ການລົງທຶນ

ລັດຖະບານ ເປີດໄຟຂຽວໃຫ້ບໍລິສັດຈາກຈີນ ເຂົ້າຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ຢູ່ໜອງບົກ ດ້ວຍງົບລົງທຶນຫຼາຍເຖິງ1,4ຕື້ໂດລາ


ອີງຕາມການລາຍງານຂອງເວັບໄຊhttps://laoedaily.com.la ໃຫ້ຮູ້ວ່າ:  ລັດຖະບານໄດ້ຕົກລົງອະນຸຍາດໃຫ້ບໍລິສັດ ຊີໂນ-ອາກຣີ ມາຍນິ້ງ ອິນເວສເມັນຈຳກັດ ເຂົ້າຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ຢູ່ເມືອງຫນອງບົກ ແຂວງຄຳມ່ວນ ໃນເນື້ອທີ່ຈຳນວນ 179,8 ກິໂລຕາແມັດ  ດ້ວຍມູນຄ່າການລົງທຶນຫຼາຍກວ່າ 1,4ຕື້ ໂດລາສະຫະລັດ ຫລື ປະມານ11ພັນຕື້ກີບ.

ພິທີເຊັນສັນຍາວ່າດ້ວຍ ການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ຊີໂນ-ອາກຣີ ມາຍນິ້ງ ອິນເວສເມັນ ຈຳກັດ ມີຂຶ້ນໃນວັນທີ 5 ມັງກອນ 2018 ຜ່ານມາ ທີ່ກະຊວງແຜນການ ແລະ ການລົງທຶນ, ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ປອ.ຄຳລຽນ ພົນເສນາ ຮອງລັດຖະມົນກະຊວງແຜນການ ແລະ ການລົງທຶນ ກັບທ່ານ ຫວາງ ສວນ ປະທານບໍລິສັດ ຊີໂນ-ອາກຣີ ມາຍນິ້ງ ອິນເວສເມັນຈຳກັດ.


ທ່ານ ຫວາງ ສວນ ກ່າວວ່າ: ການຂຸດຄົ້ນ ແລະ ປຸງແຕ່ງແຮ່ເກືອໂປຕາສ ຢູ່ເຂດບ້ານໂພນໄຊ-ໜອງບົກ, ເມືອງໜອງບົກແຂວງຄຳມ່ວນ ໃນເນື້ອທີ່ຈຳນວນ 179,8 ກິໂລຕາແມັດ ໂດຍມີມູນຄ່າການລົງທຶນທັງໝົດ 1,4 ຕື້ກວ່າໂດລາສະຫະລັດ, ໄລຍະເວລາການດຳເນີນໂຄງການ 27 ປີ ເຊິ່ງແບ່ງເປັນໄລຍະກໍ່ສ້າງ 5 ປີ, ໄລຍະຂຸດຄົ້ນ ແລະ ປຸງແຕ່ງ 20 ປີ ແລະ ໄລຍະການປິດບໍ່ 2 ປີ.

ດ້ານໄລຍະການລົງທຶນ ຈະແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1: ແຕ່ປີທີ 1 ຫາ ປີທີ 5 ຈະລົງທຶນ 623ລ້ານກວ່າ ໂດລາ ແລະ ໄລຍະທີ 2: ແຕ່ປີທີ 4 ຫາປີທີ 8 ຈະລົງທຶນ 811ລ້ານກວ່າ ໂດລາ ເຊິ່ງຄາດວ່າໂຄງການນີ້ ຕ້ອງການໃຊ້ແຮງງານເຖິງ 3.071 ຄົນ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.