LU02

ມີຄວາມຮູ້ຄູ່ການຖ່າຍທອດ ແງ່ຄິດນັກສຶກສາໃບປະກາດແດງ "ບຸນຕາ ບຸຜາວົງ"




ຊ່ວງນີ້ຮູ້ສຶກສາໃບປະກາດແດງມາແຮງ  ທັງມີຫຼາຍແງ່ທີ່ແຕກຕ່າງກັນຕາມວິທີຂອງໃຜລາວ ບາງຄົນກໍ່ຕັ້ງໃຈເລົ່າຮຽນຕາມຕຳລາການສິດສອນແນະນຳຂອງຄູອາຈານເພື່ອເສີມຄວາມຮູ້ໃຫ້ກັບຕົນເອງ ບາງຄົນກໍ່ຮຽນນອກຕຳລາຕາມໂລກແຫ່ງຄວາມທັນສະໄໝກໍ່ວ່າກັນໄປຕາມຄວາມຖະໜັດຂອງໃຜລາວ ແຕ່ມື້ນີ້ມີຄົນດີໆອີກຄົນໜຶ່ງທີ່ບໍ່ພຽງຮຽນເກ່ງຢ່າງດຽວ ຍັງມີນ້ຳໃຈເອື້ອຍເຟື້ອຢາກແບ່ງປັນຄວາມຮູ້ທີ່ຕົນມີອອກສູ່ສັງູຄົມເທົ່າທີ່ເຮັດໄດ້ນັ້ນກໍ່ຄືລູກຊາຍແດນໃຕ້ ທ້າວ ທ້າວ ບຸນຕາ ບຸຜາວົງ.


ທ້າວ ບຸນຕາ ບຸຜາວົງ ໄດ້ສຳເລັດການສຶກສາປະລິນຍາຕີຈາກມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດທຳມະຊາດ ພາກວິຊາວິທະຍາສາດຄອມພິວເຕີ ສາຂາວິທະຍາສາດຄອມພິວເຕີ ເຊິ່ງເປັນ 1 ໃນ 7 ຄົນທີ່ໄດ້ຮັບໃບປະກາສະນີຍະບັດກຽດນິຍົມຄະແນນສະເລ່ຍ 3.91 ອັນດັບໜຶ່ງຂອງພາກວິຊາດັ່ງກ່າວສົກປີ 2016-2017 ຜ່ານມາ.




ບຸນຕາ ບຸຜາວົງ ໃຫ້ສຳພາດວ່າ: ຕະຫຼອດໄລຍະການຮຽນຂອງຂ້າພະເຈົ້າຕັ້ງແຕ່ປະຖົມຈົນຮອດມັດທະຍົມແມ່ນໄດ້ມີຄວາມເອົາໃຈໃສ່ມາໂດຍຕະຫຼອດ ແລະ ອີງໃສ່ເງື່ອນໄຂຂອງຄອບຄົວທີ່ໃຫ້ການສະໜັບສະໜູນ-ສົ່ງເສີມຢູ່ແລ້ວ ແລະຕົນເອງກໍ່ມີຄວາມມຸ່ງໝັ້ນບໍ່ທໍ້ຖອຍຈິ່ງເຫັນຜົນຕາມມາເລື້ອຍໆ.

ໄລຍະຮຽນມັດທະຍົມຕອນຕົ້ນຢູ່ ມສ. ບ້ານບຸ່ນໃໝ່ ເມືອງປະທຸມພອນ ແຂວງຈຳປາສັກ ເຄີຍໄປເສັງນັກຮຽນເກັ່ງຂັ້ນແຂວງແຕ່ໂຊກບໍ່ດີປານໃດເສັງບໍ່ຕິດລະດັບ. ພໍຈົບ ມ4 ກໍເສັງໄດ້ເສັງເຂົ້າໂຮງຮຽນພອນສະຫວັນມິດຕະພາບຈຳປາສັກ-ເລີ່ມດົງ ເມືອງປາກເຊ ແຂວງຈຳປາສັກ. ໃນໄລຍະນັ້ນກໍຍິ່ງເພີ່ມທະວີຄວາມຕັ້ງໃຈຄົ້ນຄວ້າຮ່ຳຮຽນທີ່ສຸດເພາະໂຮງຮຽນດັ່ງກ່າວແມ່ນມີມາດຕະຖານໃນການຮຽນ-ການສອນທີ່ຂ້ອນຂ້າງແຂງ, ຄູອາຈານແຕ່ລະທ່ານກໍລ້ວນແຕ່ມີຄວາມຮູ້-ຄວາມສາມາດ ແລະ ປະສົບການ ມີເຕັກນິກວິຊາການໃນການຖ່າຍທອດຄວາມຮູ້ໃຫ້ແກ່ນັກຮຽນໄດ້ເປັນຢ່າງດີ.



