ທ່ອງທ່ຽວ

ປະຫວັດຄວາມເປັນມາຂອງເມືອງວັງວຽງ ກ່ອນຫນ້ານີ້ມີຊື່ວ່າເມືອງຊອງ


 - ທີ່ມາຂອງພົນລະເມືອງ
ຕາມການຄົ້ນຄ້ວາປະຫວັດສາດຂອງເມືອງວັງວຽງ ແລະ ການເລົ່າລືສືບທອດກັນມາແຕ່ປູ່ຍ່າຕາຍາຍ
ໃຫ້ຮູ້ວ່າທີ່ມາຂອງພົນລະເມືອງທີ່ມາຕັ້ງບ້ານເຮືອນອາໄສຢູ່ໃນຂົງເຂດນີ້ກ່ອນໝູ່ນັ້ນມາຈາກສອງແຫຼ່ງ
ທີ່ມາຂອງກຸ່ມຄົນດັ່ງນີ້:
ກຸ່ມທີໜຶ່ງ: ມາຈາກເຂດເມືອງພວນ (ແຂວງຊຽງຂວາງ) ນໍາພາໂດຍນາຍພານລ່າເນື້ອຄົນຫນຶ້ງ (ບໍ່ຊາບຊື່) ເມື່ອໄລ່ເນື້ອມາຮອດເຂດຖິ່ນອ່ອນ (ທິດເໜືອຂອງ ເມືອງວັງວຽງ) ໄດ້ພົບເຫັນບໍລິເວນ
ດັ່ງກ່າວເປັນເຂດທີ່ອຸດົມສົມບູນດີ ມີທົ່ງພຽງລຽບແຄມສາຍນໍ້າ ແລະ ສັດປ່າກໍຫຼາຍຈຶ່ງເກີດຄວາມ
ຕິດອົກຕິດໃຈຂຶ້ນມາ. ເມື່ອກັບໄປເຖິງບ້ານຈຶ່ງໄດ້ຊັກຊວນເອົາພັກພວກຂອງຕົນຈໍານວນຫນຶ່ງພາກັນ ຍົກຍ້າຍມາ ຕັ້ງເຮືອນຢູ່ເພື່ອລ່າສັດ. ຢູ່ຕໍ່ມາຫຼາຍປີ ກໍມີພົນລະເມືອງນັບມື້ນັບແຜ່ຫຼາຍຂຶ້ນ ຈຶ່ງໄດ້ແຍກຍ້າຍກັນອອກໄປຕັ້ງບ້ານເຮືອນຂຶ້ນ ຢູ່ຕາມຈຸດຕ່າງໆ ເຊັ່ນ: ເຂດຜາຕັ້ງ, ກົກຊ້ານ,ຖໍ້າຊາງ, ນາດາວ.... ມາຮອດປະຈຸບັນເຂດນີ້ ຈື່ງມີເຊື້ອສາຍຊາວພວນອາໄສຢູ່

ກຸ່ມທີສອງ: ມາຈາກເຂດແຄວ້ນຫົວພັນທັງຫ້າທັງຫົກ (ຊື່ແຂວງຫົວພັນ​ໃນ​ເມື່ອ​ກ່ອນ) ນໍາພາໂດຍ
ທ້າວແຕ່ງໄຕ ທີ່ເປັນລາສະການ (ສະໝຽນ) ເຮັດວຽກຢູ່ ໂຮງການເມືອງແຄວ້ນຫົວພັນທັງຫ້າ
