ສຸຂະພາບ

ປ່ຽນພຶດຕິກຳການໃຊ້ຊິວິດປະຈຳວັນ ກໍ່ຊ່ວຍໃຫ້ສຸຂະພາບແຂງແຮງໄດ້


ທຸກມື້ນີ້ຫລາຍຄົນຢາກມີສຸຂະພາບແຮງແຮງ ແຕ່ບໍ່ປ່ຽນພຶດຕິກຳການດຳລົງຊີວິດ ຫລື ການກິນ ຊໍ້າຮ້າຍສິ່ງດັ່ງກ່າວຍັງເປັນການທຳລາຍສຸຂະພາບຫຼາຍຂຶ້ນ.
ດັ່ງນໜັ້ໃນປີຫໃມ່ແບບນີ້ເຮົາລອງມາທົບທວນຄືນເບິ່ງວ່າໃນຮອບປີຜ່ານມາ ເຮົາເຮັດຫຍັງລົງໄປກັບຮ່າງກາຍອັນນ້ອຍໆຂອງເຮົາແດ່? ໄດ້ຕື່ມພະລັງໃຫ້ແລ້ວບໍ? ຫລືມີແຕ່ທຳລາຍມັນ?
ຄວາມແຂງແຮງທີ່ສົມບູນແບບຄືຕ້ອງແຂງແຮງທັງກາຍ ແລະ ໃຈແຕ່ຈະເຮັດແນວໃດຈຶ່ງຈະມີສຸຂະພາບແຈ່ມໃສທັງພາຍໃນສູ່ພາຍນອກໄດ້ຢ່າງທີ່ເຮົາຕ້ອງການ. ເຊິ່ງການປັບປ່ຽນພຶດຕິກຳການໃຊ້ຊີວິດໃນແຕ່ລະມື້ກໍ່ມີສ່ວນຊ່ວຍໃຫ້ສຸຂະພາບເຮົາແຂງແຮງຂຶ້ນໄດ້ເຊັ່ນກັນ ຈິ່ງຂໍແນະນຳ 8 ວິທິທີ່ຈະຊ່ວຍຕື່ມພະລັງໃຫ້ຊີວິດຂອງທ່ານຫຼາຍຂຶ້ນ.

1.ອອກກໍາລັງກາຍເປັນປະຈໍາ:
ການອອກກໍາລັງກາຍຈະກະຕຸ້ນໃຫ້ຮ່າງກາຍກະຕຸ້ນຮໍໂມລເອັນໂດຟິນ ເຊິ່ງເປັນຮໍໂມລທີ່ເຮັດໃຫ້ອາລົມດີ ແລະ ກະຕຸ່ນການເຜົາຜານອາຫານເຮັດໃຫ້ບໍ່ຕູ້ຍອີກດ້ວຍ.
2.ປຸກສະໝອງດ້ວຍນໍ້າຊາ:
ໃນຕອນເຊົ້າແທນທີ່ຈະດື່ມກາເຟລອງປ່ຽນມາດື່ມນໍ້າຊາແທນ ເພາະມີຄາເຟອິນໜ້ອຍກວ່າກາເຟເຄິ່ງໜຶ່ງ ແລະ ມີແມງການິສທີ່ຊ່ວຍເຮັດໃຫ້ສະໝອງເຮັດວຽກໄດ້ດີມີປະສິດທິພາບຫຼາຍຂຶ້ນນຳ.

