ນາຍົກ

ນາຍົກລັດຖະມົນຕີ ຈະເຂົ້າຮ່ວມກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທີ່ກຳປູເຈຍ


ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ ຂອງ​ ສົມ​ເດັດ ອັກຄະມະຫາ​ເສນາບໍດີ ​ເຕ​ໂຈ ຮຸນ​ແຊນ ນາ​ຍົກ​ລັດຖະມົນຕີ ​ແຫ່ງ ຣາຊະ​ອານາຈັກ ກຳປູ​ເຈຍ, ​ໃນ​ວັນ​ທີ 10-11 ມັງກອນ 2018, ​ທ່ານ ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ, ຈະ​ນຳພາ​ຄະນະ​ຜູ້​ແທນ​ລາວ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ້ນຳ​ແມ່ ນ້ຳຂອງ- ​ແມ່​ນ້ຳ​ລ້ານ​ຊ້າງ ຄັ້ງ​ທີ 2, ທີ່​ພະນົມ​ເປັນ ກຳປູ​ເຈຍ ພາຍ​ໃຕ້​ຫົວ​ຂໍ້ “​ແມ່​ນ້ຳ​ແຫ່ງ​ສັນຕິພາບ​ຂອງ​ພວກ​ເຮົາ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ” (our River of peace and SustainabIe DeveIopment).


          ກອງ​ປະຊຸມ​ຜູ້ນຳ​ແມ່​ນ້ຳຂອງ-​ແມ່​ນ້ຳ​ລ້ານ​ຊ້າງ​ຄັ້ງ​ນີ້ ຈະ​ເປັນ​ກາລະ​ໂອກາດ​ ໃຫ້​ແກ່​ຜູ້ນຳ​ປະ​ເທດ​ສະມາຊິກ​ ໄດ້​ຕີ​ລາຄາ ​ແລະ ທົບ​ທວນ​ຮ່ວມ​ກັນ​ຕໍ່​ກັບ ​ຜົນ​ຂອງ​ການຈັດ​ຕັ້ງປະຕິບັດ ​ວຽກ​ງານ​ຕ່າງໆ ຕາມ​ຖະ​ແຫລ​ງການ​ຊັນ​ຢາ ທີ່​ໄດ້​ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ ​ຜູ້ນຳ​ແມ່​ນ້ຳຂອງ-​ແມ່​ນ້ຳ​ລ້ານ​ຊ້າງຄັ້ງ​ທີ 1 (ທີ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ມີນາ 2016 ທີ່​ເມືອງ​ ຊັນ​ຢາ, ​ແຂວງ​ໄຫ​ໝານ, ສປຈີນ) ທີ່​ຜ່ານ​ມາ, ພ້ອມ​ທັງ​ຮ່ວມ​ກັນ​ທົບ​ທວນຄືນ​ຄວາມ​ຄືບ​ໜ້າ ​ແລະ ໝາກຜົນ ຂອງ​ການຈັດ​ຕັ້ງ​ປະຕິບັດ​ ບັນດາ​ແຜນ​ວຽກ ​ແລະ ​ໂຄງການ​ຕ່າງໆ​ ພາຍ​ໃຕ້​ຂອບ​ການ​ຮ່ວມ​ມື​ດັ່ງກ່າວ​ ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ປຶກສາ​ຫາລື ກ່ຽວ​ກັບ​ການ​ວາງ​ທິດ​ທາງ ​ການ​ຮ່ວມ​ມື​ໃນຂອບ​ແມ່​ນ້ຳຂອງ-​ແມ່​ນ້ຳ​ລ້ານ​ຊ້າງ​ໃນ​ຕໍ່ໜ້າ.

            ພິ​ເສດ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້,ຈະ​ມີ​ພິທີມອບ-ຮັບ ຕຳ​ແໜ່​ງປະທານ​ຮ່ວມ​ກັບ ສປ ຈີນ ສຳລັບ​ຂອບ​ການ​ຮ່ວມ​ມື​ແມ່​ນ້ຳຂອງ-​ແມ່​ນ້ຳລ້ານ​ຊ້າງ ລະຫວ່າງ ສປປ ລາວ ​ແລະ ກຳປູ​ເຈຍ, ຊຶ່ງ ສປປ ລາວ​ ຈະ​ໄດ້​ຮັບ​ກຽດ​ເປັນ​ປະທານຮ່ວມ​ກັບ ສປ ຈີນ ສຳລັບ​ສົກ​ປີ 2018-2020 ​ໂດຍ​ອີງ​ຕາມ​ຮອບ​ວຽນ​ຕາມ ​ຊື່​ຕົວ​ອັກສອນ​ພາສາ​ອັງກິດ.


ເນື້ອໃນຈາກຂປລ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.