LU02

ສິ່ງມີຄ່າທີ່ວັດກາງ ໃນເມືອງວຽງຈັນເກົ່າຢາກໃຫ້ທ່ານໄດ້ຮູ້




ຊາວພຸດເຮົາມີຈິດສັດທາໃນພະພຸດທະສາສະໜາມາຊ້ານານ ຢູ່ໃສມີວັດວາອາຮາມກໍ່ຄືເປັນບ່ອນນັ້ນເປັນທີ່ເພິ່ງທາງໃຈເປັນບ່ອນສັກກາລະບູຊາ ແລະຍັງເປັນສະຖານທີ່ຂອງການສຶກສາຮ່ຳຮຽນອີກດ້ວຍ, ວັດກາງກໍ່ແມ່ນສະຖານທີ່ແຫ່ງໜຶ່ງທີ່ພວກເຮົາເຄີຍໄດ້ຍິນຊື່ສຽງຮຽງນາມໃນປະຫວັດສາດ ມື້ນີ້ພວກເຮົາລາວອັບເດດຈິ່ງນຳເອົາສິ່ງມີຄ່າທີ່ເປັນຊັບສົມບັດຂອງວັດກາງ ເມືອງວຽງຈັນທນ໌ໃນເມື່ອກ່ອນມາບອກສູ່ທ່ານຜູ້ອ່ານໄດ້ຮັບຮູ້.



 ວັດກາງ ເປັນວັດຫລວງ ເປັນວັດໃຈກາງເມືອງວຽງຈັນທນ໌ ເປັນວັດຂອງພຣະສັງຄະຣາຊ ໃນສະໄຫມຂອງເຈົ້າສຸຣິຍະວົງສາ ທັມມິກກະຣາຊ ເຊິ່ງເປັນວັດໃຫຍ່ ທີ່ຈະເຣິນຮຸ່ງເຮືອງ ໃນສະໄຫມນັ້ນ ມີບັນດາພຣະສົງ ເຂົ້າມາຮ່ຳຮຽນ ທາງພຸທທະສາສະໜາ ຈາກ ຊຽງຮຸ່ງ ລ້ານນາ ອະຍຸດທະຍາ ຂະເໜນ ... ເປັນຍຸກທີ່ພຣະພຸທທະສາສະໜາໃນລ້ານຊ້າງ ຈະເຣິນຮຸ່ງເຮືອງທີ່ສຸດ ພຣະພຸທທະສາສະໜາຈະເຣິນຮຸ່ງເຮືອງຫລາຍໃນໄລຍະນີ້ ວິທະຍາການຕ່າງໆ ກໍ່ເກີດຂຶ້ນໃນສະໄຫມນີ້ ວັດກາງ ຈຶ່ງເປັນວັດທີ່ເປັນສູນກາງຂອງພຣະພຸທທະສາສະໜາໃນດິນແດນລ້ານຊ້າງ ຫລືວ່າເປັນສູນກາງຂອງສຸວັນນະພູມ ກໍ່ວ່າໄດ້ ໃນໄລຍະນັ້ນ.



 ວັດແຫ່ງນີ້ຖືກທຳລາຍຈາກສົງຄາມສະຫຍາມ ຈົນກາຍເປັນວັດຮ້າງ ເມື່ອຝຣັ່ງເສດ ເຂົ້າມາປົກຄອງລາວເມື່ອປີ ຄສ 1893 ວັດແຫ່ງນີ້ກໍ່ຍັງພໍເຫັນຊາກຫັກພັງຢູ່ ເຊັ່ນ : ສິມ ແລະຖືກບັນທຶກຮູບໄວ້ ໃນປີ ຄສ 1905 ຈາກທີ່ເປັນວັດຮ້າງດັ່ງກ່າວ ຝຣັ່ງເສດຈຶ່ງໄດ້ມີການດຳເນີນການມ້າງເພື່ອສ້າງເປັນ ອະນຸສອນສະຖານຂອງຜູ້ປົກຄອງລາວໃນສະໄຫມນັ້ນ ກໍ່ຄື ໂອກຸດຕ໌ ປາວີ ( Auguste Pavie ) ຈາກນັ້ນເມື່ອລາວເຮົາ ໄດ້ຮັບເອກະຣາຊຈາກຝຣັ່ງເສດແລ້ວ ຈຶ່ງມີການທັບມ້າງອະນຸສອນສະຖານ ໂອກຸດຕ໌ ປາວີ ( Auguste Pavie ) ອອກຈາກນັ້ນຫລາຍປີຕໍ່ມາ ຈຶ່ງໄດ້ມີການກໍ່ສ້າງສະຖານທີ່ດັ່ງກ່າວ ໃຫ້ເປັນໂຮງແຮມອັນດັບຫນຶ່ງຂອງລາວໃນຍຸກນັ້ນ ກໍ່ຄື ໂຮງແຮມລ້ານຊ້າງ.




