LU02

ບໍ່ຄຳເຊໂປນ ຢຸດການຜະລິດຄຳກະທົບໜັກຕໍ່ລາຍຮັບສະຫວັນນະເຂດ


ແຂວງສະຫວັນນະເຂດ ຖືເປັນທີ່ຕັ້ງຂອງບໍ່ຄຳ-ທອງເຊໂປນ ຊຶ່ງນັບແຕ່ບໍລິສັດໄດ້ມາຕັ້ງໂຮງງານຜະລິດ ແລະຂຸດຄົ້ນບໍ່ແຮ່ໃນແຂວງດັ່ງກ່າວໄດ້ປະກອບສ່ວນຫຼາຍດ້ານແກ່ສະຫວັນນະເຂດບໍ່ວ່າຈະເປັນການຊ່ວຍເຫຼືອລ້າ, ການເສຍພັນທະອາການ ແລະຊ່ວຍສ້າງວຽກເຮັດງານທຳແກ່ປະຊາຊົນທ້ອງຖິ່ນເປັນຈຳນວນຫຼາຍເຮັດໃຫ້ຊີວິດການເປັນຢູ່ຂອງຊຸມຊົນທ້ອງຖິ່ນນັບມື້ດີຂຶ້ນເຊັ່ນດຽວກັນກັບການພັດທະນາເສດຖະກິດສັງຄົມພາຍໃນແຂວງ.



 ແນວໃດກໍ່ຕາມຊຸມປີຜ່ານມານີ້ບໍ່ຄຳເຊໂປນແມ່ນຢຸດຕິການຜະລິດຄຳຍ້ອນແຮ່ຄຳໄດ້ໝົດຈາກບໍ່ແລ້ວ ຍັງເຫຼືອພຽງການຜະລິດທອງແດງທີ່ສືບຕໍ່ປະຕິບັດຢູ່ໃນຂະນະນີ້ ສະນັ້ນລາຍໄດ້ຂອງບໍລິສັດເອງກໍ່ຫຼຸດລົງ, ການຈ່າຍພາສີອາກອນກໍ່ຫຼຸດລົງໄປຕາມໆກັນ ນັ້ນກສຍເປັນສາເຫດທີ່ເຮັດໃຫ້ແຂວງສະຫວັນນະເຂດເກັບລາຍຮັບບໍ່ໄດ້ຕາມເປົ້າ ສະເພາະປີນີ້ຕາມແຜນທີ່ສະພາປະຊາຊົນຮັບຮອງສະຫວັນນະເຂດຕ້ອງເກັບລາຍຮັບໃຫ້ໄດ້ຈຳນວນ 1.251,2 ຕື້ກີບ, ແຕ່ພາກປະຕິບັດຕົວຈິງເກັບໄດ້ພຽງ 1.212,8 ຕື້ກີບ ເທົ່າກັບ 96,98% ຂອງແຜນການ. ໃນນັ້ນ, ພູດຂອງສູນກາງເກັບໄດ້ລື່ນແຜນການ 7,9% ສ່ວນພູດຂອງແຂວງຫຼຸດແຜນການ 13,8% ທັງນີ້ການຢຸດຜະລິດຄໍາຂອງບໍ່ຄຳເຊໂປນ ກໍ່ມີສ່ວນເຮັດໃຫ້ຜົນເກັບລາຍຮັບຫຼຸດເປົ້າ.



ຕາມການລາຍງານຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາປະຊາ ຊົນແຂວງສະຫວັນນະເຂດໃນທ້າຍເດືອນທັນວາຜ່ານມາໃຫ້ຮູ້ວ່າ: ປີ 2017 ແຂວງສະຫວັນນະເຂດເກັບລາຍຮັບໄດ້ພຽງແຕ່  96,98% ຂອງແຜນການປີທີ່ໄດ້ຮັບມອບໝາຍຈຳນວນ 1.251,2 ຕື້ກີບ. ໃນນັ້ນ ພູດຂອງສູນກາງປະຕິບັດໄດ້ 665 ຕື້ກີບ, ເທົ່າກັບ 107,9% ຂອງແຜນການ 616,06 ຕື້ກີບ, ພູດຂອງແຂວງຄາດຈະເກັບໄດ້ 547,8 ຕື້ກີບ, ເທົ່າກັບ 86,2% ຂອງແຜນການ 635,1 ຕື້ກີບ ໃນເມື່ອທຽບໃສ່ກັບປີທີ່ຜ່ານມາແມ່ນຫຼຸດລົງ 10,5%.



ທ່ານ ສັນຕິພາບ ກ່າວວ່າ: ການທີ່ແຂວງສະຫວັນນະເຂດເກັບລາຍຮັບບໍ່ໄດ້ຕາມແຜນການ ກໍ່ສືບເນື່ອງມາຈາກຫຼາຍສາເຫດອັນສຳຄັນແມ່ນລາຍຮັບຈາກຫົວໜ່ວຍທຸລະກິດການຜະລິດ ໂດຍສະເພາະແມ່ນບໍລິສັດລ້ານຊ້າງມິເນໂຣສ ມີແຕ່ຜະລິດທອງ ແລະ ການຜະລິດຄຳແມ່ນໄດ້ຢຸດຕິໄປຫຼາຍປີແລ້ວ, ສ່ວນການຂຸດຄົ້ນແຮ່ທາດອື່ນໆກໍ່ຫຼຸດຕາມໆກັນໄປ.



ນອກຈາກນັ້ນລາຍຮັບຈາກທຸລະກິດໂຮງແຮມ-ເຮືອນພັກ, ຫ້າງຮ້ານບັນເທີງ, ບໍລິການຂົນສົ່ງໂດຍສານ ແລະ ທຸລະກິດກໍ່ສ້າງເຄຫາສະຖານກໍ່ຫຼຸດລົງຫຼາຍ, ສ່ວນລາຍຮັບຈາກທຸລະກິດໄມ້ ໂດຍສະເພາະແມ່ນລາຍຮັບຈາກການຂາຍໄມ້ຢຶດ ແລະ ລາຍຮັບຄ່າປັບໃໝໄມ້ຜິດກົດໝາຍແມ່ນຍັງບໍ່ສາມາດຈັດເກັບໄດ້ເທື່ອ ແລະ ອີກບັນຫາສືບເນື່ອງມາຫຼາຍປີກໍ່ ແມ່ນລາຍຮັບຈາກການເກັບພາສີທີ່ດິນ ທີ່ເປັນຖານລາຍຮັບສຳຄັນກໍ່ຍັງບໍ່ສາມາດປະຕິບັດໄດ້ຄົບຖ້ວນ ອັນເນື່ອງຈາກວ່າຖານຂໍ້ມູນກ່ຽວກັບທີ່ດິນແມ່ນຍັງບໍ່ຊັດ ເຈນ, ການແບ່ງຄວາມຮັບຜິດຊອບລະຫວ່າງພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມກັບພະແນກການເງິນແຂວງກໍ່ຍັງບໍ່ທັນຈະແຈ້ງຖືກແກ່ຍາວມາຫຼາຍປີ ທ່ານ ສັນຕິພາບ ພົມວິຫານ ກ່າວຕື່ມ.

ແຫຼ່ງຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.