ທັງຫົກໃນປີ 1874 ເພື່ອຫຼົບຫຼີກການຮຸກຮານຮາວີປຸ້ນສະດົມຂອງເສີກຫໍ້ທີ່ ຂະຫຍາຍອິດຕິພົນຢູ່ເຂດ
ພາກ ເໜືອຂອງລາວເຊິງລວມທັງໝົດມີ 188 ຄອບຄົວ ໃນນັ້ນເປັນຄອບຄົວລັດຖະການ 42 ຄອບຄົວ. ໂດຍໃຊ້ ເວລາການເດີນທາງຫຼີ້ຊ່ອນປ່ອນຕົວຊອກຫາເຂດປອດໄພ​ໃນການສ້າງທີ່ຢູ່
ອາໄສຂອງຕົນເປັນເວລາ 22 ປີ. ຈື່ງມີໂອກາດ ໄດ້ສ້າງເມືອງ ເປັນເອກະລາດຂອງຕົນຂຶ້ນໃນປີ 1896 ໂດຍໃສ່ຊື່ວ່າ: ”ເມືອງຊອງ “ ຍ້ອນ​​ສະຖານ​ທີ່​ຕັ້ງ​ເມືອງ ໄດ້​ມີ​ສາຍ​ນໍ້າ​ຊອງໄຫຼ່ຜ່ານ.​

ໄລຍະ​ຢູ່​ໃຕ້​ແອກ​ຄອບ​ຄອງ​ຂອງ​ສັກ​ດີ​ນາ​ສະຫຍາມ ​ແລະ ຈັກກະພັດ​ຝຣັ່ງ
 ສິດທິ​ທີ່​ໄດ້​ຮັບ​ກາ​ນສ້າງ​ຕັ້ງ​ເປັນ​ເມືອງ​ຊື່: "ເມືອງ​ຊອງ" ຂື້ນມາ​ນັ້ນ, ພາຍຫຼັງ​ທ້າວ​ແຕ່ງ​ໄຕ​ໄດ້​ຮັບ​ສານ​ຕາ​ຕັ້ງຈາກ​ເຈົ້າ​​ຊິວິດ​ສະຫຍາມ​ໃຫ້​ເລື່ອນ ນາມມະຍົດ​ຂື້ນ​ເປັນ​ພະຍາ​ໂດຍ​ຊົງ​ພະນາ​ມວ່າ: ພະຍາ​ ອິສານ ອຸ​ໄທ​ເຕຊະ​ນະ​ສົງຄາມ;​ ​ພະຍາຈຶ່ງ ​ມີ​ສິດ​ໃນ​ການ​ເຕົ້າ​ໂຮມ​ບ່າວ​ໄພ່​ລາດ​ສະ​ດອນ​ຂອງຕົນ ເພື່ອ​ສ້າງ​ເມືອງ​ເປັນ​ເອກະລາດ​ຂື້ນ​ (​ເພາະ​ວ່າ​ເວລາ​ນັ້ນ​ອານາຈັ​ກລ້ານ​ຊ້າງ​ຕົກ​ເປັນ​ຫົວ​ເມືອງ​ຂື້ນ​ຂອງ​ສະຫຍາມ).
 ມາ​ຮອດ​ປີ 1893 ຝຣັ່ງ​ໄດ້​ເຂົ້າ​ມາ​ຮຸກ​ຮານ​ລາວ, ຝຣັ່ງ ແລະ ສະຫຍາມ​ໄດ້​ແບ່ງ​ປັນ​ດິ​ນ​ແດນ​ອານາຈັກ​ລ້ານ​ຊ້າງ​ໂດຍ​ຖື​​ເອົາແມ່ນ້ຳຂອງ​ເປັນ​ເຂດ​​ແດນ.