3.ເລີ່ມມື້ໃໝ່ດ້ວຍເມັດພືດ:
ເຊິ່ງໄດ້ແກ່ຊີເຣລເມັດພືດຈະໃຫ້ນໍ້າຕານຕໍ່າກັບນົມທີ່ມີໄຂມັນຕໍ່າ ໂດຍກິນໜຶ່ງຖ້ວຍເປັນອາຫານເຊົ້າທີ່ເໝາະກັບທຸກຄົນຮ່າງກາຍຈະໄດ້ຮັບທັງໂປຣຕິນ, ໄຟເບີ້, ທາດແປ້ງ, ວິຕາມິນ ແລະ ແຮ່ທາດຕ່າງໆທີ່ຈໍາເປັນສໍາລັບໜຶ່ງມື້.
4.ກິນປາເປັນປະຈໍາ:
ປາມີໂປຣຕິນສູງ ແລະ ຊ່ວຍກະຕຸ້ນສະໝອງໃຫ້ຕຶ່ນຕົວຢູ່ສະເໝີ, ຊ່ວຍຫຼຸດຄໍເລສເຕີຣອລ, ທີ່ສຳຄັນຄືມີໄຂມັນທີ່ດີຕໍ່ຮ່າງກາຍ.

5.ຢຸດພັກຜ່ອນ:
ລະຫວ່າງການເຮັດວຽກໃນຕອນເວັນຄວນຫາເວລາຈັກ 10 ນາທີ ຢຸດພັກເພື່ອຢືດເສັ້ນຢືດເອັນເພື່ອບໍ່ໃຫ້ຮ່າງກາຍເມື່ອຍເກີນໄປ ແລະ ເຮັດໃຫ້ເລືອດໄຫຼວຽນໄດ້ດີເຊັ່ນ: ລຸກຂຶ້ນມາຢ່າງ ຫຼື ກົ້ມໂຕຂຶ້ນໆລົງໆກັບໂຕະເຮັດວຽກຂອງຕົນເອງ.
6.ກິນອາຫານທະເລ:
ອາຫານທະເລຈະມີວິຕາມິນ B6 ຢູ່ເປັນຈໍານວນຫຼາຍ ເຊິ່ງຈະຊ່ວຍຫຼຸດອາການຕ່າງໆກ່ອນມີປະຈໍາເດືອນໄດ້ ແລະ ຍັງຊ່ວຍຫຼຸດອັດຕາການເປັນພະຍາດຄວາມຈໍາເຊື່ອມໄດ້ເຖິງ 4 ເທົ່າ.

7.ກິນເຕົ້າຮູ້:
ຫຼີກລ້ຽງອາຫານທີ່ມີໄຂມັນ ແລະ ແຄລໍຣີສູງແລ້ວຫັນມາກິນໂປຣຕິນຈາກຖົ່ວເຫຼືອງເຊັ່ນ: ເຕົ້າຮູ້ຖົ່ວເຫຼືອງ, ນົມຖົ່ວເຫຼືອງຢ່າງໜ້ອຍອາທິດລະ 2-3 ຄັ້ງຈະສາມາດຫຼຸດແຄລໍຣີໄດ້.

8. ຫລຸດຜ່ອນການດື່ມສິ່ງມືນເມົາ
ຫຼາຍທ່ານອາດວ່າບໍ່ເປັນຫຍັງກັບການດື່ມສິ່ງມືນເມົາແຕ່ທ່ານຮູ້ບໍ່ວ່າການດື່ມສິ່ງມິນເມົ່າຫລາຍເຮັດໃຫ້ຮ່າງກາຍຂອງເຮົາອ່ອນເພຍລົງໂດຍທີ່ທ່ານບໍ່ຮູ້ໂຕ ແລະເປັນຫນຶ່ງໃນສາເຫດຂອງການເປັນພະຍາດຕ່າງໆກ່ອນໄວອັນຄວນໄດ້. ແຕ່ເວົ້າແນວນີ້ກໍບໍແມ່ນໃຫ້ປະຕິເສດແບບຂາດຂັ້ນນໍ ແຕ່ການດື່ມຂອງເຮົາກໍຄວນໃຫ້ຢູ່ໃນເກນທີ່ສົມເຫດສົມຜົນ
ກໍລອງເອົາໄປປະຕິບັດເບິ່ງ ສຸຂະພາບທີ່ດີ ເກີດຈາກຕົວເຮົາເອງເປັນຄົນກຳນົດ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.