 ສ່ວນສະຖານທີ່ຫໍພຣະໄຕປິກດົກ ຕຳລາ ຄຳພີຕ່າງໆ ຂອງວັດກາງນັ້ນ ກໍ່ແມ່ນຫໍສະໝຸດແຫ່ງຊາດຫນ້ານ້ຳພຸ ປະຈຸບັນນີ້ກໍ່ມີການຂາຍຫໍສະໝຸດດັ່ງກ່າວແລ້ວ ຍັງບໍ່ຮູ້ວ່າຈະນຳຕຶກແລະດິນຕອນນີ້ໄປເຮັດຫຍັງ ? ແຕ່ດິນຕອນນີ້ ສະໄຫມກ່ອນ ກໍ່ແມ່ນສະຖານທີີ ທີ່ເປັນຄັງປັນຍາຂອງເມືອງລ້ານຊ້າງ ໃນສະໄຫມສຸຣິຍະວົງສາ ທັມມິກກະຣາຊ ນັ້ນກໍ່ຄືກໍພຣະໄຕປິກດົກ ຂອງວັດກາງນັ້ນເອງ.



ເພຈ : Art and Culture of Laos ໄດ້ພະຍາຍາມຮີບໂຮມ ຮູບພາບ ວັດຖຸພັນຕ່າງໆຂອງວັດກາງ ທີ່ມີໃຫ້ເຫັນແລະມີຮູບພາບຢູ່ ເພື່ອສ້າງໄວ້ເປັນຫລັກຖານ ໃຫ້ລູກຫລານລາວໃນປະຈຸບັນນີ້ ແລະພາຍຫນ້າໄດ້ຮູ້ປະຫວັດຄວາມເປັນມາ ຂອງສິ່ງຕ່າງໆ ທີ່ມີຢູ່ ຄື : 1. ຮູບສີ ແມ່ນພຣະພຸທທະຮູບ 3 ອົງ ນີ້ີ່ເຄີຍປະດິດສະຖານຢູ່ທີວັດກາງ ຫລັງຈາກເປັນວັດຮ້າງແລ້ວ ເພິ່ນກໍ່ໄດ້ນຳເອົາພຣະທັງ 3 ອົງນີ້ໄດ້ເກັບໄວ້ວັດສີສະເກດ ຈາກນັ້ນ ເມື່ອມີການສ້າງວັດທົ່ງຕູມ ເມືອງຈັນທະບູລີ ນະຄອນຫລວງວຽງຈັນຂຶ້ນ ທາງເຈົ້າອາວາດໃນສະໄຫນນັ້ນ ຈຶ່ງຂໍອະຣາດທະນານິມົນ ຈາກວັດສີສະເກດ ໃສ່ກວຽນ ນຳມາເປັນພຣະປະທານໄວ້ທີ່ວັດທົ່ງຕູມ ຈົ່ງຮອດທຸກມື້ນີ້ .











 2. ຮູບຂາວດຳ ແມ່ນຮູບທີ່ຖືກບັນທຶກໄວ້ ໂດຍນັກບູຮານຄະດີ ແຫ່ງສຳນັກຝຣັ່ງເສດ ແຫ່ງປາຍບູຣະພາທິດ (EFEO) ໃນສະໄຫມຝຣັ່ງເສດເຂົ້າມາບູຣະນະວຽງຈັນທນ໌ໃຫມ່ໆນັ້ນ ຈະເຫັນຮ່ອງຮອຍຂອງສິມ ເສົາ ອູບມຸງ ແລະອູບ ທີ່ບັນຈຸພຣະບໍຣົມສາຣິຣິກະທາຕຸ ຫລື ພຣະທາຕຸຕ່າງໆ ເຊິ່ງປະຈຸບັນນີ້ ວັດຖຸພັນ ເຫລົ່ານີ້ບໍ່ຮູ້ວ່າ ຢູ່ບ່ອນໃດ ໄປຢູ່ໃສແລ້ວ ມີແຕ່ຮູບໃຫ້ເຫັນດັ່ງທີ່ເອົາລົງນີ້ເທົ່ານັ້ນ . ( ດັ່ງນັ້ນ ໃຜມີຂໍ້ມູນເພິ່ມຕື່ມ ຂອງວັດກາງ ກໍ່ຊ່ວຍກະລຸນາບອກກ່າວດ້ວຍ ຈະໄດ້ບັນທຶກໄວ້ເປັນຂໍ້ມູນເພິ່ມອີກ )











ຂອບໃຈຂໍ້ມູນດີໆຈາກ: Art and Culture of Laos

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.