ສຸຂະພາບຄວາມງາມ

4 ທ່າບໍລິຫານໃບໜ້າໃຫ້ກະຊັບເຕັ່ງຕຶງ ສາວ ໆ



4 ທ່າບໍລິຫານໃບໜ້າໃຫ້ກະຊັບເຕັ່ງຕຶງ ສາວ ໆ ສະໄຫມນີ້ໃຫ້ຄວາມສໍາຄັນກັບການບໍລິຫານຮ່າງກາຍກັນຫລາຍ ແຕ່ທັງນີ້ເມື່ອຮູບຮ່າງເຮົາ ກະຊັບສົມສ່ວນແລ້ວ ເຮົາກໍບໍ່ຄວນລະເລີຍທີ່ຈະບໍລິຫານໃບຫນ້າໃຫ້ກະຊັບໄປພ້ອມກັນກັບຮູບຮ່າງ ດ້ວຍວິທີບໍລິຫານຕໍ່ໄປນີ້ຈະເຮັດໃຫ້ທ່ານບໍ່ຕ້ອງຫວັງເພິ່ງມີດຫມໍ ດຶງຫນ້າ ຫລືວ່າສີດໂບທ໊ອກກັນເລີຍ ເຮົາອາດ ເອີ້ນມັນວ່າເປັນການເຮັດໂຢຄະໃບຫນ້າກໍໄດ້ ວິທີນີ້ມາຈາກ Fumiko Takatsu ຊຶ່ງເປັນ ຜູ້ຄິດສ້າງສັນ Face Yoga Method ພຽງໃຊ້ເວລາບໍ່ຈັກນາທີ່ຕາມຂັ້ນຕອນຕໍ່ໄປນີ້:

1 The Forehead Smoother ຫຼື ການດຶງຫນ້າຜາກວິທີນີ້ຈະຊ່ວຍປ້ອງກັນຮີ້ວຮອຍບໍລິເວນຫນ້າຜາກ ຊ່ວຍໃຫ້ກ້າມເນື້ອຫນ້າຜາກຜ່ອນຄາຍ ແລະ ຍັງເປັນການກົດເພື່ອລົດຄວາມຕຶງຄຽດອີກດ້ວຍ
ກໍາມືທັງສອງຂ້າງວາງລົງເທິງບໍລິເວນກາງຫນ້າຫນ້າຜາຈາກນັ້ນກົດ ແລະ ຮູດມືອອກດ້ານຂ້າງ
ໃນຂະນະທີ່ຮູດມືອອກດ້ານຂ້າງນັ້ນໃຫ້ກົດດ້ວຍນ້ໍາຫນັກສະໝຳ່ສະເໝີ ແລະ ຮູດອອກໄປຊ້າໆ
ເມື່ອເຖິງບໍລິເວນຂະຫມັບໃຫ້ກົດຄ້າງໄວ້ສັກຄູ່ຫນຶ່ງ
ເຮັດຊ້ໍາອີກ 4 ຄັ້ງ



2 The Neck Lift ເປັນການກະຊັບຄໍໂດຍຈະເຮັດໃຫ້ບໍລິເວນຄໍ ແລະ ກ້ອງຄາງໃຫ້ກະຊັບຂຶ້ນບໍ່ຫ້ອຍຢ່ອນເປັນຖົງປ້ອງກັນການເກີດຄາງສອງຊັ້ນ

ເຮັດປາກຊີ້ໄປດ້ານຂ້າງດ້ານໃດດ້ານຫນຶ່ງໃຫ້ຫລາຍທີ່ສຸດທີ່ຈະຫລາຍໄດ້ຈົນຮູ້ສຶກວ່າແກ້ມຕຶງ
ຫັນຫົວໄປທາງດ້ານທີ່ຊີ້ປາກໄປໂດຍແຫງຫນ້າຂຶ້ນປະມານ 45 ອົງສາ ຈົນຮູ້ສຶກວ່າຄໍຕຶງ
ຄ້າງໄວ້ແບບນັ້ນປະມານ 3 ວິນາທີແລ້ວເຮັດອີກຄັ້ງ
ສະຫລັບດ້ານເຮັດຄືເກົ່າ



3 The Face Lift ກະຊັບໃບຫນ້າການບໍລິຫານທ່ານີ້ຈະຊ່ວຍລົດຮອຍຍົ່ນບໍລິເວນຮ່ອງແກ້ມ ແລະ ຊ່ວຍຍົກຕາ ແລະແກ້ມະໃຫ້ກະຊັບຂຶ້ນ
ວາງຝ່າມືທັງສອງຂ້າງໄວ້ທີ່ຂະຫມັບ
ດຶງມືຂຶ້ນໄປທາງຫລັງເພື່ອຍົກຫນ້າດ້ານຂ້າງຂຶ້ນ
ອ້າປາກເຮັດປາກເປັນຮູບຕົວໂອ ເຕີ່ຍຄາງກະໄຕລົງເຮັດໃຫ້ຫນ້າຍາວຫລາຍທີ່ສຸດເທົ່າທີ່ຈະເຮັດໄດ້
ຄ້າງໄວ້ປະມານ 5 ວິນາທີແລ້ວເຮັດອີກ 2 ຄັ້ງ


4 The Eye Lift ກະຊັບຕາການບໍລິຫານທ່ານີ້ຈະຊ່ວຍໃຫ້ຫາງຕາບໍ່ຕົກລົດຖົງໃຕ້ຕາແລະຮອຍຕີນກັນ

ຍືນທິ້ງໄຫລ່ທ່າຍືນກົງຈາກນັ້ນຍົກແຂນຂ້າງຫນຶ່ງຂຶ້ນຄາດຜ່ານສີນສະເພື່ອໃຫ້ນິ້ວແຕະທີ່ບໍລິເວນຂໍາຂຸ່ຍກົງຂ້າມ
ກົດນິ້ວພ້ອມ ໆ ກັບດຶງຫນ້າໄປທາງດ້ານຫລັງໃຫ້ສີນສະອຽງໄປທີ່ໄຫລ່
ຄ້າງທ່ານັ້ນໄວ້ຫາຍໃຈທາງປາກຊ້າ ໆ
ປ່ອຍກັບມາທ່າເດີມແລະເຮັດຄືກັນກັບຝັ່ງກົງຂ້າມ
ການເຮັດທ່ານີ້ໃຫ້ເນັ້ນຈຸດວາງນິ້ວເປັນສໍາຄັນນິ້ວນາງໃຫ້ແຕະທີ່ຫາງຄິ້ວບໍລິເວນຂະຫມາດແລະກົດຄ້າງໄວ້ຕະຫຼອດໃນເວລາທີ່ເລົາອຽງຫລືຂະຫຍັບສີລະສະ


Cr: ແບ່ງກັນງາມ



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About SMM

0 comments:

Post a Comment

Powered by Blogger.