ທ່ານ​ ປີ​ແອ ມໍ​ແຣງ (Peeair MORRAENG) ຕາງ​ໜ້າ​ຜູ້​ສຳ​ເລັດ​ລາດ​ສະການ​ຝຣັ່ງ​ເສດ-ອີນດູ​ຈີນ ປະຈຳ​ຢູ່​ວຽງຈັນພ້ອມ​ຄະນະ​ໄດ້​ລົງ​ກວດກາແຜ່ນ​ດີິນ, ມາ​ຮອດ​ເຂດ​ເມືອງ​ຊອງ​ເຊິ່ງ​ເປັນ​ເຂດ​ທີ່​ປະຊາຊົນ​ໄດ້​ປຸກ​ບ້ານ​ເຮືອນ​ອາ​ໄສ​ຢູ່​ເປັນ​ຈຳນວນຫຼວງຫຼາຍ ຈີຶ່ງ​ໄດ້​​ກໍານົດເອົາ​ເຂດ​ດັ່ງກ່າວເພື່ອ​ຕັ້ງ​ເປັນ​ເມືອງ​ຂື້ນ ​ແລະ ປະກາດ​ແຕ່ງ​ຕັ້ງ​ໃຫ້​ພະຍາ ອິສານ​ອຸ​ໄທ​ເຕຊະ​ນະ​ສົງຄາມ ​ເປັນ​ເຈົ້າ​ເມືອງ ໃນມື້ວັນທີ : 16/5/1899 ​ແລະ ​​ປ່ຽນຊື່​ຈາກ​ເມືອງ​ຊອງ​ມາ​ເປັນ​ເມືອງ​ວັງ​ວຽງ.
 ກຳນົດ​ເຂົ້າ​ໃນ​ແຜນ​ທີ່​​ການ​ປົກຄອງ​ລາວຝຣັ່ງ​ເສດ. ​ໃນ​ເວລາ​ນັ້ນຝຣັ່ງໄດ້ຈັດຕັ້ງລະບົບການປົກຄອງ
ຂຶ້ນ ປະກອບ​ມີ 6 ຕາ​ແສງ​​ຄື: ຕາ​ແສງ​ໜອງ​ແກ້ວ, ຕາ​ແສງ​ນາ​ເທົາ, ຕາ​ແສງ​ນາ​ຂົມ, ຕາ​ແສງ​ຜາ​ຕັ້ງ, ຕາ​ແສງ​ຖີ່​ນອ່ອນ ​ແລະ​ ຕາ​ແສງ​ປາກ​ງີ້ວ. ພວກມັນໄດ້ປະຕິບັດລະບອບເສຍຊ່ວຍເພື່ອ ກົດຂີ່ຂູດ
ຮີດປະຊາຊົນ ແລະ ບັງຄັບໃຫ້ປະຊາຊົນໄປເປັນກູລີ, ຂ້ອຍຂ້າຮັບໃຊ້ພວກເຂົາດ້ວຍຄວາມທຸກ ຍາກລໍາບາກ, ຖ້າຜູ້ໃດຜ່າຝື້ນ ກໍຖືກທຸບຕີທໍລະມານຢ່າງແສນສາຫັດ...

+ ໄລຍະ​ຕົກ​ເປັນ​ຫົວ​ເມືອງ​ຂື້ນຂອງຈັກກະພັດ​ອາ​ເມ​ລິ​ກາ ​ແລະ​ ລູກມື
   ຈັກກະພັດ​ອາ​ເມ​ລິ​​ກາ ແລະ ລູກມືໄດ້ນຳ​​ໃຊ້​ແຜ່ນ​ດີິນຕອນ​ນີ້​ເປັນ​ຖານ​ທັບ, ເຮືອນ​ຮັງ​ຂອງ​ພວກ​ເຂົາ​ເພື່ອ​ເປັນ​ແປ້ນ​ຍັນ​ກໍ່ສົງຄາມ​ຮຸກ​ຮານ​ບຸກ​ໂຈມ​ຕີ​ເຂົ້າ​ເຂດ​ປົດ​ປ່ອຍ​ພາກ​ເໜືອ​ຂອງ​ລາວ,​ ໂດຍ​ຕັ້ງ​ເປັນ​ດ່ານ​ຮົບ​ເຂດ​ຍ່ອຍ​ພາກ V ຂຶ້ນ​ທີ່​ບັນຊາ​ໂດຍ​ທະຫານ​ອາ​ເມ​ລິ​ກາ​ໂດຍ​ກົງ. ​
