃໝ່ສຳເລັດແມ່ນສາມາດຍ້າຍເຂົ້າໄປ ແລະ ສາມາດຮັບໃຊ້ປະຊາຊົນໄດ້ທັນທີ່ໂດຍບໍ່ລໍຖ້າໃຫ້ອາຄານໃໝ່ສຳເລັດຈຶ່ງລົງມືປະຕິບັດ. ຄາດວ່າໂຮງໝໍມະໂຫສົດຫຼັງໃຫມ່ຈະສຳເລັດ ແລະ ສາມາດຮັບໃຊ້ໄດ້ຢ່າງສົມບູນໃນປີ 2020 ນອກນີ້, ຍັງມີແຜນພັດທະນາຫຼັງປີ 2023 ຍົກຂຶ້ນເປັນ 1,000 ຕຽງ.

ຮອງຜູ້ອຳນວຍການໂຮງໝໍມະໂຫສົດໄດ້ທັດສະນະຄວາມຄິດເຫັນເພີ່ມວ່າ: ໂຮງໝໍມະໂຫສົດຖືເປັນໂຮງໝໍປະຫວັດສາດ, ເປັນໂຮງໝໍສິດສອນ, ຄົ້ນຄວ້າໂດຍໄດ້ຮັບການຮ່ວມມືທັງພາຍໃນ ແລະ ຕ່າງປະເທດໃຫ້ມີການບໍລິການທີ່ໄດ້ມາດຕະຖານພ້ອມລົງມືຊ່ວຍໂຮງໝໍຂັ້ນລຸ່ມ. ໂດຍຈະສືບຕໍ່ສ້າງໃຫ້ເປັນໂຮງໝໍຕົ້ນແບບເຊິ່ງທາງກະຊວງສາທາລະນະສຸກໄດ້ເລັ່ງໃຫ້ປັບປຸງຄຸນນະພາບການບໍລິການປິ່ນປົວສຸຂະ ພາບຂອງປະຊາຊົນໃຫ້ດີກວ່າເກົ່າ ບົນພື້ນຖານນະໂຍບາຍຮັບຮອງຄຸນນະພາບ 5 ດີ 1 ພໍໃຈ ເປັນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຄື:
1ການຕ້ອນຮັບດີ,
2 ຄວາມສະອາດດີ,
3 ຄວາມສະດວກດີ,
4ການບົ່ງມະຕິພະຍາດຊັດເຈນດີ,
 5 ປິ່ນປົວປະຕິບັດເຕັກນິກການແພດໃຫ້ຖືກຕ້ອງ ແລະ ຄົນເຈັບດີໄວ


ສ່ວນ 1 ພໍໃຈ ແມ່ນເຮັດໃຫ້ຄົນເຈັບ ແລະ ພີ່ນ້ອງຄົນເຈັບ ຫຼື ປະຊາຊົນເພິ່ງພໍໃຈໃຫ້ປະກົດຜົນເປັນຈິງ.
ສະນັ້ນ, ທາງໂຮງໝໍແມ່ນຈະມີການປັບປຸງເພື່ອໃຫ້ປະຊາຊົນຄົນເຈັບເຂົ້າມາປິ່ນປົວເກີດຄວາມພໍໃຈໃຫ້ໄດ້ໃນຕົ້ນປີ 2018 ເປັນຕົ້ນໄປ ແລະ ຈະເປີດໃຫ້ບໍລິການ 24 ຊົ່ວໂມງໂດຍບໍ່ມີການລໍຖ້າກວດຕອນເຊົ້າ ຫຼື ກວດຕອນແລງ ຄົນເຈັບເຂົ້າມາເວລາໃດກໍ່ຕ້ອງພ້ອມບໍລິການໃຫ້ເປັນໃບໜ້າອັນໃໝ່ສົມກັບທີ່ປະຊາຊົນໄວ້ໃຈ.



ແຫລ່ງທີ່ມາຈາກຫນັງສືພິມ ເສດຖະກິດ ການຄ້າ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.