ຜົນການຮຽນໃນໄລຍະນັ້ນກໍຖືວ່າຢູ່ໃນລະດັບດີ, ທັງໄດ້ເປັນອາສາສະໝັກໃນໂຄງການ “ອ້າຍຊ່ວຍນ້ອງ” ເຊິ່ງເປັນໂຄງການທີ່ໄປຊອກຫານັກຮຽນແຕ່ລະໂຮງຮຽນທີ່ຢູ່ໃນເມືອງປາກເຊ ແຂວງຈຳປາສັກ ທີ່ມີຄວາມສົນໃຈຢາກຮຽນບຳລຸງໃນວິຊາທີ່ຕົນເອງມັກມາບຳລຸງໃນໂຮງຮຽນ. ເຊິ່ງຕອນນັ້ນຂ້າພະເຈົ້າແມ່ນໄດ້ເປັນຜູ້ສອນບຳລຸງໃນວິຊາຟີຊິກສາດ (ສອນແບບສະໝັກໃຈ) ເປັນການບຳລຸງໃຫ້ເພື່ອນນັກຮຽນແບບບໍ່ໄດ້ເສຍເງິນຈ່າຍຄ່າຮຽນເພາະເປັນຄວາມເຕັມໃຈຂອງຕົນເອງ ແລະ ມັນກໍເປັນຄວາມສຸກອີກຢ່າງໜຶ່ງທີ່ໄດ້ແບ່ງປັນຄວາມຮູ້ໃຫ້ຄົນອື່ນໆຈົນໄດ້ເສັງຈົບ ມ.7 ໃນຄະແນນລະດັບຕົ້ນໆຂອງແຂວງຈິ່ງໄດ້ຮັບທຶນການສຶກສາຕໍ່ທີ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ.



ໃນລະຫວ່າງທີ່ເຂົ້າສຶກສາຢູ່ມະຫາວິທະຍາໄລແຫ່ງຊາດປີ 1 ກໍຍັງງົງໆກັບຕົນເອງຢູ່ວ່າ ມາຮຽນຫຍັງສາຍນີ້? ແຕ່ພໍຜ່ານໄປກໍເລີ່ມມີໝູ່ເພື່ອນໃໝ່ຮູ້ຈັກຮັກແພງກໍມີກໍາລັງໃຈສູ້ຕໍ່ ແລະ ສຶກສາໄດ້ ໄລຍະໜຶ່ງກໍເຫັນວ່າໄປໄດ້ດີ ພ້ອມຍັງໄດ້ສອນພິເສດໃຫ້ໝູ່ໃນວັນເສົາ-ວັນອາທີດ. ຕໍ່ມາປີທີ 2 ກໍໄດ້ຮຽນຮູ້ຫຼາຍໆສິ່ງເພີ່ມຂຶ້ນທັງຄວາມຮູ້ວິຊາການ ແລະ ການດຳລົງຊີວິດ ໃນທີ່ສຸດກໍມັກໃນສາຂາວິຊາທີ່ຕົນສຶກສາ.




ບຸນຕາ ບອກອີກວ່າ: ຕະຫຼອດໄລຍະທີ່ໃຊ້ຊີວິດໃນຮົ້ວມະຫາວິທະຍາໄລສິ່ງໜຶ່ງທີ່ຂ້າພະເຈົ້າໄດ້ປະຕິບັດມາຕະຫຼອດນັ້ນກໍຄື: ການແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນອື່ນດ້ວຍຄວາມຈິງເພາະຂ້າພະເຈົ້າເຊື່ອວ່າ: “ຄວາມຮູ້ຈະຢູ່ກັບຄົນເຮົາດົນໄດ້ກໍຕໍ່ເມື່ອເຮົາໄດ້ແບ່ງປັນ ແລະ ໝັ່ນຄົ້ນຄວ້າຢູ່ຕະຫຼອດ”. ການຖ່າຍທອດບົດຮຽນໃຫ້ໝູ່ຄູ່ ແລະ ນັກສຶກສາລຸ້ນນ້ອງ ມັນກໍເປັນຄວາມສຸກຢ່າງບອກບໍ່ຖືກ. ໃນລະຫວ່າງທີ່ສຶກສາຢູ່ຄະນະວິທະຍາສາດມະຊາດກໍໄດ້ຮຽນຮູ້ຫຼາຍໆຢ່າງພ້ອມທັງນຳໃຊ້ຄວາມຮູ້ທີ່ຕົນມີຮັບໃຊ້ສັງຄົມເຊັ່ນ: ການສ້າງແອັບພລີເຄຊັນຜ່ານລະບົບປະຕິບັດການແອນດຣອຍ “Lao Quiz” ເຊິ່ງເປັນແອັບຖາມ-ຕອບຄວາມຮູ້ຮອບຕົວ, ການຂຽນ Blog ແລະ ບົດຄວາມກ່ຽວກັບບົດຮຽນໃນ Blog: www.btbcs.blogspot.com ແລະ ໄດ້ສ້າງໂປຣແກຣມລະບົບຄຸ້ມຄອງບຸກຄະລາກອນໃຫ້ແກ່ຄະນະວິທະຍາສາດທຳມະຊາດ.


ຫຼັງຈົບການສຶກສາ ທ້າວ ບຸນຕາ ກໍສະໝັກເຂົ້າເຮັດວຽກຢູ່ທະນາຄານລາວ-ຫວຽດ ແລະ ຂະນະດຽວກັນລາວເອງກໍກະກຽມທີ່ຈະສຶກສາຕໍ່ປະລິນຍາໂທທີ່ສະຖາບັນເທັກໂນໂລຊີ ສີຣິນທອນ ມະຫາວິທະຍາໄລທຳມະສາດ (ປະເທດໄທ).

ແຫຼ່ງຂ່າວ: ຈາກໜັງສືພິມເສດຖະກິດ-ການຄ້າ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.