ພວກ​ເຂົາ​ໄດ້​ສ້າງ​ເດີ່ນ​ບິນຂື້ນ​ໜື່ງ​ແຫ່ງ​ເພື່ອ​ເປັນ​ບ່ອນ​ຂຶ້ນ​ລົງຂອງ​ຍົນ​ສອດ​ແນມ​ບັນຊາ​ການ​ຖິ້ມ​ລະ​ເບີດ​ໃສ່​ເຂດ​ປົດ​ປ່ອຍ​ ແລະ ​ບ່ອນເຕົ້າ​ໂຮມ​ສັບປ່ຽນ ຂົນ​ສົ່ງ​ກຳລັງ​ທະຫານທາງ​ອາກາດຂອງ​ພວກ​ເຂົາ ​ເຮັດ​ໃຫ້​ແຜ່ນ​ດິ​ນອັນ​ສຸດ​ຮັກ ​ແລະ ຫ່ວງ​ແຫນ​ຂອງ​ຊາວ​ເມືອງ​ວັງ​ວຽງກາຍເປັນບ່ອນ​ເກັບ​ມ້ຽນສາງ​ລະເບີດ​ສົງຄາມ​ ແລະ ອາວຸດ​ທຳລາຍ​ຮ້າຍ​ແຮງຫຼາຍປະ​ເພດ (ສາງ​ລະ​ເບີດ​ດັ່ງກ່າວ​ໄດ້​ລະ​ເບີດ​ຂື້ນ​ໃນປີ 1979 ສ້າງຄວາມເສຍຫາຍ ໃຫ້ແກ່ປະຊາຊົນ ເມືອງວັງວຽງບໍ່ໜອ້ຍ).
ໃນ ປີ 1973 ອຳນາດ​ການ​ປົກຄອງ​ເກົ່າຝ່າຍ​ວຽງຈັນ​ ​ ໄດ້​ປະກາດສ້າງຕັ້ງ​ ​ເມືອງ​ວັງ​ວຽງ​ເປັນ​ກິ່ງ​ແຂວງ
ຂຶ້ນເຊິງປະກອບມີ 6 ເມືອງຂື້ນ​ກັບ​ຄື: ​ເມືອງ​ວັງ​ວຽງ, ​ເມືອງ​ພູນ, ​ເມືອງ​ເຟືອງ, ເມືອງກາສີ, ເມືອງຜາຕັ້ງ ແລະ ​ ເມືອງ​ແມດ.



 + ພາຍຫຼັງປະ​ເທດ​ລາວ​ໄດ້​ຮັບ​ການ​ປົດ​ປ່ອຍ​ສະຖາ​ປານາ​ເປັນ ສປປລາວ ປີ 1975 ເປັນຕົ້ນມາ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ກໍສ້າງຕັ້ງອໍານາດການປົກຄອງໃໝ່ ແລະ​ ປົວ​ແປງ​ບາດ​ແຜ່​ສົງຄາມ, ອຳນາດ​ການ​ປົກຄອງ​ປະຕິວັດ​ເມືອງ​ວັງ​ວຽງ ​ໄດ້​ເອົາໃຈ​ໃສ່ໃນ ການເຕົ້າ​ໂຮມ​ຄວາມ​ສາ​ມະ​ຄີ, ຄວາມ​ເປັນ​ປືກ​ແຜ່ນແໜ້ນໜາທົ່ວປວງຊົນ ​ເພື່ອໂຄສະນາສຶກສາອົບຮົມທາງດ້ານແນວ ຄິດ, ເຮັດ​ໃຫ້​ທຸກ​ຄົນ​ໄດ້ເຂົ້າ​ໃຈ​ແຈ້ງຕໍ່​ແນວທາງນະໂຍບາຍ​ຂອງ​ພັກ​ລັດ ​ເຫັນ​ໄດ້​ສີນ​ທຳ​ຂອງ​ລະບອບ​​ໃໝ່ ແລະ​ ໂທດ​ກຳ​ອັນ​ໂຫດຮ້າຍ​ປ່າ​ເຖື່ອນ​ຂອງ​ຈັກກະພັດ​ຜູ້​ຮຸກ​ຮານ ​ແລະ ລູກ​ແຫຼ່ງຕີນ​ມື​ຜູ້​ຂາຍ​ຊາດ, ຕໍ່​​ຊາວ​ເມືອງ​ວັງ​ວຽງຜ່ານມາ.
​  ຍ້ອນ​ທີ່​ຕັ້ງ​ພູມ​ສັນຖານ​ຂອງ​ເມືອງ​ບັນພະ​ບູລຸດ​ໄດ້​ເລືອກ​ເອົາ​ຖືກ​ບ່ອນ ​ແລະ​ ເໝາະ​ສົມ. ​ເປັນ​ເຂດ​ທີ່​ມີ​ທໍາມະ​ຊາດ​ສວຍ​ສົດ​ງົດ​ງາມ ​ແລະ​ອຸດົມສົມບູນ, ບັນດາ​ນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ​ແລະ​ ຕ່າງປະ​ເທດ​, ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ ພາກັນຫຼັ່ງ​ໄຫຼ່​ເຂົ້າ​ໄປ​ທ່ອງ​ທ່ຽວຢູ່​ເມືອງ​ວັງ​ວຽງນັບ​ມື້​ນັບ​ຫຼາຍ​ຂື້ນ ​ເຮັດ​ໃຫ້​ຫົວໜ່ວຍທຸລະ​ກິດ​ຕ່າງໆ ພາກ​ລັດ ​ແລະ ​ເອກ​ກະ​ຊົນ​ ​ມີ​ການຂະ​ຫຍາຍ​ຕົວ​ຖີບ​ຂື້ນ​ຢ່າງ​ໄວວາ ເຊັ່ນ: ​ບ້ານ​ພັກ, ໂຮງ​ແຮມ, ບັງ​ກາ​ໂລ, ຣິສອດ​, ຮ້ານ​ອາຫານ ​ແລະ​ ໜ່ວຍ​ບໍລິການ​ຕ່າງໆ​ ເກີດ​ຂື້ນເພື່ອບໍລິການ ຕ້ອນຮັບ
ແຂກຄົນ ແລະ ນັກທ່ອງທ່ຽວ​.

  ​ໄປ​ຄຽງຄູ່​ກັນ​ນິ້ການກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ລັດຖະບານ​ກໍ່​ມີ​ການ​ຂະຫຍາຍຕົວ.​ ມີ​ຫຼາຍ​ໂຄງການ​ໄດ້​ຮັບ​ການ​ກໍ່ສ້າງ​ຂື້ນ​ຢູ່​ມື​ອງວັງ​ວຽງ​ເຊັ່ນ: ຖະໜົນ​ຫົນທາງ, ລະບົບ​ໄຟຟ້າ,ນ້ຳ​ປະປາ, ໂທລະ​ຄົມມະນາຄົມ​ການ​ສື່ສານ​ທີ່ທັນ​ສະ​ໄໝ ​ແລະ ມີ​ໂຮງງານ​ອຸດສາຫະກຳ​ເກີດ​ຂື້ນ​ ເຊັ່ນ:​ ໂຮງງານ​ຊີມັງ....ຕົວ​ເມືອງ​ໄດ້​ຮັບ​ການຈັດ​ສັນ​​ໃຫ້ມີຄວາມ​​ເປັນ​ລະບຽບຮຽບຮ້ອຍມີ​ລະບົບ​ຜັງ​ເມືອງ​ ແລະ ໂຄງການ​ບໍລິຫານ​ພັດທະນາ​ຕົວ​ເມືອງ​​ເກີດ​ຂຶ້ນ.

+ ພິສູດ​ການ​ໄດ້​ມາ​ຂອງ​ຊື່ “ເມືອງ​ວັງ​ວຽງ“   ການ​ປ່ຽນ​ຊື່​ຈາກ​ເມືອງ​ຊອງ​ມາ​ເປັນ​ເມືອງ​ວັງ​ວຽງ​ນັ້ນ, ຍ້ອນຫຍັງ? ເຫດຜົນແນວໃດ? ຍັງ​ບໍ່​ທັນ​ມີຜູ້ໃຫ້​ຂໍ້​ມູນ​ຫຼັກ​ຖານ​ເຫດຜົນມາ ຢັ້ງຢືນ​ໄດ້​ຢ່າງ​ຊັດ​ເຈນ. ​ແຕ່​ທິມງານ​ສ້າງ​ເວັບ​ໄຊ ຂອງ​ເມືອງ​ວັງ​ວຽງ​ໄດ້​ຄົ້ນ​ຄ້ວາ​ພິສູດ​​ດັ່ງນີ້ ຄໍາວ່າ: ”ວັງ” ໄດ້​ມາ​ຈາກ​ເມືອງ​ທີ່​ຕິດ​ພັນ​ກັບ​ສາຍ​ນໍ້າ​ ເຊິ​ງນໍ້າ​ຊອງ​ໃນ​ເມື່ອ​ກ່ອນ​ໄດ້​ມີ​ວັງ​ນໍ້າ​ຫຼາຍ​ວັງ​ທີ່​ມີ​ຊື່​ສຽງ ​ພິດສະດານ​ທີ່ເຄີຍ​ເຊືອຖືກັນມາ​ຂອງ​ຄົນ​ໃນທ້ອງ​ຖິ່ນ, ​ທີ່​ອຸດົມ ສົມບູນຫລາກ​ຫຼາຍ​ໄປ​ດ້ວຍປູ, ປາ​ ແລະ​ ສັດນໍ້າ​ຫຼາຍຊະນິດ​​ອາ​ໃສ​ຢູ່. ຄໍາວ່າ: “ວຽງ“ ໄດ້ມາຈາກ 2 ເຫດຜົນຂອງການພິສູດດັ່ງນີ້:

ເຫດຜົນທີ 1: ຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ໃຫ້ຮູ້ວ່າ: ບັນພະບຸລຸດຜູ້ທີ່ໄດ້ນຳພາມາສ້າງ
ເມືອງຂື້ນຢູ່ໃນຂົງເຂດນີ້ນັ້ນ, ເພີ່ນ ໄດ້ພົບເຫັນຮ່ອງຮອຍເສດເຫຼືອຂອງດິນຈີ່ບູຮານເກົ່າ ຖືກປະຖີ້ມໄວ້ ທີ່ໄດ້ນໍາມາສ້າງເປັນ ກຳແພງເມືອງຂື້ນຢູ່ໃນ ບາງບ່ອນ ເຊິງຫຼາຍຄົນພາກັນເອີ້ນວ່າ: ຄູວຽງ, ດັ່ງນັ້ນ
ຈື່ງໄດ້ຊື່: ວຽງ ນີ້ຕິດມາ.
ເຫດຜົນທີ 2: ຄໍາວ່າ "ວຽງ" ໄດ້ມາຈາກ "ວົງວຽນ" ເຊິງການປ່ຽນຊື່ເມືອງຈາກເມືອງຊອງມາເປັນເມືອງ
ວັງວຽງນັ້ນແມ່ນ ສະໄໝຝຣັ່ງເສດ ປົກຄອງ, ພາສາຝຣັ່ງຈະເວົ້າ ແລະ ຂຽນຄໍາວ່າວຽງ ແລະວຽນຄືກັນ
(Vien) ວົງວຽນໝາຍເຖິງເມືອງທີ່ອ້ອມຮອບໄປດ້ວຍພູຜາທໍາມະຊາດອັນສວຍສົດງົດງາມຈອດຮອບ
ທັງສີ່ດ້ານເຊິງປຽບເໝືອນຄູວຽງ ຫຼື ກໍາແພງເມືອງ.


 ແຫລ່ງທີ່ມາຈາກhttp://www.vangvieng.gov.la
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.